Homeວິທະຍາສາດ-ວິທະຍາການຂໍ້ມູນເຟສບຸກເຜີຍ! ສັງຄົມຊັ້ນສູງມີໝູ່ຊາວຕ່າງຊາດໜ້ອຍ

ຂໍ້ມູນເຟສບຸກເຜີຍ! ສັງຄົມຊັ້ນສູງມີໝູ່ຊາວຕ່າງຊາດໜ້ອຍ

Published on

96cd28004a3fac051de118ef9ba5f79d

ງານ​ວິ​ໄຈ​ຫລ້າ​ສຸດ​ຂຸດ​ຄົ້ນ​ຈາກ​ເຟ​ສບຸກ​ພົບ​ວ່າ​ຄວາມ​ສຳພັນ​ລະຫວ່າງ​ສະ​ຖາ​ນະ​ທາງ​ການ​ເງີນ​ແລະ​ສັງຄົມ ກັບ​ລະ​ດັບ​ຂອງ​ຄວາມ​ເປັນ​ນານາ​ຊາດ​ໃນ​ເຄືອ​ຂ່າຍ​ໝູ່ໃນ​ເຟ​ສບຸກ ໂດຍ​ຊີ້​ວ່າ ສັງຄົມ​ຊັ້ນ​ສູງ​ມັກ​ຈະ​ມີ​ໝູ່​ທີ່​ມາ​ຈາກ​ຕ່າງ​ປະເທດ​ໜ້ອຍ

ເປັນ​ທີ່​ຮູ້​ກັນ​ດີ​ວ່າ​ຄົົນທີ່​ມາ​ຈາກ​ສັງຄົມ​ຊັ້ນ​ສູງ​ມັກ​ຈະ​ມີ​ໂອ​ກາດ​ທີ່​ຫລາຍກວ່າ​ໃນ​ການ​ອອກ​ທ່ອງ​ໂລກ​ກວ້າງ​ແລະ​ພົບ​ປະ​ຜູ້​ຄົນ​ຈາກ​ຫລາຍໆ ປະເທດ ແຕ່​ນັກ​ວິ​ໄຈ​ໄດ້​ພົບ​ວ່າ ເມື່ອ​ເຖິງ​​ທີ່​ຕ້ອງ​ສ້າງ​ເຄືອ​ຂ່າຍ ຄົົນທີ່​ມາ​ຈາກ​ກຸ່ມ​ສັງຄົມ​ຊັ້ນ​ສູງ​ນີ້​ກັບ​ມີ​ລະ​ດັບ​ຂອງ​ຄວາມ​ເປັນ​ນານາ​ຊາດ​ທີ່​ໜ້ອຍ ແລະ​ ມັກ​ຈະ​ມີ​ໝູ່​ທີ່​ມາ​ຈາກ​ໃນ​ປະເທດ​ຫລາຍກວ່າ​ຕ່າງ​ປະເທດ

ນັກ​ວິ​ໄຈ​ຊີ້​ວ່າ ຜົນ​ການສຶກສາ​ເທື່ອ​ນີ້​ສອດ​ຄ້ອງ​ກັບ​ຂໍ້ສົມມຸດ​ທີ່ເອີ້ນວ່າ “ຈຳ​ກັດ​ພາຍ​ໃນ​ຊົນ​ຊັ້ນ​ສັງຄົມ” ນັ້ນ​ຄື ສັງຄົມ​ຊັ້ນ​ສູງ​ມັກ​ຈະ​ມີ​ຊັບພະ​ຍາ​ກອນ​ຫລາຍກວ່າ ຈຶ່ງ​ມັກ​ຈະ​ເພີ່ງພາ​ຄົນ​ອື່ນ​ໜ້ອຍ​ກວ່າ ເຮັດໃຫ້​ມີ​ແນວ​ໂນ້ມ​ທີ່​ຈະ​ສ້າງ​ສັງຄົມ​ໜ້ອຍ​ກວ່າ ດັ່ງ​ນັ້ນ ການ​ມີ​ເຄືອ​ຂ່າຍ​ກັບ​ຄົນ​ນອກ​ກຸ່ມ​ຂອງ​ຕົນ​ຈຶ່ງ​ຫລຸດລົງ​ໄປ

ນັກ​ວິ​ໄຈ​ເຜີຍ​ວ່າ ຄວາມ​ຈິງ​ຂອງ​ການ​ທີ່​ຊົນ​ຊັ້ນ​ສັງຄົມ​ລະ​ດັບ​ທີ່​ຕ່ຳ​ກວ່າ​ມັກ​ຈະ​ສ້າງ​ເຄືອ​ຂ່າຍ​ທີ່​ເປັນ​ນານາ​ຊາດ​ຫລາຍກວ່າ ໜ້າ​ຈະ​ເປັນ​ຜົນ​ມາ​ຈາກ​ການ​ທີ່ເຫັນ​ຜົນ​ປະໂຫຍດ​ຈາກ​ການ​ມີ​ເຄືອ​ຂ່າຍ​ນານາ​ຊາດ​ແລະ​ທົ່ວ​ໂລກ

“ການ​ຄົ້ນ​ພົບ​ເທື່ອ​ນີ້​ຊີ້​ວ່າ ເປັນ​ໄປ​ໄດ້​ທີ່​ຄົນ​ລວຍ​ຈະ​ຢູ່​ກັບ​ກ້ອນ​ສັງຄົມ​ຂອງ​ຕົນເອງ​ຫລາຍກວ່າ​ຊຶ່ງ​ກໍ​ບໍ່​ນັບ​ວ່າ​ຈະ​ເປັນ​ປະໂຫຍດ ຫາກວ່າ​ເຈົ້າ​ບໍ່​ສ້າງ​ເຄືອ​ຂ່າຍ​ນານາ​ຊາດ ເຈົ້າ​ກໍ​ຈະ​ຂາດ​​ຊັບພະ​ຍາ​ກອນ​ລະ​ດັບ​ນານາ​ຊາດ ແລະ​ ຈະ​ບໍ່​ເກີດ​ການ​ໄຫລ​ວຽນ​ຂອງ​ແນວ​ຄິດ​ແລະ​ຂໍ້​ມູນ​ ” ດຣ. ອະ​ເລັກ​ຊານ​ເດີລ໌ ສະ​ເປກ​ເຕີລ໌ ຫົວ​ໜ້າ​ໃນ​ງານ​ວິ​ໄຈ​ເທື່ອ​ນີ້​ເຜີຍ

“​ອາດຈະ​ບອກ​ໃຫ້​ເຮົາ​ຮູ້​ເຖິງ​ກົນ​ໄກ​ວ່າ ເປັນຫຍັງ​ສັງຄົມ​ຍຸກ​ໃໝ່ຫ​ລຸດ​ຊ່ອງ​ຫ່າງ​ລະຫວ່າງ​ຊົນ​ຊັ້ນ​ຂອງ​ສັງຄົມ​ໄດ້​ຢ່າງໃດ ເພາະ​ຄົນ​ໃນ​ຊົນ​ຊັ້ນ​ຕ່ຳ​ກວ່າ​ກໍ​ມັກ​ຈະ​ໃຊ້​ລະບົບ​ຢ່າງ​ເຟ​ສບຸກໃນ​ການສ້າງ​ທຶນ​ທາງ​ສັງຄົມ​ເພື່ອ​ໃຫ້​ຕົວ​ເອງ​​ພົ້ນ​ເຂດ​ແດນ​ຂອງ​ຕົວ​ເອງ”

ສຳລັບ​ລາຍ​ລະອຽດ​ຂອງ​ງານ​ວິ​ໄຈ ໃນ​ການສຶກສາ​ເທື່ອ​ທຳອິດ ນັກ​ວິ​ໄຈ​ໄດ້​ລວມ​ອາ​ສາ​ສະໝັກ 857 ຄົນ​ຈາ​ກສະ​ຫາລັດ​ອະ​ເມຣິກາ ​ແລະ​ ຖາມ​ຄວາມ​ຮູ້ສຶກ​ວ່າ​ຕົວ​ເອງ​ຢູ່​ລະ​ດັບ​ຊົນ​ຊັ້ນ​ໃດ​ຂອງ​ສັງຄົມ (​ຕົວ​ເລກ​ຕັ້ງ​ແຕ່​ຊົນ​ຊັ້ນ​ເຮັດວຽກ​ຈົນ​ເຖິງ​ຊົນ​ຊັ້ນ​ສູງ) ລວມ​ເຖິງ​ສອບ​ຖາມ​ຂໍ້​ມູນ​ເຊີງ​ເລິກ ເຊັ່ນ ລາຍ​ໄດ້​ຄອບຄົວ​ປະຈຳ​ປີ ຈາກ​ນັ້ນ ອາ​ສາ​ສະໝັກ​ໃຫ້​ນັກ​ວິ​ໄຈ​ເຂົ້າ​ເຖິງ​ຂໍ້​ມູນ​ເຄືອ​ຂ່າຍ​ເຟ​ສບຸກ

ຜົນ​ທີ່​ອອກ​ມາ​ໃນ​ການສຶກສາ​ເທື່ອ​ທຳອິດ​ຄື ຊົນ​ຊັ້ນ​ລຸ່ມ​ຈະ​ມີ​ໝູ່ຈາກ​ນານາ​ຊາດ​ຫລາຍກວ່າ​ຊົນ​ຊັ້ນ​ສູງ​ເຖິງ 50 ເປີເຊັນ

ໃນ​ການສຶກສາ​ເທື່ອ​ທີ່​ສອງ ນັກ​ວິ​ໄຈ​ໄດ້​ສອບ​ຖາມ​ໄປ​ຍັງ​ບໍລິສັດ​ເຟ​ສບຸກ​ໂດຍ​ກົງ​ເພື່ອ​ຂໍ​ຂໍ້​ມູນ​ໝູ່​ຈາກ​ເຄືອ​ຂ່າຍ​ທຸກ​ປະເທດ​ທົ່ວ​ໂລກ​ໃນ​​ປີ 2011 ໂດຍ​ເປັນ​ຂໍ້​ມູນ​ທີ່​ບໍ່​ເປີດ​ເຜີຍ​ຊື່​ ແລະ ນາ​ມສະ​ກຸນ​ແທ້ ເຮັດໃຫ້​ໄດ້​ຂໍ້​ມູນ​ມາ​ຈາກ​ຄົນ​ລວມ 57 ລ້ານ​ຄົນ

ນັກ​ວິ​ໄຈ​ພະຍາຍາມ​ຫາ​ຄ່າ​ມາ​ແທນ​ລະ​ດັບ​ຊົນ​ຊັ້ນ​ສັງຄົມ ໂດຍ​ຄິດ​ເປັນ​ລະ​ດັບ​ປະເທດ ດ້ວຍ​ການ​ຄິດໄລ່​ຄ່າ​ຜະລິດຕະພັນ​​ລວມ​ໃນ​ປະເທດ (GDP) ຕໍ່​ຫົວ​ປະຊາກອນ​ໃນ​ປີ 2011 ຈາກ​ຂໍ້​ມູ​ນທະ​ນາ​ຄານ​ໂລກ

ຫລັງ​ຈາກ​ຄວບ​ຄຸມ​ຕົວ​ແປ​ທຸກ​ຢ່າງ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້​ແລ້ວ ນັກ​ວິ​ໄຈ​ກໍ​ຫາ​ຄວາມ​ສຳພັນ ແລະ​ ເທື່ອ​ນີ້​ກໍ​ພົບຄວາມ​ສຳພັນເຊີງ​ລົບ​ລະຫວ່າງ​ຊົນ​ຊັ້ນ​ສັງຄົມ​ໃນ​ລະ​ດັບ​ຊາດ​ກັບ​ເປີ​ເຊັນຂອງ​ໝູ່​ທີ່​ມາ​ຈາກ​ຕ່າງ​ປະເທດ ໂດຍ​ປະເທດ​ທີ່​ມີຖາ​ນະ​ທາງ​ສັງຄົມ​ຕ່ຳ​ກວ່າ​ຈະ​ມີ​ໝູ່​ທີ່​ເປັນ​ນານາ​ຊາດ 35 ເປີເຊັນ ຂະນະ​ທີ່​ປະເທດ​ທີ່​ມີ​ຖາ​ນະ​ທາງ​ສັງຄົມ​ສູງ​ກວ່າ​ຈະ​ມີ​ໝູ່​ຈາກ​ຕ່າງ​ປະເທດ 28 ເປີ​ເຊັນ​ເທົ່າ​ນັ້ນ

ການ​ຄົ້ນ​ພົບ​ທາງ​ລະ​ດັບ​ທ້ອງ​ຖິ່ນ​ ແລະ​ ລະ​ດັບ​ໂລກ​ນີ້​ສອດ​ຄ້ອງ​ກັນ ຈຶ່ງ​ໄດ້ຮັບ​ການ​ເຜີຍແຜ່​ໃນ​ວາລະ​ສານ​ວິ​ຊາ​ການ Personality and Individual Differences ແລ້ວ

“ງານ​ວິ​ໄຈ​ຊິ້ນ​ອື່ນໆ​ຊີ້​ໃຫ້​ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ການສ້າງ​ເຄືອ​ຂ່າຍ​ກັບ​ຄົົນທີ່​ຢູ່​ໄກ​ອອກ​ໄປ ເພາະ​ຈະ​ເຮັດໃຫ້​ໄດ້​ມາ​ຊຶ່ງ​ຊັບ​ພະຍາ​ກອນ​ທີ່​ບໍ່​ໜ້າ​ຈະ​ມີ​ໃນ​ສັງຄົມ​ຂອງ​ຕົນເອງ ແນວ​ຄິດ​ນີ້​ເຮັດໃຫ້​ຊົນ​ຊັ້ນ​ລຸ່ມ​ມີ​ແນວ​ໂນ້ມ​ທີ່​ຈະ​ຫາ​ຊັບ​ພະຍາ​ກອນ​ທີ່​ຫລາຍ​ຂຶ້ນ​ຈາກ​ການ​ມີໝູ່​ນານາ​ຊາດ​ຫລາຍ​ຂຶ້ນ” ເມົາ​ໄລ ເຍຍວູ້​ດ ເຜີຍ

“ຖ້າເບີ່ງ​ເຖິງ​ວິທີ​ການ​ໃນ​ການ​ວິ​ໄຈ​ເທື່ອ​ນີ້ ການ​ລວມ​ເອົາ​ການສຶກສາ​ລະ​ດັບ​ນ້ອຍ​ ແລະ ​ລະ​ດັບ​ໃຫຍ່​ກໍ​ເຮັດໃຫ້​ໄດ້​ເລື່ອງ​ລາວ​ທີ່​ໜ້າ​ສົນ​ໃຈ ເຮົາ​ພົບ​ຄວາມ​ສຳພັນ​ຊຶ່ງ​ກໍ​ເປັນ​ຈຸດ​ເລີ່ມ​ຕົ້ນ​ທີ່​ດີ​ໃຫ້​ງານ​ວິ​ໄຈ​ລັກສະນະ​ນີ້​ໄດ້​ກ້າວ​ຕໍ່ໄປ”

ສ່ວນ​ສະ​ເປກ​ເຕີ​ໄດ້​ເສີມ​ວ່າ “ຄົນ​ສ່ວນ​ໃຫຍ່​ໃຊ້​ເຟ​ສບຸກ​ເປັນ​ທີ່​ໄດ້​ພົບ​ປະ ​ແລະ​ເ ຊື່ອມ​ສຳພັນ​ກັບ​ຄົນ​ອື່ນໆ ຫລາຍໆ​ຢ່າງ​ທີ່​ພົບ​ໃນ​ເຟ​ສບຸກ​ກໍ​ສະ​ທ້ອນ​ເຖິງ​ກິດຈະກຳ​ໃນ​ແຕ່​ລະ​ມື້​ຂອງ​ໝູ່ໃນ​ເຟ​ສບຸກ​ນັ້ນ​ເອງ”

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...