spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມປີນີ້ ຢູ່ລາວມີຜູ້ເສຍຊີວິດ ຍ້ອນພະຍາດວໍ້ແລ້ວ 3 ກໍລະນີ!

ປີນີ້ ຢູ່ລາວມີຜູ້ເສຍຊີວິດ ຍ້ອນພະຍາດວໍ້ແລ້ວ 3 ກໍລະນີ!

Published on

dog vacine

ພະຍາດວໍ້ເປັນພະຍາດຕິດຕໍ່ຮ້າຍແຮງຈາກສັດສູ່ຄົນຖ້າບໍ່ໄດ້ຮັບການປິ່ນປົວທີ່ຖືກຕ້ອງ ແລະ ທັນເວລາຈະເຮັດໃຫ້ເສຍຊີວິດ. ປັດຈຸບັນຢູ່ທະວີບອາຊີມີຄົນເສຍຊີວິດຍ້ອນພະຍາດດັ່ງກ່າວປະມານ 550 ພັນຄົນຕໍ່ປີ, ສະເພາະຢູ່ລາວນັບແຕ່ປີ 2002-2011 ມີຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວແລ້ວປະມານ 19 ກໍລະນີ ແລະ ແຕ່ເດືອນມັງກອນຫາເດືອນສິງຫາ 2015 ມີຜູ້ເສຍຊີວິດຈາກພະຍາດວໍ້ແລ້ວ 3 ກໍລະນີ.

ທ່ານ ດຣ. ຈັນທະໄລ ໄຊຍະວົງ ຫົວໜ້າຂະແໜງລະບາດວິທະຍາ ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນກ່າວວ່າ: ພະຍາດວໍ້ເປັນພະຍາດທີ່ອັນຕະລາຍ, ແຕ່ເຮົາກໍສາມາດປ້ອງກັນໄດ້ໂດຍການສັກຢາວັກແຊງປ້ອງກັນໃຫ້ສັດລ້ຽງປະເພດໝາ, ແມວ, ລີງ… ຢ່າງຖືກວິທີ ແລະ ຄົບຖ້ວນຕາມຈຳນວນ. ພ້ອມນີ້ເມື່ອຖືກສັດກັດຫລືຂູດໃຫ້ລ້າງບາດແຜດ້ວຍນ້ຳສະອາດທັນທີແລ້ວໄປພົບແພດເພື່ອສັກຢາວັກແຊງປ້ອງກັນ, ພ້ອມທັງໃຫ້ສັງເກດສັດທີ່ກັດໃນໄລຍະ 10 ວັນຖ້າຫາກສັດມີອາການເບື່ອອາຫານ, ບໍ່ກິນນ້ຳ, ກະວົນກະວາຍແລ້ວຕາຍໃຫ້ແຈ້ງຫາສັດຕະວະແພດເພື່ອນຳເອົາສັດໄປກວດຫາເຊື້ອວໍ້.

ພະຍາດວໍ້ສາມາດປ້ອງກັນໄດ້ຖ້າທຸກຄົນເອົາໃຈໃສ່ໃນການຮັກສາສັດລ້ຽງຂອງຕົນໂດຍການສັກຢາວັກແຊງໃຫ້ສັດຄົບຖ້ວນຕາມຈຳນວນທີ່ສັດຕະວະແພດແນະນຳ ແລະ ຫລີກເວັ້ນການສຳຜັດກັບສັດທີ່ມີຄວາມສ່ຽງເປັນພະຍາດວໍ້ຍ້ອນເຫັນໄດ້ຄວາມສຳຄັນໃນການປ້ອງກັນພະຍາດດັ່ງກ່າວໃນວັນທີ 28 ກັນຍາ 2015 ນີ້ກະຊວງສາທາລະນະສຸກ ແລະກະຊວງກະສິກຳ ແລະ ປ່າໄມ້ຈະໄດ້ຈັດກິດຈະກຳສະຫລອງວັນຕ້ານພະຍາດວໍ້ໂລກຂຶ້ນ ທີ່ໂຮງກາຍະສິນແຫ່ງຊາດເຊິ່ງໃນງານດັ່ງກ່າວຜູ້ທີ່ມີສັດລ້ຽງປະເພດໝາ, ແມວ, ລີງ… ສາມາດນຳມາສັກຢາວັກແຊງປ້ອງກັນພະຍາດວໍ້ໄດ້ໂດຍບໍ່ເສຍຄ່າເຊິ່ງງານຈະເລີ່ມແຕ່ເວລາ 8:00-16:00 ໂມງຈຶ່ງຂໍເຊີນຊວນໃຫ້ປະຊາຊົນນຳເອົາສັດລ້ຽງຂອງຕົນໄປສັກຢາກັນພະຍາດວໍ້ໃນງານດັ່ງກ່າວດ້ວຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...