spot_img
Homeຂ່າວພາຍ​ໃນເມືອງຊ່ອນ ແຂ່ງຂັນກິລາ 3 ປະເພດ ສະຫຼອງວັນປະກາດຈົບຊັ້ນ ມ ຕົ້ນບຳລຸງ

ເມືອງຊ່ອນ ແຂ່ງຂັນກິລາ 3 ປະເພດ ສະຫຼອງວັນປະກາດຈົບຊັ້ນ ມ ຕົ້ນບຳລຸງ

Published on

ເມືອງຊ່ອນ ແຂວງຫົວພັນ ໄດ້ຈັດການແຂ່ງຂັນກິລາ 3 ປະເທດ ຄື: ບານສົ່ງຊາຍ, ກະຕໍ້ຊາຍ ແລະ ເປຕັງທີມຍິງ-ຊາຍ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວເມືອງຢ່າງເປັນທາງການ ພ້ອມທັງເປັນການສົ່ງເສີມໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ລັດຖະກອນ ພາຍໃນເມືອງ ໄດ້ອອກກຳລັງກາຍເພື່ອສຸຂະພາບໃຫ້ມີຮ່າງກາຍທີ່ແຂງແຮງ, ປອດໂປ່ງທາງດ້ານມັນສະໝອງ ແລະ ຈິດໃຈ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ວຽກງານທີ່ຂັ້ນເທິງມອບໝາຍໃຫ້ຢ່າງມີຜົນສຳເລັດເປັນກ້າວໆ.

ພິທີປິດການແຂ່ງຂັນກິລາທັງ 3 ປະເທດ ໄດ້ຈັດຂຶ້ນໃນຕອນແລງວັນທີ 22 ກັນຍາ ຜ່ານມາ ພາຍຫຼັງດຳເນີນການແຂ່ງຂັນມາຕັ້ງແຕ່ວັນທີ 16 ສິງຫາ 2015 ທີ່ສະໜາມກິລາເມືອງ, ໂດຍໃຫ້ກຽດ ເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ສິງພອນ ເລືອງຄຳມາ ເຈົ້າເມືອງຊ່ອນ ແລະ ທ່ານຮອງຫົວ ໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊ່ອນ ພ້ອມດ້ວຍພະນັກງານ, ລັດຖະກອນ, ຄູເຝິກ ແລະ ຄະນະນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.

ສຳລັບການແຂ່ງຂັນກິລາຄັ້ງນີ້ ປະກອມມີທັງໝົດ 3 ປະເພດ, ໃນນັ້ນກິລາບານສົ່ງຊາຍ ມີທີມເຂົ້າຮ່ວມ 6 ພາກສ່ວນ, ກະຕໍ້ຊາຍ 6 ພາກສ່ວນ, ເປຕັງຊາຍ 16 ທີມ ແລະ ເປຕັງຍິງ 8 ທີມ. ຜ່ານການແຂ່ງຂັນເປັນເວລາ 1 ເດືອນປາຍ (16 ສິງຫາ – 22 ກັນຍາ 2015) ຜົນປາກົດວ່າ ກິລາບານສົ່ງຊາຍ ອັນດັບ 1 ໄດ້ແກ່ ທີມກອງຮ້ອຍ 15 (ທະຫານແຂວງຫົວພັນ ທີ່ມາປະຈຳການຢູ່ ເມືອງຊ່ອນ) ແລະ ອັນດັບ 2 ທີມຫ້ອງການສຶກສາທິການ ແລະ ກິລາເມືອງຊ່ອນ; ກິລາກະຕໍ້ ອັນດັບ 1 ຕົກເປັນຂອງ ທີມຊາວໜຸ່ມຂົງເຂດການເມືອງຂອງເມືອງຊ່ອນ ແລະ ອັນດັບທີ 2 ທີມກອງຮ້ອຍ 15; ກິລາເປຕັງຊາຍ ອັນດັບ 1 ໄດ້ແກ່ ທີມຫ້ອງການສຶກສາທິການ ແລະ ກິລາເມືອງຊ່ອນ ແລະ ອັນດັບ 2 ແມ່ນ ທີມກອງຮ້ອຍ 15; ກິລາເປຕັງຍິງ ອັບດັບ 1 ຕົກເປັນຂອງທີມຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນ ແລະ ອັນດັບ 2 ແມ່ນທີມກອງບັນຊາການປ້ອງກັນຄວາມສະຫງົບເມືອງ.

12032020_1658661337754330_8986126408613654621_n

12037962_1658661317754332_4036530485775764003_n

12039422_1658661334420997_6286183277973151592_n

12045388_1658661374420993_5878230277627942187_o

12047135_1658661331087664_491248096833315349_n

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...