spot_img
Homeມູມໄອທີລາວໄມໂຄຣຊອບເປີດຕົວ Office 2016 ຮອງຮັບ Windows 10 ເຕັມຮູບແບບ

ໄມໂຄຣຊອບເປີດຕົວ Office 2016 ຮອງຮັບ Windows 10 ເຕັມຮູບແບບ

Published on

Office-2016-Logo

ໄມ​ໂຄ​ຣຊອບ​ເປີດ​ຕົວ Office 2016 ເພີ່ມ​ຟັງຊັ່ນ​ໃໝ່ ຮອງ​ຮັບ Windows 10 ຢ່າງ​ເຕັມ​ຮູບ​ແບບ
ເມື່ອ​ວັນທີ່ 22 ກັນຍາ ໄມ​ໂຄ​ຣຊອບ​ໄດ້​ເປີດ​ຕົວ Office 2016 ປັບປຸງ​ເພີ່ມ​ຟັງຊັ່ນ​ໃໝ່ ໃຊ້​ງານ​ຮ່ວມ​ກັບ Windows 10 ໄດ້​ດີ​ຂຶ້ນ ພ້ອມ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ທີ່​ດີກວ່າ​ເກົ່າ ເຮັດວຽກ​ຮ່ວມ​ກັນ​ໃນ​ທີມ​ໄດ້​ສະ​ດວກ​ຍິ່ງ​ຂຶ້ນ ໂດຍ​ຟັງຊັ່ນ​ຫລັກໆ ຂອງ Office 2016 ມີ​ດັ່ງ​ນີ້

office2016_1

ການເຮັດວຽກງານ​ຮ່ວມ​ກັນ​ໃນ​ທີມ
          ແກ້​ໄຂ​ເອກະສານ​ຮ່ວມ​ກັນ​ແບບ real-time ໂດຍ​ຜູ້​ໃຊ້​ຈະ​ເຫັນ​ວ່າ​ອີກ​ຝ່າຍ​ກຳ​ລັງ​ແກ້​ໄຂ​ເອກະສານ​ແບບ​ທັນ​ທີ
          Skype for Business ສຳລັບ​ປະ​ຊຸມ​ໂອລົມ ແຊລ໌​ພາບ​ ຫລື​ ວິ​ດີ​ໂອ​ໂດຍ​ກົງ​ຈາກ​ເອກະສານ
          Office 365 Groups ສຳລັບ​ສ້າງ​ກຸ່ມ​ທີມ​ທີ່​ເຮັດວຽກ​ຮ່ວມ​ກັນ ໃຊ້​ກ່ອງ​ຂໍ້ຄວາມ, ປະຕິ​ທິນ ແລະ ​ພື້ນ​ທີ່​ເກັບ​ໄຟລ໌​ຮ່ວມກັນ
          Office 365 Planner ກຳນົດ​ແບບ​ແຜນ​ການເຮັດວຽກງານ ​ແລະ​ ມອບ​ໝາຍ​ຫນ້າທີ່​ຢ່າງ​ເປັນ​ລະບົບ ພ້ອມ​ອັບ​ເດ​ດສະ​ຖາ​ນະ​ການເຮັດວຽກງານ​ໃນ​ທີມ
          GigJam ສຳລັບ​ການເຮັດວຽກງານ​ຮ່ວມ​ກັນ​ລະຫວ່າງ​ຫລາຍ​ອຸປະກອນ

office2016_2

ເພີ່ມ​ປະ​ສິດ​ທິ​ພາບ​ການເຮັດວຽກງານ
          Outlook 2016 ລະບົບ​ແຍກ​ອີ​ເມລ​ທີ່​ດີກວ່າເກົ່າ ຄົ້ນ​ຫາ​ໄດ້​ວ່ອງໄວ ຮອງ​ຮັບ​ການ​ແນບ​ໄຟລ໌​ຈາກ OneDrive
          OneDrive for Business ຮອງ​ຮັບ​ການ sync ລະຫວ່າງ Winodws ແລະ Mac ພ້ອມ​ເພີ່ມ​ພື້ນ​ທີ່​ການ​ໃຊ້​ງານ​ໃຫ້​ຫລາຍກວ່າ​ເກົ່າ
          Tell Me ຊ່ວຍ​ຄົ້ນ​ຫາ​ຟັງຊັ່ນ​ຂອງ Office ທີ່​ຜູ້​ໃຊ້​ຕ້ອງ​ການ ແລະ Smart Lookup ສຳລັບ​ນຳ​ຂໍ້​ມູນ​ຈາກ​ເວັບ​ໄຊຕ໌​ຕ່າງໆ ມາ​ໃສ່ໃນ​ເອກະສານ​ໄດ້​ໂດຍ​ກົງ
          Excel 2016 ຮອງ​ຮັບ​ການເຮັດວຽກງານ​ຮ່ວມ​ກັບ Power BI ເພີ່ມ Chart ຮູບ​ແບບ​ໃໝ່​ໆ
          ລາຍ​ການ​ໄຟລ໌​ທີ່​ໃຊ້​ງານ​ຫລ້າ​ສຸດ​ທີ່​ສະແດງ​ເທິງ​ທຸກ​ອຸປະກອນ ເລືອກ​ເປີດ​ໄຟລ໌​ເຮັດວຽກ​ຕໍ່​ເທິງ​ອຸປະກອນ​ອື່ນໆ ໄດ້​ຢ່າງ​ສະ​ດວກ​ວ່ອງໄວ

office2016_3

ການ​ໃຊ້​ງານ​ຮ່ວມ​ກັບ Windows 10
          ຮອງ​ຮັບ​ການ​ເຂົ້າ​ສູ່​ລະບົບ​ດ້ວຍ Windows Hello
          Outlook 2016 ຈະ​ຮອງ​ຮັບ Cortana
          Office Mobile apps ແລະ Continuum ເທິງ Windows Phone ທີ່​ເຮັດໃຫ້​ສາມາດ​ໃຊ້​ສະ​ມາດ​ໂຟນ​ເຮັດວຽກ​ແທນ PC ໄດ້
          Sway ເທິງ Windows 10 ສຳລັບ​ສ້າງ​ເນື້ອ​ຫາ​ບົດ​ຄວາມ​ດີ​ໄຊນ໌​ສວຍງາມ ເບິ່ງ​ໜ້າ​ອ່ານ​ບໍ່​ວ່າ​ຈະ​ສະແດງ​ຜົນ​ຢູ່​ເທິງ​ໜ້າ​ຈໍ​ໃດໆ
          ແອັບ Office Mobile ສຳລັບ Windows 10 ທີ່​ສາມາດ​ໃຊ້​ງານ​ໄດ້​ເທິງ​ທຸກ​ອຸປະກອນ​ທີ່​ໃຊ້ Windows 10

office2016_4

ບົດຄວາມຫຼ້າສຸດ

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...