Homeຂ່າວຕ່າງປະເທດບັນດາລັດຖະມົນຕີພາຍໃນສະຫະພາບເອີຣົບ ເຫັນດີແຜນກະຈາຍຜູ້ອົບພະຍົບ 120,000 ຄົນ ແລ້ວ!

ບັນດາລັດຖະມົນຕີພາຍໃນສະຫະພາບເອີຣົບ ເຫັນດີແຜນກະຈາຍຜູ້ອົບພະຍົບ 120,000 ຄົນ ແລ້ວ!

Published on

EyWwB5WU57MYnKOuXq6mIanH5ERah1Oe8Z1b2YpnqmH0P8YqAQmzhl

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ກັນຍານີ້ວ່າ ລັດຖະມົນຕີພາຍໃນຂອງບັນດາປະເທດສະມາຊິກສະຫະພາບເອີຣົບ ຫລື ອີຢູ ໄດ້ປະຊຸມກັນຢູ່ນະຄອນຫລວງບຣຸກແຊນ ປະເທດແບນຊິກ ໃນມື້ວານນີ້ (22 ກັນຍາ) ໂດຍໄດ້ບັນລຸຂໍ້ຕົກລົງຮ່ວມກັນ ໃນການກະຈາຍຜູ້ອົບພະຍົບຈາກປະເທດອີຕາລີ, ເກຣັກ, ຮົງກາຣີ ຈຳນວນ 120,000 ຄົນ ໄປຍັງປະເທດສະມາຊິກອື່ນໆ ໂດຍກຳນົດໃຫ້ສຳເລັດພາຍໃນສອງປີ.

ທັງນີ້ ສະຫະປະຊາຊາດໄດ້ເປີດເຜີຍວ່າ ນັບຕັ້ງແຕ່ກ້າວເຂົ້າສູ່ປີ 2015 ແມ່ນມີຜູ້ອົບພະຍົບໜີຄວາມຮຸນແຮງ ແລະ ຄວາມທຸກຍາກຈາກຕາເວັນອອກກາງ ຂ້າມທະເລເຂົ້າສູ່ທະວີບເອີຣົບແລ້ວເຖິງ 480,000 ຄົນ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...