spot_img
Homeລົດຍົນ-ຍານພາຫະນະApple Car ກຽມເປີດຕົວ ປີ 2019

Apple Car ກຽມເປີດຕົວ ປີ 2019

Published on

apple-car-2019

ຍັງ​ຄົງ​ມີ​ຂ່າວ​ຫລຸດ​ອອກ​ມາ​ຢ່າງ​ຕໍ່​ເນື່ອງ ສຳລັບ​ໂຄງ​ການ​ພັດທະນາ​ລົດ​​ຂອງ Apple ຊຶ່ງ​ໂຄງ​ການ​ໃນ​ອະນາຄົດ​ທີ່​ຄາດ​ກັນ​ວ່າ​ກຳ​ລັງ​ຢູ່ໃນ​ລະຫວ່າງ​ການ​ພັດທະນາ​ຈະ​ມີ​ການ​ເປີດ​ຕົວ​ເທື່ອ​ທຳອິດໃນ​ປີ 2019

ແມ່ນ​ຈະ​ບໍ່​ມີ​ການ​ສະແດງ​ຄວາມ​ເຫັນ​ໃດໆ ຕໍ່​ເລື່ອງ​ດັ່ງ​ກ່າວ​ຈາກ Apple ແຕ່​ສື່​ດັງ​ໃນ​ຕ່າງ​ປະເທດ​ຢ່າງ Wall Street Journal ເປີດ​ເຜີຍ​ລາຍ​ງານ​ຫລ້າ​ສຸດ​ວ່າ​ການ​ຜະລິດ​ລົດ​ ຫລື Apple Car ພາຍໃຕ້​ຊື່ຫຍໍ້​ຂອງ​ໂຄງ​ການ​ວ່າ “Titan” ຈະສົມບູນ​ແລະ​ພ້ອມ​ເປີດ​ຕົວ​ໃນ​ປີ 2019 ຊຶ່ງ​ໂຄງ​ການ​ພັດທະນາ​ລົດ​​ຂອງ Apple ອາດ​ຢູ່ໃນ​ຮູບ​ແບບ​ຂອງ​ລົດ​​ໄຟ​ຟ້າ​ໄຮ້​ຄົນ​ຂັບ ໂດຍ​ຕັ້ງ​ແຕ່​ປາຍ​ປີ 2014 Apple ໄດ້​ມີ​ການ​ວ່າ​ຈ້າ​ງພະ​ນັກ​ງານ​ຈຳນວນ​ຫລາຍ​ເພື່ອ​ເຂົ້າ​ຮ່ວມ​ໂຄງ​ການ​ແຫ່ງ​ອະນາຄົດ ແລະ​ ຫລ້າ​ສຸດ​ຄາດ​ວ່າ​ມີພະ​ນັກ​ງານ​ແລ້ວ​ເຖິງ 600 ຄົນ

ຂະນະ​ດຽວ​ກັນ​ໃນ​ລາຍ​ງານ​ຍັງ​ລະ​ບຸ​ດ້ວຍ​ວ່າ Apple ຈະ​ໃຊ້​ຄວາມ​ຊ່ຽວຊານ​ໃນ​ການ​ພັດທະນາ iPhone ມາ​ພັດທະນາ​ເຂົ້າ​ກັບ Apple Car ເຊັ່ນ ແບດ​ເຕີ​ຣີ່, ເຊັນ​ເຊີ​ອັດ​ສະ​ລິ​ຍະ ຕະຫລອດ​ຈົນ​ຊອບ​ແວລ໌​ໃໝ່​ໆ ສຳລັບ​ລົດ​ໂດຍ​ສະເພາະ

ນອກ​ຈາກ​ນີ້ Apple ຍັງມີ​ທ່າ​ທີ​ສົນ​ໃຈ​ນຳ BMW i3 ລົດ​​ພະລັງ​ງານ​ໄຟ​ຟ້າ ມາ​ເປັນ​ຕົ້ນ​ແບບ​ໃນ​ການ​ພັດທະນາ Apple Car ດ້ວຍ ແລະ​ເບິ່ງຄືວ່າ​ມີ​ໂອ​ກາດ​ຄວາມ​ເປັນ​ໄປ​ໄດ້​ຫລາຍ ເນື່ອງ​ຈາກ​ເມື່ອ​ເດືອນ​ສິງ​ຫາ​​ທີ່​ຜ່ານມາ​ໄດ້​ມີ​ການ​ພົບ​ປະ​ລະຫວ່າງ​ຜູ້​ບໍລິຫານ​ຂອງ Apple ກັບ​ຜູ້​ບໍລິຫານ​ຂອງ BMW ຊຶ່ງ​ຄາດ​ກັນ​ວ່າ​ເປັນ​ເລື່ອງ​ການ​ຮ່ວມ​ມື​ພັດທະນາ Apple Car ນັ້ນ​ເອງ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...