Homeຂ່າວຕ່າງປະເທດຜູ້ປະກາດຂ່າວຊາຍຊ່ອງ ABC ຄຸກເຂົ່າຂໍແຟນໜຸ່ມແຕ່ງງານໜ້າຫໍໄອເຟລ

ຜູ້ປະກາດຂ່າວຊາຍຊ່ອງ ABC ຄຸກເຂົ່າຂໍແຟນໜຸ່ມແຕ່ງງານໜ້າຫໍໄອເຟລ

Published on

2509m28

ຜູ້​ປະ​ກາດ​ຂ່າວ​ຊາຍ​ຊ່ອງ ABC ຂອງສະ​ຫາລັດ ເຮັດ​ເຊີລ໌​ໄພສ໌​ໂລ​ແມນ​ຕິກ ຄຸກ​ເຂົ່າ​ຂໍ​ແຟນ​ໜຸ່ມ​ແຕ່ງ​ງານ​ໜ້າ​ຫໍ​ໄອ​ເຟລ​ລະຫວ່າງໄປ​ທົວຍຸ​ໂຣບ ດ້ານ​ຊາວ​ເນັດ​ແຫ່​ຮ່ວມ​ສະແດງ​ຄວາມ​ຍິນ​ດີ​ຜ່ານ​ອິ​ນສະ​ຕາ​ແກຣມ ຢາກ​ມີ​ແບບ​ນີ້ ພາກັນອິດສາເຕັມເລີຍ! 
 ເມື່ອ​ວັນທີ່ 21 ກັນຍາ ເວັບ​ໄຊຕ໌​ເດ​ລີ່​ເມລ  ເປີດ​ເຜີຍ​ການ​ຂໍ​ແຕ່ງ​ງານ​ສຸດ​ຊື້ງກິນໃຈ​ໜ້າ​ຫໍ​ໄອ​ເຟລ​ຂອງ​ຄູ່​ຜູ້​ປະ​ກາດ​ຂ່າວ​ຊາຍ​ ແລະ ​ແຟນ​ໜຸ່ມ ເຮັດໃຫ້​ຍິງ​ສາວ​ນ້ອຍ​ໃຫຍ່​ທົ່ວ​ໂລກ​ຕ້ອງ​ໃຈ​ລະ​ລາຍ​ໄປ​ກັບ​ຄວາມ​ຫວານ​ສຸດ​ໂລ​ແມນ​ຕິກ​ຂອງ​ພາບ​ເທິງ​ອິ​ນສະ​ຕາ​ແກຣມ​ສ່ວນ​ຕົວ​ຂອງ​ທັງ​ຄູ່ ເມື່ອ​ມື້​ວັນ​ທີ່ 17 ກັນຍາ​ທີ່​ຜ່ານມາ

2509m29

ຈິ​ໂອ ເບ​ນິ​ເຕ​ ຜູ້​ປະ​ກາດ​ຂ່າວ​ແຫ່ງ​ຊ່ອງ ABC ທີ່​ດຳ​ເນີນ​ລາຍ​ການ​ຂ່າວ​ເຊົ້າ​ຊື່​ດັ່ງ​ຢ່າງ ກູ​ດ​ມໍ​ນິ່​ງອາ​ເມ​ຣິ​ກາ ໄດ້​ເຮັດ​ເຊີລ໌​ໄພສ໌​ໃຫ້​ແຟນ​ໜຸ່ມ ທອມ​ມີ່ ດິ​ດາ​ລິ​ໂອ ບຣັອກ​ເກີ​ໄລຟ໌​ສະ​ໄຕລ໌ ດ້ວຍ​ການ​ຄຸກ​ເຂົ່າ​ມອບ​ແຫວນ​ແຕ່ງ​ງານ ທີ່​ໜ້າ​ສັນຍະລັກ​ແຫ່ງ​ນະຄອນຫລວງປາ​ລີດ​ ຫລື ​ຫໍ​ໄອ​ເຟລ ຂະນະ​ກຳ​ລັງ​ອອກ​ອາກາດ​ທົວ​ຮອບ​ຍຸ​ໂຣບ

2509m37

ພ້ອມ​ກັນ​ນີ້ ຈິ​ໂອ​ຍັງ​ໄດ້​ວ່າ​ຈ້າງ​ຊ່າງ​ພາບ​ຝີ​ມື​ດີ​ຂອງ​ຝຣັ່ງ​ໃຫ້​ບັນ​ທຶກ​ນາ​ທີ​ສຳຄັນ​ຂອງ​ຊີວິດ​ເອົາ​ໄວ້ ​ເກີດ​ເປັນ​ພາບ​ຖ່າຍ​ຫວານ​ຊື້ງ​ສຸດ​ໂຣ​ແມນ​ຕິກ ທີ່​ລາວເອງໄດ້ໄປໄປ​ໂພສ໌​ລົງ​ໃນ​ອິ​ນສະ​ຕາ​ແກຣມ​ສ່ວນ​ຕົວ ເຮັດ​ເອົາ​ຊາວ​ເນັດ​ຈຳນວນ​ຫລາຍ​ຮື​ຮາ ​ແລະ​ ແຫ່​ເຂົ້າ​ມາ​ກົດ​ໄລຄ໌​ຫລາຍ​ເຖິງ 8,980 ເທື່ອ ພ້ອມ​ຮ່ວມ​ສະແດງ​ຄວາມ​ຍິນ​ດີ​ໃນ​ຮັກ​ແທ້​ຂອງ​ທັງ​ຄູ່​ກັນ​ຢ່າງ​ຫລວງຫລາຍ
ນອກ​ຈາກ​ນີ້ ຈິ​ໂອ​ແລະ​ທອມ​ມີ່ ຍັງ​ໄດ້​ໂພສ໌​ພາບ​ການ​ທີ່​ທັງ​ຄູ່​ເຂົ້າ​ກອດ​ກັນ ແລະ ​ພາບ​ທີ່​ທັງ​ສອງ​ຈັບ​ມື​ພ້ອມ​ໂຊ​ແຫວນ​ແຕ່ງ​ງານ​ທີ່​ເຂົ້າ​ຄູ່​ກັນ​ອີກ​ ສ້າງ​ຄວາມ​ອິ່ມ​ອົກອິ່ມ​ໃຈ​ໃຫ້​ກັບ​ບັນດາ​ຊາວ​ເນັດ​ທີ່​ຊື່ນ​ຊົມ​ຄວາມ​ຮັກ​ຂອງ​ຊາຍ​ໜຸ່ມ​ທັງ​ສອງ​ໄດ້​ຫລາຍ​

2509m35 2509m34 2509m33 2509m32 2509m31 2509m30

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...