Homeຂ່າວເຫດການສຳເລັດກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2014-2015

ສຳເລັດກອງປະຊຸມລັດຖະບານເປີດກວ້າງ ປະຈຳປີ 2014-2015

Published on

251

ຂປລ. ກອງ​ປະ​ຊຸມ​ລັດ​ຖະ​ບານ​​ ເປີດກວ້າງປະ​ຈຳ​ປີ 2014-2015 ໄດ້​ໄຂ​ຂຶ້ນ​ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 23 ກັນຍາ ​ແລະ ສຳ​ເລັດ​ລົງ ​ໃນ​ວັນ​ທີ 25 ກັນ​ຍາ 2015​ ນີ້ ທີ່​ຫ້ອງວ່າ​ການ​ລັດ​ຖະ​ບານ ພາຍ​ໃຕ້​ການ​ເປັນ​ປະ​ທານ​ ຂອງທ່ານ ທອງ​ສິງ ​ທຳ​ມະ​ວົງ ນາ​ຍົກ​ລັດ​ຖະ​ມົນ​ຕີ, ມີ​ບັນ​ດາ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຄະ​ນະ​ລັດ​ຖະ​ບານ, ພ້ອມດ້ວຍບັນດາ​ເຈົ້າ​ແຂວງ ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ໄດ້ຄົ້ນ​ຄ້ວາ​ພິຈາລະນາ ​ແລະ ​ເປັນ​ເອກະ​ພາບການຈັດ​ຕັ້ງ ​ປະຕິບັດ​ວຽກ​ງານ ຂອງ​ຂະ​ແໜງ​ການ​ຕ່າງໆ​​​ໂດຍ​ສະ​ເພາະສະ​ພາບ​ການ​ ຈັດ​ຕັ້ງ​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ ​ສົກ​ປີ 2014-2015 ​ແລະ ການ​ ຈັດ​ຕັ້ງ​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດສັງ​ຄົມ ​ສົກ​ປີ 2015-2016, ການ​ຈັດ​ຕັ້ງປະ​ຕິ​ບັດ ​ແຜນ​ງົບ​ປະ​ມານ​ປະ​ຈຳ​ປີ 2014-2015 ແລະ​ ແຜນ​ ງົບ​ປະ​ມານ​​ ປະ​ຈໍາ​ສົກ​ປີ 2015-2016, ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ແຜນ​ເງິນ​ຕາ ​ປະ​ຈຳ​ສົກ​ປີ 2014-2015 ແລະ ​ແຜນ​ເງິນ​ຕາ ​ປະ​ຈຳ​ປີ 2015-2016. ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ທາງ​ລົດ​ໄຟ ແລະ ໂຄງ​ການ​ກໍ່​ສ້າງ​ສະ​ໜາມ​ບິນ​ສາ​ກົນ​ຢູ່ ສ​ປ​ປ ລາວ, ໄດ້​ຮັບ​ຟັງ​ການ​ລາຍ​ງານ​ການ​ແກ້​ໄຂ​ໜີ້ສິນ, ໂຄງ​ການ​ລົງ​ທຶນ​ຂອງ​ລັດ, ມາດ​ຕະ​ການ​ແກ້​ໄຂໃນ​ຕໍ່​ຫ​ນ້າ.

ນອກ​ຈາກ​ນີ້ ຍັງ​ໄດ້​ພິຈາລະນາຄົ້ນຄວ້າ ​​ແຜນວຽກງານພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງ​ຄວາມ​ທຸກ​ຍາກ​, ບົດ​ລາຍ​ງານ​ຂອງກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ກະ​ຊວງ​ພາຍ​ໃນ ກ່ຽວ ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ພັດ​ທະ​ນາ 10 ເຂດ​ຈຸດ​ສຸມ​ຂອງ​ລັດ​ຖະ​ບານ, 54 ຈຸດ​ສຸມ​ຂອງ​ທ້ອງ​ຖິ່ນ, ການ​ຈັດ​ສັນ​ພູມ​ລຳ​ເນົາ ແລະ ບ່ອນ​ທຳ​ມາ​ຫາ​ກິນ​ຂອງ​ປະ​ຊາ​ຊົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...