Homeຂ່າວການສຶກສາສູນກາງຊາວໜຸ່ມ ເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍຢ່າງປອດໄພ ໃຫ້ນັກຮຽນ ມ.ສ ວຽງຈັນ

ສູນກາງຊາວໜຸ່ມ ເຜີຍແຜ່ການນໍາໃຊ້ສື່ສັງຄົມອອນລາຍຢ່າງປອດໄພ ໃຫ້ນັກຮຽນ ມ.ສ ວຽງຈັນ

Published on

216

ຂປລ. ສູນ​ກາງຊາວ​ໜຸ່ມ ປປລາວ ​ໄດ້​ຈັດ​​ເຜີ​ຍແຜ່​ ການ​ນໍາ​ໃຊ້​ສື່​ສັງຄົມ​ອອນ​ລາຍ​​ ໃຫ້​ບັນດາ​ນັກຮຽນ ​ແລະ ຊາວ​ໜຸ່ມ​ຢູ່​ໂຮ​ງຮຽນ​ມັດທະຍົມສົມບູນ​ວຽງ​ຈັນ​ ເພື່ອ​ໃຫ້​ເຂົາ​ເຈົ້າ​ ໄດ້​ຮັບ​ຮູ້ ​ແລະ ນໍາ​ໃຊ້ ​ສື່​ສັງຄົມ ​ອອນ​ລາຍ ​ໃຫ້​ປອດ​ໄພ, ຖືກວິທີ ​ແລະ ມີ​ຈັນ​ຍາ​ບັນ ​ເຊີ່ງ​ບັນດາ​ ຜູ້​ເຂົ້າ​ຮ່ວມ​ ຈະ​ໄດ້​ຮຽນ​ຮູ້​ ກ່ຽວ​ກັບ​ນິຍາມ, ຄວາມ​ແຕກ​ຕ່າງ​ ລະຫວ່າງ ສື່ທາງ​ ອິນ​ເຕີ​ເນັດ ​ແລະ ສື່​ທາງ​ອອນ​ລາຍ, ລັກສະນະ​ພິ​ເສດ​ ຂອງ​ສັງຄົມ​ ອອນ​ລາຍ, ຜົນ​ປະ​ໂຫຍ​ດ ຂອງ​ການ​ຊົມ​ໃຊ້, ການ​ນໍາ​ໃຊ້​ສັງຄົມ​ ອອນ​ລາຍ​ ໃຫ້​ຖືກ​ວິທີ, ການ​ນໍາ​ໃຊ້ ​ສັງຄົມ ​ອອນ​ລາຍ​ ໃນ ສປປ ລາວ, ນິຕິ​ກໍາ​ ກ່ຽວ​ກັບ​ ການ​ຄຸ້ມ​ຄອງ ​ແລະ ນໍາ​ໃຊ້​ຂໍ້​ມູນ ​ຂ່າວສານ​ໃນ ສປປ ລາວ ພ້ອມ​ກັນ​ນັ້ນ ​ກໍ​ຈະ​ໄດ້​ມີ​ການ ຖາມ-​ຕອບ ຄວາມ​ຮູ້​ກ່ຽວ​ກັບ ​ສື່​ທາງ ​ອອນ​ລາຍ​ຕື່ມ​ອີກ.

ທ່ານ ສົມ​ກ້ຽວ ກິ່ງ​ສະ​ດາ ຮອງ​ຫົວໜ້າ​ ຫ້ອງການ ​ສູນ​ກາງ​ຊາວ​ໜຸ່ມ ​ປະຊາຊົນ ​ປະຕິບັດ​ລາວ​ ໄດ້​ກ່າວ​​ ໃນ​ໂອກາດ ​​ເຜີຍ​ແຜ່​ ການ​ນໍາ​ໃຊ້ ສື່​ທາງ​ສັງຄົມ ​ອອນ​ລາຍ ໃນ​ວັນ​ທີ 21 ກັນຍາ 2015 ນີ້​ວ່າ: ​ສັງຄົມ​ອອນ​ລາຍ ​ແມ່ນ​ຮູບ​ແບບ ​ການ​ສື່ສານ ​ແລະ ການ​ເຜີຍ​ແຜ່ ​ຂໍ້​ມູນ​ຂ່າວສານ​ ຜ່ານ​ອິນ​ເຕີ​ເນັດ ​ເຊິ່ງບຸກຄົນ​ທົ່ວ​ ໄປ​ສາມາດ ​ນໍາ​ສະ​ເໜີ​, ສົ່ງ-ຮັບ ​ແລະ ສົ່ງ ​ຕໍ່​ ມີ​ຄໍາ​ເຫັນ ​ຕໍ່​ເນື້ອ​ໃນ​ ດັ່ງກ່າວ​ ທັງ​ເປັນ​ສັງຄົມ​ ຜ່ານ​ເຄືອ​ຂ່າຍ​ ອິນ​ເຕີ​ເນັດ ​ທີ່​ອໍານວຍ​ ໃຫ້​ຜູ້​ຊົມ​ໃຊ້​ ຕິດ​ຕໍ່​ສື່ສານ​ນໍາ​, ສົ່ງ​ ​ແລະ ​ແບ່ງປັນ​ ຂໍ້​ມູນ​ຂ່າວສານ ​ລະຫວ່າງ​ກຸ່ມ​ຄົນ ຫລື ບຸກ ຄົນ​ຮ່ວມ​ກັນ. ສະ​ນັ້ນ​ ການ​ນໍາ​ໃຊ້​ ສື່​ດັ່ງກ່າວ​ ຄວນ​​ໄດ້​ ຈໍາ​ແນ​ກ ​ແລະ ວິ ​ເຄາະ​ ຂໍ້​ມູນ​ຂ່າວສານ​ ທີ່​ໄດ້​ຮັບ, ບໍ່​ຄວນ​ເປີດ​ເຜີຍ ​ຂໍ້​ມູນ​ສ່ວນ​ຕົວ​ ຕໍ່​ສາທາລະນະ, ບໍ່​ຄວນ​ໂພສ, ​ແຊຂໍ້​ມູນ​ສ່ວນ​ຕົວ​ ຂອງ​ຄົນ​ອື່ນ​ ກ່ອນ​ໄດ້​ຮັບ​ອະນຸຍາດ, ບໍ່​ຄວນ​ສະ​ແດງ​ ຄວາມ​ຄິດ​ເຫັນ​ ທີ່​ເປັນ​ຜົນ​ກະທົບ​ ທາງ​ລົບ ​ຕໍ່​ບຸກຄົນ, ນິຕິບຸກຄົນ, ອົງການ​ຈັດ​ຕັ້ງ​ ພັກ-ລັດ ​ແລະ ປະ​ເທດ​ຊາດ, ຄວນ​ສຶກສາ ​ແລະ ຊອກ ​ຮູ້ນິຕິ​ກໍາ ​ທີ່​ກ່ຽວຂ້ອງ​ ກັບ​ການ​ນໍາ​ໃຊ້​ສື່​ສັງຄົມ ​ອອນ​ລາຍ, ຕ້ອງ​ເປັນ​ເຈົ້າ​ການ​ ຊ່ວຍ​ສຶກສາ​ ອົບຮົມ​ ແນະ​ນໍາ​ ຄອບຄົວ ​ແລະ ໝູ່​ເພື່ອນ ​ໃຫ້​ພິຈາລະນາ​ ການ​ນໍາ​ໃຊ້​ ສື່​ສັງຄົມ​ ອອນ​ລາຍ ​ຢ່າງ​ຖືກຕ້ອງ ​ແລະ ຄົບ​ຖ້ວນ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...