spot_img
Homeຂ່າວພາຍ​ໃນປີນີ້ທົ່ວປະເທດປັກດຳເຂົ້ານາປີ ບັນລຸ 98% ຂອງແຜນ ຫລຸດລົງ 2% ທຽບກັບປີຜ່ານມາ!

ປີນີ້ທົ່ວປະເທດປັກດຳເຂົ້ານາປີ ບັນລຸ 98% ຂອງແຜນ ຫລຸດລົງ 2% ທຽບກັບປີຜ່ານມາ!

Published on

11705271_838807832853921_3573560589144901483_n

ກະຊວງກະສິກຳ ແລະ ປ່າ ໄມ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນທົ່ວ ປະເທດໄດ້ຢຸດຕິການປັກດຳເຂົ້າ ນາປີຂອງຕົນແລ້ວ ແລະ ສາມາດ ປັກດຳໄດ້ພຽງ  770. ພັນເຮັກຕາ, ຂອງເນື່ອທີ່ສູ້ຊົນ 787 ພັນຮັກຕາ, ເທົ່າກັບ 98 % ຂອງແຜນວາງໄວ້, ໃນນີ້ຢູ່ພາກເໜືອປະຕິບັດໄດ້ 98%, ພາກກາງ 97%  ແລະ ພາກໃຕ້ປະຕິບັດໄດ້ 99%, ເມື່ອ ທຽບໃສ່ປີຜ່ານມາຫຼຸດລົງ 2%, ຍ້ອນສະພາບອາກາດບາງເຂດບໍ່ ເອື້ອຍອຳນວຍ, ຝົນມາຊ້າ ແລະ ບໍ່ສາມາດປັກດຳທັນກັບລະດູການໄດ້  ແລະ ເຖິງຢ່າງໃດກໍດີປັດຈຸບັນ ຂະແໜງກະສິກຳກໍໄດ້ສົ່ງພະນັກ ງານວິຊາການຂອງຕົນລົງແນະ ນຳແຕ່ລະທ້ອງຖິ່ນ, ໃຫ້ເອົາໃຈໃສ່ ບົວລະບັດໃສ່ຝຸ່ນ, ເສຍຫຍ້າຮັກ ສານ້ຳໃຫ້ພຽງພໍ, ເພື່ອສາມາດຍົກ ສູງສະມັດຕະພາບການຜະລິດໃຫ້ດີຂຶ້ນ, ພ້ອມແນະນຳໃ້ຊາວກະສິ ກອນເອົາໃຈໃສ່ປູກພຶດຕ່າງໆ, ຊຶ່ງ ມາຮອດປັດຈຸບັນທົ່ວປະເທດສາ ມາດປູກໄດ້ແລ້ວຫຼາຍກ່ວາ  65% ຂອງແຜນການ ແລະ ສືບຕໍ່ຊູກຍູ້ກະ ສິກອນເອົາໃຈໃສ່ຕ້ານຜົນກະທົນ ໄພທຳມະຊາດທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນການຕ້ານແລ້ງ,ຕ້ານຖ້ວນທີ່ປະເທດເຮົາເຄີຍປະສົບມາແລ້ວໃຫ້ມີປະສິດທິຜົນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...