spot_img
Homeຂ່າວຕ່າງປະເທດຂວັນເສຍຍົກລຳ ຜູ້ໂດຍສານເປີດປະຕູເຮືອບິນກາງອາກາດ ຄິດວ່າປະຕູຫ້ອງນ້ຳ

ຂວັນເສຍຍົກລຳ ຜູ້ໂດຍສານເປີດປະຕູເຮືອບິນກາງອາກາດ ຄິດວ່າປະຕູຫ້ອງນ້ຳ

Published on

p1_2

ຜູ້​ໂດຍ​ສານ​ໜຸ່ມ​ກໍ່​ເລື່ອງ​ສຸດ​ແປກ ເປີດ​ປະ​ຕູ​ເຮືອບິນ​ກາງ​ອາ​ກາດ ເພາະ​ເຂົ້າໃຈ​ຜິດ​ຄິດວ່າ​ນັ້ນ​ຄື​ປະ​ຕູ​ຫ້ອງ​ນ້ຳ
ເມື່ອ​ວັນທີ່ 27 ກັນຍາ ເວັບ​ໄຊຕ໌​ເທ​ເລ​ກຣາບ​ຂອງ​ປະເທດອັງກິດ ລາຍ​ງານ​ວ່າ ເກີດ​ເຫດ​ຂວັນເສຍຂຶ້ນ​ເທິງ​ເຮືອ​ບິນ​ສາຍ​ການ​ບິນ KLM ທີ່​ເດີນທາງ​ຈາກ​ ​ສະກອດ​ແລນດ໌ ໄປ​ຍັງ​ນະຄອນຫລວງຂອງ ເນ​ເທີ​ແລນດ໌ ເມື່ອ​ທ້າວ​ເຈມສ໌ ເກ ຜູ້​ໂດຍ​ສານ​ເທິງ​ເຄື່ອງ​ໄດ້​ກໍ່​ເຫດ​ພະຍາຍາມ​ເປີດ​ປະ​ຕູ​ເຮືອ​ບິນ ຂະນະ​ກຳ​ລັງ​ບິນ​ ​ທີ່​ລະ​ດັບ 10KM ໂດຍ​ໃຫ້​ເຫດຜົນ​ວ່າ​ເຂົ້າໃຈ​ຜິດ​ຄິດວ່າ​ເປັນ​ປະ​ຕູ​ຫ້ອງ​ນ້ຳ

p2

ລາຍ​ງານ​ລະ​ບຸ​ວ່າ ຫລັງ​ຈາກ​ທີ່​ພວກເຂົາ​ກໍ່​ເຫດ ກໍ​ຖືກ​ສັ່ງ​ໃຫ້​ນັ່ງ​ຢູ່​ກັບ​ທີ່​ຈົນ​ກວ່າ​ເຄື່ອງ​ຈະ​ລົງ ແລະ ​ເມື່ອ​ເຮືອ​ບິນ​ເດີນທາງ​ເຖິງ​ແລ້ວ ທ້າວເຈມສ໌ ເກ ກໍ​ຖືກ​ນຳ​ຕົວ​ໄປ​ສອບ​ສວນ​ຢ່າງ​ລະອຽດ ເຈມສ໌​ຢືນຢັນ​ວ່າ​ພວກເຂົາ​ບໍ່​ໄດ້​ມີ​ເຈດ​ຕະນາ​ທີ່​ຈະ​ເປີດ​ປະ​ຕູ​ເຮືອບິນ​ແທ້ໆ ແຕ່​ຄິດວ່າ​ນັ້ນ​ຄື​ປະ​ຕູ​ຫ້ອງ​ນ້ຳ
ພວກເຂົາ​ຖືກ​ກັກ​ຕົວ​ໄວ້ 1 ຄືນ ກ່ອນ​ຈະ​ຖືກ​ປັບ​ເປັນ​ຈຳນວນ​ເງີນ​ປະ​ມານ 6.000.000 ກີບ ແລະ​ ຖືກສັ່ງ​ບໍ່​ໃຫ້​ໃຊ້​ບໍລິການ​ສາຍ​ການ​ບິນ KLM ອີກ​ເປັນ​ເວລາ 5 ປີ
ຢ່າງໃດ​ກໍ​ຕາມ ນອກ​​ຈາກ​ຖືກ​ປັບ​ແລ້ວ ເຈມສ໌ ເກ ກໍ​ຍັງ​ບໍ່​ຮູ້​ຄືກັນ​ວ່າ​ພວກເຂົາ​ຈະ​ຖືກ​ດຳ​ເນີນ​ຄະດີ​ຫຍັງ​ຫລື​ບໍ່ ເພາະ​ທາງ​ສາຍ​ການ​ບິນ​ໄດ້​ສົ່ງ​ເລື່ອງ​ນີ້​ໃຫ້​ທາງ​ການ​ສອບ​ສວນ​ຕໍ່​ແລ້ວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...