spot_img
Homeຂ່າວຕ່າງປະເທດປະທານປະເທດຈີນ ສະເໜີແຜນ 4 ຂໍ້ ພັດທະນາໂລກແບບຍືນຍົງ

ປະທານປະເທດຈີນ ສະເໜີແຜນ 4 ຂໍ້ ພັດທະນາໂລກແບບຍືນຍົງ

Published on

400.647564-02

ຂປລ.ຕາມ ​ຂ່າວ ​ຕ່າງປະ​ເທດ, ​ໃນ​ວັນ​ທີ 27 ກັນຍາ 2015, ທ່ານ ສີ ຈີ້​ນຜິ​ງ, ປະທານ ​ປະ​ເທດ​ຈີນ ​ໄດ້​ກ່າວ​ຕໍ່​ ກອງ​ປະຊຸມ​ ສຸດ​ຍອດ ​ຜູ້ນຳ​ໂລກ ​ວ່າ​ດ້ວຍ ​ການ​ພັດທະນາ​​ ແບບ​ຍືນ​ຍົງ ຂອງ​ສະຫະ​ປະຊາ​ຊາດ ​ໃນ​ນະຄອນ ​ນີວຢອກ​ຂອງ ສ. ອາ​ເມ​ລິ​ກາ ​ໄດ້​ສະ​ເໜີ​ແຜນ 4 ຂໍ້ ​ເພື່ອ​ການ ​ພັດທະນາ​ໂລກ ​ໃຫ້​ມີ​ ສັນຕິພາບ ​ແລະ ພັດທະນາ ​ແບບ​ຍືນ​ຍົງ.

ການ​ພັດທະນາ​ ດັ່ງກ່າວ ປະກອບດ້ວຍ ​ປະ​ເທດ​ຕ່າງໆ ຕ້ອງ​ເພີ່ມ​ຂີດ​ ຄວາມ​ສາມາດ ​ໃນ​ການ​ພັດທະນາ ​ໃຫ້​ຫລາຍ​ຂຶ້ນ ​ໂດຍ​ປະ​ເທດ​ ພັດທະນາ​ແລ້ວ ຕ້ອງ​ຊ່ວຍ​​ເຫລື​ອ ປະ​ເທດ​ ພວມ​ພັດທະນາ ລວມ ທັງ​ ການ​ປັບປຸງ​ ສິ່ງ​ແວດ​ລ້ອມ ​ລະຫວ່າງ ​ປະ​ເທດ ​ເພື່ອ​ເອື້ອຍ​ອຳນວຍ ​ຕໍ່​ການ​ພັດທະນາ ​ເນື່ອງ​ຈາກ ​ສັນຕິພາບ ​ແລະ ການ​ພັດທະນາ​ຈະ​ຕ້ອງ​​ໄປ​ຄູ່​ກັນ. ນອກ​ນີ້ ປະ​ເທດ​ຕ່າງໆ ມີ​ຄວາມ​ຈຳ​ເປັນ​ທີ່​ ຈະ​ຕ້ອງ​ຂະຫຍາຍ​ ຄວາມ​ຮ່ວມ​ມື​ ໃນ​ການ​ພັດທະນາ ​ກັບປະ​ເທດ​ ທີ່​ເປັນ​ຫຸ້ນ​ສ່ວນ​ ໃຫ້​ຫລາຍ​ຂຶ້ນ ​ແລະ ​​ເພີ່ມ​ຄວາມ​ເຂັ້ມ​ແຂງ ​ໃນ​ການ​ພັດທະນາ ​ກົນ​ໄກ​​ແຫ່ງ​ ການ​ຮ່ວມ​ມື​ ລະຫວ່າງ​ກັນ ​ເພື່ອ​ການ​ພັດທະນາ ​ແບບ​ຍືນ​ຍົງ​ ຕໍ່​ໄປ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...