Homeຂ່າວພາຍ​ໃນຖືກດໍາເນີນຄະດີຍ້ອນແອບອ້າງເປັນຕໍາຫລວດ

ຖືກດໍາເນີນຄະດີຍ້ອນແອບອ້າງເປັນຕໍາຫລວດ

Published on

ທ້າວ ກອງມະນີ ອາຍຸ 20 ປີ ອາຊີບກຳມະກອນ ຢູ່ບ້ານວັງໂຄນ ເມືອງໄຊບູລີ ແຂວງສະຫວັນນະເຂດ ຖືກເຈົ້າໜ້າທີ່ ປກສ ແຂວງດັ່ງກ່າວຈັບຕົວດໍາເນີນຄະດີຕາມກົດໝາຍເມື່ອບໍ່ດົນມານີ້, ພາຍຫລັງແອບອ້າງປອມເປັນເຈົ້າໜ້າທີ່ເຄື່ອນໄຫວສໍ້ໂກງຊັບພົນລະເມືອງຫລາຍລາຍ ແລະຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ໄດ້ແອບອ້າງເປັນຕຳຫລວດຊັ້ນສິບເອກຢູ່ແຂວງສາລະວັນເພື່ອເຄື່ອນໄຫວຕົວະຍົວະຫລອກລວງປະຊາຊົນວ່າຕົນເອງມີຄວາມສາມາດແລ່ນເອົາຄົນເຂົ້າເປັນຕຳຫລວດຢູ່ແຂວງອັດຕະປືເປັນຈຳນວນຫລາຍຄົນ,ດ້ວຍຄ່າຈ້າງຜູ້ໜຶ່ງ 50 ພັນບາດ(ສະກຸນເງິນໄທ)ແລະ ໃນຕົ້ນເດືອນກັນຍາ 2015ໄດ້ມີຄົນຮູ້ຈັກຢູ່ແຂວງຄຳມ່ວນໂທລະສັບມາຫາວ່າມີຄົນຢາກເຂົ້າເປັນຕຳຫລວດຈຳນວນ 50 ຄົນ. ຈາກນັ້ນຜູ້ກ່ຽວກໍຮັບເອົາລາຍຊື່ພ້ອມເງິນຈຳນວນ 32 ພັນບາດເພື່ອເປັນຄ່າແລ່ນເອກະສານ. ຕົກມາຮອດວັນທີ10 ກັນຍາ 2015 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ ແລະ ຜ່ານມາມີຜູ້ຕົກເປັນເຫຍື່ອຂອງຕໍາຫລວດປອມຄົນນີ້ຫລາຍລາຍແລ້ວ, ກ່ອນຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ຂ່າວຈາກ ລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...