spot_img
Homeຂ່າວຕ່າງປະເທດເຮືອຜູ້ອົບພະຍົບຫລົ້ມອີກ ນອກຊາຍຝັ່ງປະເທດຕວກກີ ເສຍຊີວິດ 17 ຄົນ!

ເຮືອຜູ້ອົບພະຍົບຫລົ້ມອີກ ນອກຊາຍຝັ່ງປະເທດຕວກກີ ເສຍຊີວິດ 17 ຄົນ!

Published on

648666-01

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນວັນອາທິດທີ 27 ກັນຍາຜ່ານມານີ້ ເກີດເຫດເຮືອຜູ້ອົບພະຍົບທີ່ກຳລັງມຸ່ງໜ້າໄປປະເທດເກຣັກ ຫລົ້ມຢູ່ບໍລິເວນນອກຊາຍຝັ່ງປະເທດຕວກກີອີກ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 17 ຄົນ ໃນນັ້ນມີແມ່ຍິງ 5 ຄົນ ແລະ ເດັກນ້ອຍອີກ 5 ຄົນ ຊຶ່ງທັງໝົດເປັນຊາວຊີຣີ ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພສາມາດຊ່ວຍເຫລືອຜູ້ລອດຊີວິດໄວ້ໄດ້ 20 ຄົນ.

ທັງນີ້ ວິກິດການຜູ້ອົບພະຍົບທີ່ເດີນທາງຈາກຕາເວັນອອກກາງ ຜ່ານທະເລເມດິແຕຣານຽນ ໂດຍມີຈຸດປະສົງເຂົ້າໄປອາໄສຢູ່ສະຫະພາບເອີຣົບໃນປັດຈຸບັນ ກຳລັງເປັນບັນຫາຊຶ່ງຜູ້ນຳເອີຣົບກຳລັງໂຕ້ຖຽງກັນເພື່ອຊອກຫາທາງອອກ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...