spot_img
Homeຂ່າວຕ່າງປະເທດດ່ວນ!!! ລົດຂົນນ້ຳມັນລະເບີດ ເສຍຊີວິດ 107 ຄົນ

ດ່ວນ!!! ລົດຂົນນ້ຳມັນລະເບີດ ເສຍຊີວິດ 107 ຄົນ

Published on

EyWwB5WU57MYnKOuXq7D9TjaA9GEWESFNRBojqDBuyL7RkKyPOt6gS

ລົດ​ຂົນ​ນ້ຳ​ມັນ​ຕົກທາງໃນ​ປະເທດ​ຊູ​ດານ​ໃຕ້ ເຮັດໃຫ້​ຊາວບ້ານ​ແຫ່​ເຂົ້າ​ມາ​ຕັກເອົາ​ນ້ຳ​ມັນ ກ່ອນ​ເກີດ​ລະ​ເບີດ​ຈົນ​ມີ​ຜູ້​ເສຍຊີວິດ​ຫລາຍກວ່າ 170 ລາຍ…

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ເກີດ​ເຫດ​ລົດ​ຂົນ​ນ້ຳ​ມັນ​ຕົກ​ທາງ​ສາຍ​ໜຶ່ງ​ທີ່​ເມືອງ​ມາ​ລິ​ດີ ໃນ​ເມືອງ​ເວດ​ເທິ​ນ ອີ​ຄວໍ​ໂທ​ເຣຍ ເຮັດໃຫ້​ຜູ້​ຢູ່​ອາໄສ​ທ້ອງ​ຖິ່ນ​ຈຳນວນ​ຫລາຍ​ແຫ່​ເຂົ້າ​ມາ​ຕັກເອົານ້ຳ​ມັນ​ອອກຈາກ​ຖັງ​ບັນ​ຈຸ ກ່ອນ​ທີ່​ລົດ​ຄັນ​ດັ່ງກ່າວ​ຈະ​ລະ​ເບີດ ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍຊີວິດ​ຫລາຍ​ເຖິງ 170 ຄົນ ແລະ​ມີ​ຜູ້​ໄດ້ຮັບ​ບາດ​ເຈັບ​ກວ່າ 50 ລາຍ

ທ້າວ​ວິນ​ສັນ ໂທ​ມັດ ຍັນ​ກາ ຜູ້ຈັດການເທດສະບານ ມາ​ລາ​ດີ ເຜີຍ​ວ່າ ລົດ​ຂົນ​ນ້ຳ​ມັນ​ຄັນ​ນີ້​ເດີນທາງ​ມາ​ຈາກ​ນະຄອນຫລວງ​ຈູ​ບາ ແລະ​ກຳ​ລັງ​ຈະ​ເດີນທາງ​ເຖິງ​ເມືອງ​ມາ​ລິ​ດີ ຊຶ່ງ​ຫ່າງ​ອອກ​ໄປ​ປະ​ມານ 250 ກມ. ກ່ອນ​ຈະ​ເສຍ​ຫລັກ​ຕົກທາງ​ແລະ​ພິກ​ປີ້ນ ໂດຍ​ໃນ​ຂະນະ​ທີ່​ຄົນ​ຂັບ​ລົດ​ເດີນທາງ​ໄປ​ຍັງ​ເມືອງ​ທີ່​ໃກ້​ທີ່ສຸດ​ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ ຊາວບ້ານ​ທ້ອງ​ຖິ່ນ​ກໍ​ພະຍາຍາມ​ເຂົ້າ​ມາ​ຕັກເອົານ້ຳ​ມັນ​ອອກຈາກ​ລົດ ກ່ອນ​ເກີດ​ລະ​ເບີດ ຊຶ່ງ​ຂະນະ​ນີ້​ຍັງ​ບໍ່​ຮູ້​ສາ​ເຫດ
1442502687106

ທ້າວ​ຍັນ​ກາ​ຢືນຢັນ​ດ້ວຍ​ວ່າ ຈຳນວນ​ຜູ້​ເສຍຊີວິດ​ເພີ່ມ​ຂຶ້ນ​ເປັນ​ກວ່າ 176 ຄົນ​ແລ້ວ ແລະ​ຕົວ​ເລກ​ທີ່​ແທ້​ຈິງ​ອາດ​ສູງ​ກວ່າ​ນີ້​ຫລາຍ

ຂະນະ​ດຽວ​ກັນ ໂຮງໝໍ​​ທ້ອງ​ຖິ່ນ​ຕ້ອງ​ຮັບ​ມື​ກັບ​ຜູ້​ອົບ​ພະຍົບ​ທີ່​ຖືກ​ສົ່ງ​ເຂົ້າ​ມາ​ເປັນ​ຈຳນວນ​ຫລາຍ ​ນອກຈາກນີ້​ຖັງ​ອອກ​ຊິ​ເຈນ​ແລະ​ຢາ​ແກ້​ປວດ​ມີ​ບໍ່​ພຽງ​ພໍ ຊຶ່ງ​ເຈົ້າ​ຫນ້າທີ່​ໄດ້​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ​ໄປ​ຍັງ​ໜ່ວຍງານສະຫະປະຊາຊາດແລ້ວເພື່ອເລັ່ງຂໍຄວາມຊ່ວຍເຫລືອຜູ້ທີ່ໄດ້ຮັບບາດເຈັບໂດຍໄວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...