Homeຂ່າວຕ່າງປະເທດການສໍ້ລາດບັງຫລວງຢູ່ເອີຣົບ ສ້າງຜົນເສຍຫາຍເຖິງ 120 ຕື້ໂດລາສະຫະລັດ!

ການສໍ້ລາດບັງຫລວງຢູ່ເອີຣົບ ສ້າງຜົນເສຍຫາຍເຖິງ 120 ຕື້ໂດລາສະຫະລັດ!

Published on

Untitled-1 400

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 17 ກັນ​ຍາ 2015, ຄະນະກຳມະການ​ເສດຖະກິດ ​ແລະ ສັງຄົມ​ເອີຣົບ (EESC) ​ໄດ້​ຮຽກຮ້ອງ​​ ຢູ່​ກອງ​ປະຊຸມ​ຂ່າວ ​ໂດຍ​ໃຫ້​ດຳ​ເນີນງານ ຢ່າງ​ຮີ​ບດ່ວນ ​ເພື່ອ​ຕ້ານ​ການ​ສໍ້​ລາດບັງ​ຫລວງ ​ແລະ ເຄື່ອນໄຫວ ໃນທາງທ່ີບໍ່ຖືກຕ້ອງ  ສ້າງ​ຜົນ ​ເສຍ​ຫາຍ​ ​ເຖິງ 120 ຕື້​ເອີ​ໂຣ / ປີ, ​ເທົ່າ​ກັບ 1% ຂອງ​ລວມຍອດ ​ຜະລິດ​ຕະພັນ ພາຍ​ໃນ(GDP) ຂອງ ສະຫະພາບ ​ເອີຣົບ (EU).

ທ່ານ ​ເຮ​ນຣີ ມາ​ໂລ​ສ​ເຊີ ປະທານ EESC ​​ໄດ້​ຮຽກຮ້ອງ ​ໃຫ້ ບັນດາ​ ອົງການ​ ຈັດ​ຕັ້ງ​ເອີຣົບ ​ແລະ ບັນດາ ​ປະ​ເທດ ສະມາຊິກ EU  ​ ໃຫ້​ຮ່ວມ​ມື​ກັນ ​ເພື່ອ​ຈຳກັດ ​ຜົນ​ກະທົບຂອງ ການ​ສໍ້​ລາດ​ ບັງຫລວງ ກັບ ມະນຸດ ​ແລະ ພື້ນຖານ ​ເສດຖະກິດ. ​ເປົ້າ​ໝາຍ​ ຂອງ​ການ​ຕ້ານ ​ການ​ສໍ້​ລາດ ​ບັງ​ຫລວງ ​ແມ່ນ​ເພື່ອ​ຮັບປະ​ກັນ ຄວາມ​ປົ່ງ​​ໃສ ​​ໃຫ້​ໄປ​ຄຽງ​ຄູ່​ກັບ ການ​ປະພຶດ​ຕ່າງໆ ​ແນ​ໃສ່​ຍົກ​ສູງ​ ຄວາມ​ຮັບ​ຮູ້ ​ດ້ານ​ສັງຄົມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...