Homeຂ່າວຕ່າງປະເທດສິງກະໂປ ຄອງແຊັ້ມປະເທດດີທີ່ສຸດໃນໂລກ ດ້ານລາຍໄດ້ ແລະ ຄຸນນະພາບຊີວິດ!

ສິງກະໂປ ຄອງແຊັ້ມປະເທດດີທີ່ສຸດໃນໂລກ ດ້ານລາຍໄດ້ ແລະ ຄຸນນະພາບຊີວິດ!

Published on

1809m50

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ກັນຍາຜ່ານມານີ້ວ່າ ຜົນການຈັດອັນດັບຂອງ NatWest ທະນາຄານເພື່ອການລົງທຶນສະຫະຣາຊະອານາຈັກ ປະກົດວ່າ ປະເທດສິງກະໂປ ເປັນປະເທດທີ່ດີທີ່ສຸດສຳລັບຊາວຕ່າງປະເທດໃນດ້ານຄ່າແຮງງານ ແລະ ຄວາມສຸກໃນຊີວິດ ໂດຍອ້າງອີງຈາກການລາຍງານຄຸນນະພາບດັດຊະນີຊີວິດ ທີ່ນັກວິໄຈໄດ້ຊີ້ວ່າ 8/10 ຂອງຊາວຕ່າງປະເທດທີ່ເຂົ້າໄປເຮັດວຽກຢູ່ໃນປະເທດອາຊີ ແມ່ນຈະໄດ້ຮັບຄ່າແຮງງານຫລາຍຂຶ້ນ ແລະ ໄດ້ສຳຜັດກັບແສງແດດທີ່ອົບອຸ່ນອີກດ້ວຍ.

ສຳລັບເຫດຜົນທີ່ປະເທດສິງກະໂປ ກາຍເປັນປາຍທາງອັນດັບໜຶ່ງຂອງຊາວຕ່າງປະເທດ ໃນການເຂົ້າໄປເຮັດວຽກ ແລະ ອາໄສຢູ່ນັ້ນ ແມ່ນຍ້ອນສິງກະໂປມີກົດໝາຍຄຸ້ມຄອງຄົນເຂົ້າເມືອງທີ່ດີ ໂດຍປະຊາກອນທີ່ອາໄສຢູ່ສິງກະໂປ 4/10 ແມ່ນລ້ວນເປັນຄົນຕ່າງປະເທດ, ນອກຈາກນັ້ນ ສິງກະໂປ ຍັງມີອຸດສາຫະກຳຫລາກຫລາຍສາຂາອາຊີບໃຫ້ເລືອກເຮັດ ບໍ່ວ່າທາງດ້ານການເງິນ ການກໍ່ສ້າງ ຫລື ການຜະລິດ ຊຶ່ງບັນຫາທີ່ສຳຄັນແມ່ນ 2/3 ຂອງຊາວຕ່າງປະເທດທີ່ໄປເຮັດວຽກຢູ່ສິງກະໂປ ມີລາຍຮັບສູງເຖິງ 125,000 ປອນ ຫລື 1.5 ຕື້ກີບຕໍ່ປີ.

10 ອັນດັບຂອງປະເທດ ຫລື ດິນແດນ ທີ່ດີທີ່ສຸດສຳລັບຊາວຕ່າງປະເທດໃນການເຂົ້າໄປເຮັດວຽກ ແລະ ອາໄສຢູ່ ຕາມການສຳຫລວດຂອງ NatWest ແມ່ນປະກອບມີຄື:

1. ປະເທດສິງກະໂປ;

2. ສະຫະລັດອາຫລັບເອຣິເຣດ

3. ສາທາລະນະລັດປະຊາຊົນຈີນ;

4. ນິວຊີແລນ;

5. ຮົງກົງ;

6. ການາດາ;

7. ອົດສະຕາລີ;

8. ອາຟຣິກາໃຕ້;

9. ສະຫະລັດອາເມຣິກາ;

10. ປັອກຕຸຍການ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...