Homeລົດຍົນ-ຍານພາຫະນະກິ່ນ ແລະ ຄວັນຂອງລົດຈັກຄູ່ໃຈ ເກີດຂຶ້ນຈາກຫຍັງ ແກ້ໄຂຈັ່ງໃດ

ກິ່ນ ແລະ ຄວັນຂອງລົດຈັກຄູ່ໃຈ ເກີດຂຶ້ນຈາກຫຍັງ ແກ້ໄຂຈັ່ງໃດ

Published on

1442910815

ກິ່ນ ແລະ​ ຄວັນ ຂອງ​ລົດ​ຈັກ​ຄູ່​ໃຈ ເກີດ​ຂຶ້ນ​ຈາກ​ຫຍັງ

ມື້​ນີ້​ເຮົາ​ຈະ​ແກ້​ໄຂ​ບັນຫາ​ນີ້​ເບື້ອງ​ຕົ້ນ​ຈັ່ງໃດ​ດີ ​ເຮົາ​ມີ​ຄຳ​ຕອບ

1442910982

ຄວັນ ແລະ ກິ່ນ​ຈາກ​ລົດຈັກ

ກ່ອນ​ອື່ນ​ເຮົາ​ມາ​ເບິ່ງ​ໃນ​ສ່ວນ​ຂອງ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ອາການ​ນີ້​ກັນ​ກ່ອນ​ເລີຍ ໂດຍ​ໃຫ້​ເຮົາ​ລອງ​ສັງເກດ​ກິ່ນ​ແປກໆ ຫລື​ກິ່ນ​ທີ່​ເຮົາ​ຮູ້ສຶກ​ວ່າ​ມັນ​ອອກ​ມາ​ຈາກ​ສ່ວນ​ຕ່າງໆ ຂອງ​ລົດ​ກ່ອນ​ເລີຍ ວ່າ​ມັນ​ມີ​ຄວາມ​ຜິດ​ປົກກະຕິ​ ຫຼື ​ບໍ່ ເຊັ່ນ ກິ່ນ​ໄໝ້, ກິ່ນ​ນ້ຳ​ມັນ​ທີ່​ອາດຈະ​ຮົ່ວ​ໄຫຼ ເປັນ​ຕົ້ນ ຊຶ່ງ​ຫາກ​ມີ​ກິ່ນ​ດັ່ງ​ກ່າວ​ນີ້ ອາດ​ເປັນ​ໄປ​ໄດ້​ວ່າ​ລົດ​ຄູ່​ໃຈ​ຂອງ​ເຮົາ​ອາດຈະ​ມີ​ໄຟ​ຟ້າ​ລັດ​ວົງ​ຈົນ​ໃນ​ບາງ​ຈຸດ ຫຼື ​ເກີດ​ການ​ຮົ່ວ​ຊຶມ​ຂອງ​ນ້ຳ​ມັນ​ເຊື້ອ​ເພີງ​ນັ້ນ​ເອ​ງ

1442911047

ຄວັນອາດຈະ​ເກີດ​ຂຶ້ນ​ຈາກ​ໄຟ​ຟ້າ​ລັດ​ວົງ​ຈອນ

ສຳລັບ​ຄວັນທີ່​ມາ​ພ້ອມ​ກັບ​ກິ່ນ​ອັນ​ບໍ່​ພຶງ​ປະສົງ​ນີ້ ອາດຈະ​ເກີດ​ຂຶ້ນ​ເພາະ ເມື່ອ​ມີ​ຈຸດ​ທີ່​ໄຟ​ຟ້າ​ລັດ​ວົງ​ຈົນ​ກໍ​ມັກ​ຈະ​ມີຄວັນ​ຕາມ​ມາ​ດ້ວຍ ຊຶ່ງ​ຫາກ​ເປັນ​ກໍລະນີ​ນີ້​ຈະ​ເຮັດໃຫ້​ການ​ກວດ​ສອບ​ສາມາດ​ເຮັດ​ໄດ້​ງ່າຍ​ຂຶ້ນ ເຊັ່ນ ກວດ​ເຊັກ​ດ້ວຍ​ຕາ​ເປົ່າ ຈາກ​ຈຸດ​ທີ່​ຄວັນ​ດັ່ງ​ກ່າວ​ນັ້ນ​ອອກ​ມາ

1442911239

ວິທີ​ແກ້​ໄຂ​ເບື້ອງ​ຕົ້ນ ເມື່ອ​ລົດຈັກສົ່ງ​ກິ່ນ​ ແລະ​ ຄວັນອອກ​ມາ

ສ່ວນ​ວິທີ​ແກ້​ໄຂ​ເບື້ອງ​ຕົ້ນ​ນັ້ນ​ສາມາດ​ເຮັດ​ໄດ້​ໂດຍ 

  1. ຈອດ​ລົດ​ໃນ​ທີ່​ປອດ​ໄພ
  2. ດັບ​ເຄື່ອງ​ຈັກ​ທັນ​ທີ
  3. ຮີບ​ຂໍ​ຄວາມ​ຊ່ວຍເຫຼືອ ແລະ​ ນໍາລົດ​ເຂົ້າ​ສູນ​ບໍລິການ ຫຼື ຮ້ານ​ແປງ​ລົດ​ທັນ​ທີ
  4. ໃນ​ລະຫວ່າງ​ລໍ​ຖ້າໃຫ້​ລອງ​ສັງເກດ​ວ່າ​ຈຸດ​ໃດ​ທີ່​ມີຄວັນ ແລະ ​ລະ​ງັບ​ແປວ​ໄຟ​ທີ່ເກີດຂື້ນ ເພື່ອ​ປ້ອງ​ກັນ​ການ​ລຸກ​ໄໝ້
  5. ຫາກ​ມີ​ຄວາມ​ຮູ້​ໃນ​ເລື່ອງ​ຂອງ​ຊ່າງ​ຈັກ ໃຫ້​ເຮົາ​ຖອດ​ຂົ້ວ​ແບດ​ເຕີຣີ່ອອກ​ກ່ອນ ເພື່ອ​ຄວາມ​ປອດ​ໄພ

1442911384

ກວດ​ສອບ​ລົດ​ຈັກໃຫ້​ພ້ອມ​ໃຊ້​ງານ​ຢູ່​ສະ​ໝ່ຳ​ສະເໝີ​
ເພື່ອ​ປ້ອງ​ກັນ​ອຸປະຕິເຫດ​ທີ່​ອາດ​ເກີດ​ຂຶ້ນ​ໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...