Homeຂ່າວພາຍ​ໃນເບຍລາວ ສະໜັບສະໜູນງານບຸນທາດຫຼວງ 175 ລ້ານກວ່າກີບ

ເບຍລາວ ສະໜັບສະໜູນງານບຸນທາດຫຼວງ 175 ລ້ານກວ່າກີບ

Published on

ເບຍລາວ ສະໜັບສະໜູນງານບຸນທາດຫຼວງ 175 ລ້ານກວ່າກີບ

ບໍລິສັດ​ເບຍ​ລາວ ໄດ້​ໃຫ້ການ​ສະໜັບສະໜູນ ໃນ​ງານ​ບຸນ​ນະມັດສະການ​ພຣະ​ທາດຫຼວງ​ວຽງ​ຈັນ ປະຈຳ​ປີ 2013 ນີ້ ມີ​ທັງ​ເງິນສົດ ຜະລິດ​ຕະ​ພັນ ແລະ ເຄື່ອງ​ໂຄສະນາ ລວມ​ເປັນ​ມູນ​ຄ່າ 175 ລ້ານ​ກວ່າ​ກີບ.

ວັນ​ທີ 7 ພະຈິກ 2013 ຜ່ານ​ມາ​ນີ້ ທ່ານ ກິດສະໜາ ວົງ​ໄຊ ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ເບຍ​ລາວ ໄດ້​ນຳໄປ​ມອບ​ໃຫ້​ທ່ານ ສາຍທອງ ແກ້ວ​ດວງ​ດີ ຄະນະ​ປະຈຳ​ພັກ​ນະຄອນຫຼວງ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໃນ​ນາມ​ປະທານ​ຈັດ​ງານ​ບຸນ​ນະມັດສະການ​ພຣະ​ທາດຫຼວງ​ວຽງ​ຈັນ ຢູ່​ຫ້ອງ​ວ່າການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ.

ທ່ານ ກິດສະໜາ ວົງ​ໄຊ ກ່າວ​ວ່າ: ປີ​ນີ້​ບໍລິສັດ​ເບຍ​ລາວ​ໄດ້​ມີ​ອາຍຸ​ຄົບ 40 ປີ ທາງ​ບໍລິສັດ​ໄດ້​ມີ​ກິດຈະກຳ​ຫຼາຍ​ຢ່າງ ເປັນຕົ້ນ​ແມ່ນ​ໄດ້​ອວຍພອນ​ການ​ນຳ​ແຕ່​ລະ​ແຂວງ ແລະ ໃຫ້ການ​ຊ່ວຍເຫຼືອ ນັບ​ແຕ່​ໂຮງຮຽນ ໂຮງໝໍ ສະເພາະ​ຢູ່​ນະຄອນຫຼວງ​ວຽງ​ຈັນ ກໍ​ໄດ້​ໃຫ້ການ​ຊ່ວຍເຫຼືອ​ຕະຫຼອດ​ມາ.

ງານ​ບຸນ​ນະມັດສະການ​ພຣະ​ທາດຫຼວງ​ວຽງ​ຈັນ​ປີ​ນີ້ ທາງ​ບໍລິສັດ​ເບຍ​ລາວ ກໍ​ໄດ້​ຈັດ​ສັນ​ງົບປະມານ​ມາ​ຊ່ວຍເຫຼືອ ເພື່ອ​ແບ່ງ​ເບົາ​ງົບປະມານ​ຂອງ​ນະຄອນຫຼວງ​ວຽງ​ຈັນ ໃນ​ການ​ຈັດ​ງານ​ບຸນ​ພຣະ​ທາດຫຼວງ ເພື່ອ​ຮັກສາ​ໃຫ້​ໄດ້​ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ​ເຮົາ ແລະ ບໍລິສັດ​ເບຍ​ລາວ ຈະ​ມີ​ສ່ວນ​ຮ່ວມ​ຕະຫຼອດ​ໄປ.

ທ່ານ ສາຍທອງ ແກ້ວ​ດວງ​ດີ ກ່າວ​ວ່າ: ງານ​ບຸນ​ນະມັດສະການ​ພຣະ​ທາດຫຼວງ​ວຽງ​ຈັນ​ປີ​ນີ້ ຖື​ວ່າ​ເປັນ​ປີ​ທີ່​ສຳຄັນ ໃນ​ງານ​ຈະ​ມີ​ການວາງສະແດງ​ສິນຄ້າ ODOP ຂອງ​ແຕ່​ລະ​ແຂວງ ຈະ​ມີ​ການ​ປັບປຸງ​ການ​ຕັກບາດ​ໃຫ້​ງົດ​ງາມ​ກວ່າ​ເກົ່າ ມີ​ພຣະ 6.000 ກວ່າ​ອົງ ພິເສດ​ຍັງ​ຈະ​ມີ​ບັນດາ​ລັດຖະມົນຕີ​ກະຊວງ​ທ່ອງ​ທ່ຽວ​ຈາກ 5 ປະເທດ​ໃນ​ອາ​ຊຽນ ມາ​ເຂົ້າ​ຮ່ວມ​ນຳ​ອີກ ແລະ ອີກ​ດ້ານ​ໜຶ່ງ ແມ່ນ​ເປັນ​ການ​ກະກຽມ​ໃສ່​ປີ 2015 ຈະ​ຈັດ​ງານ​ບຸນ​ນະມັດສະການ​ພຣະ​ທາດຫຼວງ​ວຽງ​ຈັນ ເປັນ​ງານ​ບຸນ​ທີ່​ຍິ່ງ​ໃຫຍ່​ກວ່າ​ທຸກໆ​ປີ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...