Homeມູມໄອທີລາວຊົມຄລິບ ແລະ ພາບຄອນເຊັບຕ໌ IPHONE 7 ທີ່ອອກແບບມາໄດ້ບາງງາມໂດນໃຈ

ຊົມຄລິບ ແລະ ພາບຄອນເຊັບຕ໌ IPHONE 7 ທີ່ອອກແບບມາໄດ້ບາງງາມໂດນໃຈ

Published on

ຂ່າວ​ໄອ​ທີໃນ​ມື້​ນີ້​ ຍັງ​​ມີ​ຂ່າວ​​ທີ່​ໜ້າ​ສົນ​ໃຈ​ມາ​ໃຫ້​ໄດ້​ຕິດ​ຕາມ​ກັນ​ຕະຫລອດ​ເຊັ່ນ​ເຄີຍ ກັບພາບ​ ແລະ​ ຄລິບ​ຄອນ​ເຊັບ​ຂອງ iPhone 7 ທີ່​ຖື​ວ່າ​ອອກ​ແບບ​ມາ​ໄດ້​ງາມ​ຫລາຍ​ໆ

Ipone 77

ຫລ້າ​ສຸດ​ນັ້ນ​ທາງ​ດ້ານ​ຂອງ​ຄ້າຍ Apple ກໍ​ໄດ້​ເປີດ​ຕົວ​ໄປ​ເປັນ​ທີ່​ຮຽບຮ້ອຍ​ສຳລັບ  iPhone 6S ແລະ iPhone 6s Plus ແຕ່​ກໍ​ຍັງ​ເຮັດ​​ດີ​ໄຊນ໌​ໃຫ້ຄື​ກັບ iPhone 6 ເຊັ່ນ​ເຄີຍ ພຽງ​ແຕ່​ມີ​ການ​ອັບ​ເດດ​ຂໍ້​ມູນ ​ແລະ​ ປະ​ສິດ​ທິ​ພາບ​ເພິ່ມເຕີມ​ເຂົ້າໄປ​ເທົ່າ​ນັ້ນ ນອກ​ຈາກ​ນີ້​ຍັງມີ​ບັນຫາ​ກ່ຽວກັບ iOS 9 ທີ່​ປ່ອຍ​ອອກ​ມາຈົນ​ຕ້ອງ​ຮີບ​ແກ້​ໄຂ​ກັນ​ໂດຍ​ດ່ວນ​ເລີຍ​ ແມ່ນ​ລຸ້ນ​ໃໝ່​ຫາກໍ່​ຈະ​ມາ ແຕ່​ລຸ້ນ​ຕໍ່ໄປ​ໃນ​ອະນາຄົດ​ນັ້ນ​ກໍ​ຍັງມີ​ຄົນ​ອອກ​ແບບ​ມາ​ໃຫ້​ເຮົາ​ໄດ້​ເຫັນ​ກັນ​ຕະຫລອດ ຊຶ່ງ​ກໍ​ໜ້າ​ຈະ​ເປັນ iPhone 7 ນັ້ນ​ເອ​ງ

Iphone 7

ແລະ ​ໜຶ່ງ​ໃນ​ຄອນ​ເຊັບຕ໌ iPhone 7 ທີ່​ງາມ​ຫລາຍ​ໆເລີຍ​ກໍ​ຄື​ຜົນ​ງານ​ຂອງ SCAVidsHD ທີ່​ໄດ້​ອອກ​ແບບ​ມາ​ໃຫ້   iPhone 7 ມີ​ຄວາມ​ບາງ​ ໜ້າ​ຈໍ​ຄວາມ​ລະອຽດ 2K ສາກແບັດແບບໄຮ້​ສາຍ ຖ້າ​ຜະລິດ​ແທ້ນີ້​ຈະ​ເປັນ iPhone ທີ່​ບາງ​ທີ່ສຸດ​ເທົ່າ​ທີ່​ເຄີຍ​ຜະລິດ​ມາ​ເລີຍ

ໄປ​ຊົມ​ພາບ​ ແລະ ​ຄລິບ​ຂອງ ຄອນ​ເຊັບຕ໌ iPhone 7 ສຸດ​ງາມ​ທີ່​ວ່າ​ນີ້​ກັນ​ເລີຍ ເຫັນ​ແລ້ວ​ເຈົ້າ​ອາດຈະ​ຢາກ​ຖ້າເກັບເງິນໄວ້​ຊື້​ໂດຍ​ເບີ່ງ​ຂ້າມ  iPhone 6S  ເລີຍ​ກໍ​ເປັນໄດ້

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...