Homeຂ່າວພາຍ​ໃນເປີດງານວາງສະແດງ ແລະ ຂາຍສິນຄ້າຍີ່ປຸ່ນ ປີ 2013

ເປີດງານວາງສະແດງ ແລະ ຂາຍສິນຄ້າຍີ່ປຸ່ນ ປີ 2013

Published on

ເປີດງານວາງສະແດງ ແລະ ຂາຍສິນຄ້າຍີ່ປຸ່ນ ປີ 2013

ງານ​ວາງສະແດງ ແລະ ຂາຍ​ສິນຄ້າ​ຍີ່ປຸ່ນ ປີ 2013 ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 7-9 ພະຈິກ 2013 ນີ້ ຢູ່​ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາງ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ ທ່ານ ຮີ​ໂຣ​ຍຸ​ກິ ກິ​ຊີ​ໂນະ ເອກ​ອັກຄະລາຊະທູດ​ຍີ່ປຸ່ນ ປະຈຳ ​ສປປ ລາວ ທ່ານ ເຊ​ຊິ​ໂອະ ອີ​ຈຸ​ຈິ ປະທານ​ອົງການ JETRO Bangkok ພ້ອມ​ດ້ວຍ​ບັນດາ​ພະ​ແນກ ແລະ ຊາວ​ນະຄອນຫຼວງ​ວຽງ​ຈັນ ເຂົ້າ​ຮ່ວມ.

ໃນ​ງານ​ວາງສະແດງ​ຄັ້ງ​ນີ້ ແມ່ນ​ໜຶ່ງ​ໃນ​ງານ​ບຸນມະໂຫລານ​ຍີ່ປຸ່ນ ຄັ້ງ​ທີ 2 ເຊິ່ງ​ຈັດ​ໂດຍ​ຄະນະ​ກຳມະການ​ຜູ້​ບໍລິຫານ​ອົງການ JETRO Bangkok ແລະ ອົງການ​ທີ່​ກ່ຽວຂ້ອງ​ກັບ​ລັດຖະບານ​ຍີ່ປຸ່ນ ທີ່​ມາ​ຈາກ​ລາວ ໄທ ຫວຽດນາມ ແລະ ຍີ່ປຸ່ນ ເນື່ອງ​ໃນ​ໂອກາດ ຄົບຮອບ 40 ປີ​ແຫ່ງ​ມິດຕະພາບ ແລະ ການ​ຮ່ວມ​ມື​ຍີ່ປຸ່ນ-ອາ​ຊຽນ ສະຖານທູດ​ຍີ່ປຸ່ນ.

ງານ​ຄັ້ງ​ນີ້​ຈັດ​ຂຶ້ນ​ເພື່ອ​ເປັນ​ການ​ຊຸກຍູ້ ເປັນ​ການ​ແນະນຳ ແລະ ໂຄສະນາ​ສິນຄ້າ​ຍີ່ປຸ່ນ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໃຫ້​ແກ່​ຄົນ​ລາວ ໄດ້​ຮັບ​ຮູ້ ແລະ ເພື່ອ​ເປັນ​ການ​ຊຸກຍູ້​ສົ່ງເສີມ​ຜົນ​ປະໂຫຍດ​ທາງ​ການ​ຄ້າ ແລະ ການ​ລົງທຶນ​ເຊິ່ງ​ກັນ ແລະ ກັນ ລະຫວ່າງ 2 ປະເທດ ລາວ-ຍີ່ປຸ່ນ ງານ​ວາງສະແດງ​ຄັ້ງ​ນີ້ ໄດ້​ມີ 20 ບໍລິສັດ​ເຂົ້າ​ຮ່ວມ ເຊິ່ງ​ປະກອບ​ມີ​ເຄື່ອງ​ອີ​ເລັກ​ໂຕຼ​ນິກ ເຄື່ອງ​ອຸປະໂພກ ບໍລິໂພກ ແລະ ເຄື່ອງໃຊ້​ສອຍ​ຕ່າງໆ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...