spot_img
Homeຂ່າວພາຍ​ໃນນຳສະເໜີງານຜ່ານມືຖືຂຶ້ນ Google Hangouts ດ້ວຍ Google Slides

ນຳສະເໜີງານຜ່ານມືຖືຂຶ້ນ Google Hangouts ດ້ວຍ Google Slides

Published on

ຫາກ​ເຈົ້າ​ຢູ່ໃນ​​ເວລາ​ເລັ່ງ​ດ່ວນ ຕ້ອງ​ນຳ​ສະເໜີ​ງານ​ໃນ​ຫ້ອງ​ປະ​ຊຸມ ແຕ່​ມາ​ບໍ່​ທັນ​ແລະ​ຕ້ອງ​ນຳ​ສະເໜີ​ທັນ​ທີ ອາດ​ເນື່ອງ​ມາ​ຈາກ​ນ້ຳ​ຖ້ວມ ລົດ​ຕິດ ຫລື​ກຳນົດ​ການ​ທີ່​ກະທັນຫັນ ແບບ​ນີ້ ກໍ​ມີ​ເຄື່ອງ​ມື​ເດັດ​ຢ່າ​ງ​ສະມາດໂຟນ​ສາມາດ​ຈັດການ​ສະຖານນະການ​ນີ້​ໄດ້ ກໍ​ນຳ​ສະເໜີ​ງານ​ຜ່ານ​ທາງ​ແອບ Google Slides ຂຶ້ນ Google Hangouts ເລີຍ ແມ່ນ​ຈະ​ເດີນທາງ​ຍາກ​ຊ່ຳໃດ​ກໍ​ນຳ​ສະເໜີ​ຫລື​ປະ​ຊຸມ​ໄດ້​ທຸກ​ທີ່ ຂໍ​ແຕ່​ມີ​ເນັດ​ຜ່ານ​ທາງ 3G , 4G ຫລື Wi-Fi

ວິທີ​ການ​ກໍ​ຄື ຈັບ​ມື​ຖື Android ໂຫລດ​ແອບ Google Slides ລົງສະມາດໂຟນ​ຫລື​ແທັບ​ເລັດ ແລ້ວ​ເປີດ​ແອບ​ເລືອ​ກສະ​ໄລດ໌​ທີ່​ຕ້ອງ​ການ​ນຳ​ສະເໜີ ຈາກ​ນັ້ນ ຄລິກ​ທີ່​ປຸ່ມ​ສາມ​ຫລ່ຽມ​ສັນຍະລັກ (Play ) ເພື່ອ​ເລີ່ມ​ນຳ​ສະເໜີ ກໍ​ຈະ​ຂຶ້ນ​ວ່າ​ຈະ​ຂຶ້ນ​ເຕັມ​ໜ້າ​ຈໍ​ມື​ຖື​ເສີຍໆ ຫລື​ຈະ​ນຳ​ສະ​ໄລດ໌​ນີ້​ຂຶ້ນ Videocall ກໍ​ໃຫ້​ເລືອກ   Present to a new video call

ຈາກ​ນັ້ນ​ຕິກ​ທີ່ Send Invite ແລ້ວ​ໃສ່​ອີ​ເມລ gmail ຂອງ​ໝູ່ ​ຫລື ​ເຈົ້າ​ນາຍ​ເຈົ້າ ເພື່ອ ໃຫ້​ເຈົ້າ​ນາຍ​ແລະ​ໝູ່​ເຂົ້າ​ເຖິງ​ງານ​ນຳ​ສະເໜີ​ຂອງ​ເຈົ້າ​ຜ່ານ​ທາງ Hangouts ແລ້ວ ເຈົ້າກໍກົດທີ່ Present ເພື່ອ​ເລີ່ມ​ການ​ນຳ​ສະເໜີ​ງານ

ເຈົ້າ​ສາມາດ​ປັດ​ທາງ​ຊ້າຍ​ຂວາ ຂອງສະ​ໄລດ໌ ເພື່ອ​ປ່ຽນສະ​ໄລດ໌​ໄດ້​ຕາມ​ຕ້ອງ​ການ ແລະ​ເວົ້າ​ບັນລະຍາຍ​ນຳ​ສະເໜີ​ສົດໆ​ໄດ້​ທັນ​ທີ

ບໍ່​ວ່າ​ເຈົ້າ​ຈະ​ຢູ່​ທີ່​ໃດ ຖ້າ​ມີ​ອິນ​ເຕີ​ເນັດ​ກໍ​ສາມາດ​ຍ່າງ​ໜ້າ​ປະ​ຊຸມ​ໄດ້​ດ້ວຍ​ການ​ນຳ​ສະເໜີ​ຜ່ານ​ທາງ video call ຢ່າງ google slides ແລະ google hangouts ເທິງ​ມື​ຖື Android

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...