Homeຂ່າວເຫດການທ່ານຮອງນາຍົກ ລົງຕິດຕາມຄວາມຄືບໜ້າ ການກໍ່ສ້າງຊົນລະປະທານຫ້ວຍພະແລງ ຢູ່ແຂວງສະຫວັນນະເຂດ

ທ່ານຮອງນາຍົກ ລົງຕິດຕາມຄວາມຄືບໜ້າ ການກໍ່ສ້າງຊົນລະປະທານຫ້ວຍພະແລງ ຢູ່ແຂວງສະຫວັນນະເຂດ

Published on

somsavad

ໃນໄລຍະຢ້ຽມຢາມແຂວງສະຫວັນນະເຂດ ເມື່ອວັນທີ 12 ກັນຍານີ້, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ລົງຕິດຕາມຄວາມຄືບໜ້າຂອງການກໍ່ສ້າງໂຄງການຊົນລະປະທານຫ້ວຍພະແລງ ເມືອງຈຳພອນ ແຂວງສະຫວັນນະເຂດ ເຊິ່ງເປັນໂຄງການຊົນລະປະທານຂະໜາດໃຫຍ່ທີ່ມີມູນ ຄ່າການລົງທຶນຫລາຍກວ່າ 200 ຕື້ກີບ, ມາຮອດປັດຈຸບັນສຳເລັດແລ້ວຫລາຍກວ່າ 30% ພາຍຫລັງດຳ ເນີນມາແຕ່ປີ 2012.

ໂຄງການຊົນລະປະທານແຫ່ງນີ້ມີເນື້ອທີ່ອ່າງໂຕ່ງປະມານ 45 ກິໂລຕາແມັດ, ປະກອບມີຄອງ ເໝືອງແມ່ຍາວ 16 ກິໂລແມັດ ແລະ ຄອງເໝືອງຊອຍລະດັບຂັ້ນສອງ ແລະຂັ້ນສາມ ພ້ອມຄອງລະ ບາຍນ້ຳຍາວປະມານ 62 ກິໂລ ແມັດ, ຄາດວ່າຈະສະໜອງນ້ຳໃຫ້ແກ່ການຜະລິດເຂົ້ານາປີໄດ້ຫລາຍກວ່າ 2.000 ເຮັກຕາ, ນາແຊງ ແລະ ເນື້ອທີ່ປູກພືດລະດູແລ້ງຢ່າງລະ 1.000 ເຮັກຕາ ທີ່ກວມເອົາ 7 ບ້ານຂອງເມືອງດັ່ງກ່າວ.

ໃນໂອກາດນີ້, ທ່ານຮອງນາຍົກ ກໍໄດ້ແນະນຳໃຫ້ຄະນະຮັບຜິດຊອບໂຄງການແລະ ອຳນາດ ການປົກຄອງທ້ອງຖິ່ນເບິ່ງຄືນການນຳໃຊ້ນ້ຳຈາກໂຄງການຊົນລະປະທານດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ, ຖ້າຍັງມີຄວາມອາດສາມາດກໍໃຫ້ທ້ອງຖິ່ນລົງທຶນບຸກເບີກເນື້ອທີ່ການຜະລິດຕື່ມອີກ. ພ້ອມນັ້ນ, ທ່ານຮອງນາຍົກ ຍັງໄດ້ຢ້ຽມຢາມໂຄງ ການສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງຊົນ ລະປະທານຫ້ວຍສົ້ມປ່ອຍທີ່ບ້ານສົມສະອາດ ເມືອງໄກສອນ ພົມວິຫານ, ຖ້າສາມາດກໍ່ສ້າງໄດ້ກໍຈະ ເປັນໂຄງການໜຶ່ງທີ່ສຳຄັນເພື່ອສະໜອງນ້ຳໃຫ້ແກ່ເນື້ອທີ່ການຜະລິດໄດ້ແຕ່ 2.000-3.000 ເຮັກຕາ. ແຕ່ເຖິງຢ່າງໃດ, ທ່ານຮອງນາຍົກກໍໄດ້ແນະນຳໃຫ້ຜູ້ສຳຫລວດເອົາໃຈໃສ່ສຶກສາລະອຽດ ເພື່ອຫລີກ ເວັ້ນຜົນກະທົບຕໍ່ສິ່ງແວດລ້ອມແລະ ສັງຄົມ. ພ້ອມນັ້ນ ກໍໃຫ້ເອົາໃຈໃສ່ຕໍ່ເງື່ອນໄຂ ແລະ ຄວາມອາດ ສາມາດບຸກເບີກເນື້ອທີ່ການຜະລິດຂອງປະຊາຊົນເພື່ອສາມາດຮອງຮັບການສະໜອງນ້ຳຂອງຊົນລະປະ ທານດັ່ງກ່າວມີປະສິດທິພາບສູງສຸດ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...