spot_img
Homeຂ່າວຕ່າງປະເທດCEO ໂຟກສະວາເກັນລາອອກແລ້ວ ຫລັງຖືກເປີດເຜີຍ ລົດໂຟກໂກງມາດຕະຖານສິ່ງແວດລ້ອມ!

CEO ໂຟກສະວາເກັນລາອອກແລ້ວ ຫລັງຖືກເປີດເຜີຍ ລົດໂຟກໂກງມາດຕະຖານສິ່ງແວດລ້ອມ!

Published on

EyWwB5WU57MYnKOuXq6nBiCW7WU6MKBnlMw7ESwOn83rm0PDHYuJWV

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ກັນຍານີ້ວ່າ ທ່ານ ມາຕິນ ວິນເທີຄອນ ປະທານຄະນະເຈົ້າໜ້າທີ່ບໍລິຫານ ຫລື CEO ບໍລິສັດໂຟກສະວາເກັນ ຜູ້ຜະລິດລົດລາຍໃຫຍ່ຂອງປະເທດເຢຍລະມັນ ປະກາດລາອອກຈາກຕຳແໜ່ງແລ້ວໃນມື້ວານນີ້ (23 ກັນຍາ) ຫລັງຈາກທີ່ສຳນັກງານຄຸ້ມຄອງສິ່ງແວດລ້ອມຂອງສະຫະລັດອາເມຣິກາ ໄດ້ອອກມາເປີດເຜີຍວ່າ ລົດໂຟກສະວາເກັນ ມີການໂກງການກວດວັດແທກ ຕາມມາດຕະຖານຄວບຄຸມການປ່ອຍອາຍເສຍລົດຂອງສະຫະລັດອາເມຣິກາ ດ້ວຍວິທີການຕິດຕັ້ງໂປຣແກຣມໄວ້ໃນລົດຈັກກາຊວນ ໃຫ້ເຮັດວຽກໃນເວລາທີ່ລົດຄັນດັ່ງກ່າວ ກຳລັງຖືກກວດວັດແທກການປ່ອຍອາຍເສຍ ແລະ ປິດໂປແກຣມອັດຕະໂນມັດ ຫລັງຈາກທີ່ໄດ້ຜ່ານຈຸດກວດໄປແລ້ວ ຊຶ່ງບໍລິສັດໂຟກສະວາເກັນເອງ ກໍໄດ້ອອກມາຍອມຮັບ ແລະ ເປີດເຜີຍວ່າ ມີລົດທີ່ໄດ້ຕິດຕັ້ງໂປຣແກຣມໂກງແບບນີ້ເຖິງ 11 ລ້ານຄັນໃນທົ່ວໂລກ.

ທັງນີ້ ຜົນກະທົບຈາກເລື່ອງດັ່ງກ່າວ ເຮັດໃຫ້ລາຄາຮຸ້ນຂອງໂຟກສະວາເກັນຫລຸດລົງຢ່າງໜັກໃນໄລຍະຫລາຍມື້ຜ່ານມາ ຊຶ່ງບໍລິສັດຈະຕ້ອງໄດ້ເອີ້ນລົດຄືນເຖິງ 500,000 ຄັນ ແລະ ອາດຈະຖືກຟ້ອງດຳເນີນຄະດີ ພ້ອມເສຍຄ່າປັບໃໝອີກຫລາຍຕື້ໂດລາສະຫະລັດ.

16VOLKSWAGEN

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...