Homeຂ່າວພາຍ​ໃນລັດຖະບານລາວຈັດພິທີຍ້ອງຍໍໃຫ້ແກ່ ຄະນະປະຕິບັດງານພິເສດ ສສ ຫວຽດນາມ

ລັດຖະບານລາວຈັດພິທີຍ້ອງຍໍໃຫ້ແກ່ ຄະນະປະຕິບັດງານພິເສດ ສສ ຫວຽດນາມ

Published on

wed25sep5

ເພື່ອ​ເປັນ​ການ​ຍ້ອງຍໍ​ບັນດາ​ກົມ​ກອງ, ບຸກຄົນ​ທີ່​ມີ​ຜົນ ງານ, ຄຸນງາມຄວາມດີ​ໃນ​ການ​ປະກອບສ່ວນ​ທາງ​ດ້ານ ​ເຫື່ອ​ແຮງ ​ ແລະ   ສະຕິ​ປັນຍາ ​ໃນ​ການ​ຊີ້​ນຳ, ນຳພາ​ເຂົ້າ​ໃນ ການ​ຂຸດ​ຄົ້ນ, ​ເຄື່ອນ​ຍ້າຍ​ອັດ ຖິທະຫານ​ອາສາ​ສະມັກ ​ແລະ ຊ່ຽວຊານ​ຫວຽດນາມ​ທີ່​ເສຍ ຊີວິດ​ຢູ່ ສປປ ລາວ ​ໃນ​ປາງສົງ ຄາມ​ກັບຄືນ​ປະ​ເທດ​ໄດ້​ຕາມ ​ແຜນການ ​ແລະ ສຳ​ເລັດ​ໄປ ດ້ວຍ​ດີ​ ທັງ​ເປັນ​ການ​ເສີມ​ສ້າງ ສາຍພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ, ການ ຮ່ວມ​ມື​ຮອບດ້ານ​ລະຫວ່າງ ສອງ​ພັກ-ສອງ​ລັດ ​ແລະ ປະ ຊາ​ຊົນ​ສອງ​ຊາດ ລາ​ວ-ຫວຽດ ນາມ ​ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ.
​        ໃນ​ວັນ​ທີ​ 23 ກັນຍາ     2013 ນີ້ທີ່​ເຮືອນ​ຮັບ​ແຂກຟາງູດາວ ກະຊວງ​ປ້ອງ​ກັນປະເທດ ສສຫວຽດນາມ​ໄດ້​ຈັດພິທີປະດັບ​ຫຼຽນ​ໄຊ,ຫຼຽນກາ​ ແລະ ມອບ​ໃບ​ຍ້ອງຍໍ​ດັ່ງກ່າວ​ໄດ້ ຈັດ​ຂຶ້ນ,​ ເປັນ​ກຽດເຂົ້າຮ່ວມ​ໃນ​ພິທີ​ດັ່ງກ່າວ​ມີສະຫາຍພົນ​ ຕີ ຈັນ​ສະໝອນ ຈັນຍາ​ລາດ, ກຳມະການ​ສູນ​ກາງພັກ,ລັດ ຖະມົນ​ຕີ​ຊ່ວຍ​ວ່າການ​ກະ ຊວງ​ປ້ອງ​ກັນ​ປະ​ເທດຫົວຫນ້າ​ ຄະນະ​ປະຕິບັດ​ງານພິເສດ ແຫ່ງ ສປປ ລາວ, ສະຫາຍ​ພົນ​ໂທຫງຽນ​ແທງ​ກຸງ, ກຳມະ ການ​ສູນ​ກາ​ງພັກ,ລັດຖະມົນ ຕີ​ຊ່ວຍ​ວ່າການ​ກະຊວງປ້ອງ​ ກັນ​ປະ​ເທດ, ຫົວ​ຫນ້າ​ຄະນະ​ປະຕິບັດ​ງານ​ພິ​ເສດ​ແຫ່ງ ສສ ຫວຽດນາມ, ມີບັນດາ​ສະ ຫາຍ​ຈາກ​ກະຊວງກົມ​ກອງ, ພະ​ແນ​ກການ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ.
​ໃນ​ພິທີ​ສະຫາຍ​ພັນ​ເອກ ພູ​ທ່ຽງ ກິ່ງ​ແກ້ວ ຮອງ​ຫົວຫນ້າ ກົມ​ພົວພັນ​ຕ່າງປະ​ເທດ, ກະ ຊວງ​ປ້ອງ​ກັນ​ປະ​ເທດ ສປປ ລາວ ​ໄດ້​ຂຶ້ນ​ອ່ານ​ລັດຖະດຳ ລັດຂອງ​ປະທານ​ປະ​ເທດ​ແຫ່ງ ສປປ ລາວ ວ່າ​ດ້ວຍ​ການ​ປະ ດັບ​ຫລຽນ​ໄຊ​ມິດຕະພາບ​ໃຫ້ ຄະນະ​ປະຕິບ​ັດງານ​ພິ​ເສດ ສສ ຫວຽດນາມ, ດຳລັດ​ຂອງ ນາຍົກລັດຖະມົນຕີ​ ​ແຫ່ງ ສປປ ລາວ ວ່າ​ດ້ວຍ​ການ​ປະ ດັບຫລຽນ​ກາ​ມິດຕະພາບ ​ແລະ ​ໃບ​ຍ້ອງຍໍ ​ແລະ ຂໍ້ຕົກ ລົງ​ຂອງ​ລັດຖະມົນຕີ​ວ່າການ ກະຊວງ​ປ້ອງ​ກັນ​ປະ​ເທດ​ວ່າ ດ້ວຍ​ການ​ມອບ​ໃບ​ຍ້ອງຍໍໃຫ້ ບັນດາ​ກົມ​ກອງ, ບຸກຄົນ​ທີ່ມີຜົນງານ​ດີ​ເດັ່ນ​ໃນ​ການ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ເສີມສ້າງ​ສາຍ​ພົວພັນ​ຄວາມ​ສາມັກ​ຄີ​ລະຫວ່າງ​ສອງ​ປະ ​ເທດ ລາ​ວ-ຫວຽດນາມ ​ໃນ ນັ້ນ​ໄດ້​ມອບ​ຫລຽນ​ໄຊ​ມິດຕະ ພາບ​ໃຫ້ 19 ກົມ​ກອງ  ບຸກຄົນ 29 ສະຫາຍ, ມອບ​ຫລຽນ​ກາ ມິດຕະພາບ​ໃຫ້ 43 ສະຫາຍ ມອບ​ໃບ​ຍ້ອງຍໍ​ລັດຖະບານ​ໃຫ້ 29 ກົມ​ກອງ ​ແລະ 35 ສະ ຫາຍ, ​ໃບ​ຍ້ອງ​ຍໍ​ກະຊວງ​ປ້ອງ ກັນ​ປະ​ເທດ ສປປ ລາວ ​ໃຫ້ 15 ກົມ​ກອງ ​ແລະ 4 ສະຫາຍ ຕາງຫນ້າ​ລັດຖະບານ​ແຫ່ງ ສປປ ລາວ ຂຶ້ນ​ປະດັບ​ໂດຍ ສະຫາຍ​ພົນ​ຕີ ຈັນ​ສະໝອນ ຈັນຍາ​ລາດ ກຳມະການ​ສູນ ກາງ​ພັກ, ລັດຖະມົນຕີ​ຊ່ວຍ ວ່າການກະຊວງ​ປ້ອງ​ກັນ​ປະ ​ເທດ, ຫົວຫນ້າ​ຄະນະ​ປະຕິ ບັດ​ງານ​ພິ​ເສດ​ແຫ່ງ ສປປ ລາວ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...