spot_img
HomePicpostພາບວິກິດການຜູ້ອົບພະຍົບໄຫລເຂົ້າເອີຣົບ

ພາບວິກິດການຜູ້ອົບພະຍົບໄຫລເຂົ້າເອີຣົບ

Published on

ວິກິດການຜູ້ອົບພະຍົບຈາກພາກພື້ນຕາເວັນອອກກາງ ທີ່ພາກັນປົບໜີຈາກຄວາມຮຸນແຮງຂອງສົງຄາມ ແລະ ຄວາມທຸກຍາກ ຈຳໃຈຈາກບ້ານເກີດເມືອງນອນຂອງຕົນ ຫລັ່ງໄຫລກັນເຂົ້າມາສະແຫວງຫາສັນຕິພາບ ແລະ ຊີວິດທີ່ດີກ່ວາຢູ່ເອີຣົບ ຍັງບໍ່ທັນມີທ່າທີຈະຢຸຕິລົງໃນອານາຄົດອັນໃກ້ນີ້ ໂດຍຜູ້ອົບພະຍົບຫລາຍຮ້ອຍຄົນ ຍັງຕ້ອງນອນຕາກໝອກຢູ່ບໍລິເວນຊາຍແດນແຊັກບີ – ຮົງກາລີ ຫລັງຈາກທີ່ລັດຖະບານຮົງກາລີ ສັ່ງປິດຈຸດຜ່ານແດນ ໃນວັນທີ 15 ກັນຍາຜ່ານມາ ແລ້ວສ້າງຮົ້ວລວດໜາມປິດກັ້ນຕະຫລອດແນວຊາຍແດນຂອງຕົນ ແລະ ປະກາດພາວະສຸກເສີນ ສະກັດບໍ່ໃຫ້ຜູ້ອົບພະຍົບເຫລົ່ານີ້ຜ່ານເຂົ້າປະເທດ ເພື່ອເດີນທາງໄປສູ່ເອີຣົບຕາເວັນຕົກ ໃນຂະນະທີ່ຜູ້ອົບພະຍົບບາງສ່ວນ ກໍໄດ້ປ່ຽນຫາເສັ້ນທາງໃໝ່ ເພື່ອຊອກຫາຊີວິດທີ່ດີກ່ວາໃຫ້ແກ່ຕົນເອງ ແລະ ຄອບຄົວ.

 

ຜູ້ອົບພະຍົບຊາວຊີຣີ ໜີຈາກສົງຄາມພາຍໃນປະເທດ ອູ້ມລູກນ້ອຍຍ່າງສູ່ຊາຍແດນປະເທດເກຣັກ
ຜູ້ອົບພະຍົບຊາວຊີຣີ ໜີຈາກສົງຄາມພາຍໃນປະເທດ ອູ້ມລູກນ້ອຍຍ່າງສູ່ຊາຍແດນປະເທດເກຣັກ
ເດັກນ້ອຍຜູ້ອົບພະຍົບ ຫລັບຢູ່ເທິງຕັກຂອງແມ່ ຢູ່ນະຄອນຫລວງອິສຕັນບູນ ປະເທດຕວກກີ
ເດັກນ້ອຍຜູ້ອົບພະຍົບ ຫລັບຢູ່ເທິງຕັກຂອງແມ່ ຢູ່ນະຄອນຫລວງອິສຕັນບູນ ປະເທດຕວກກີ
ຜູ້ອົບພະຍົບ ຍ່າງເລາະຕາມຊາຍແດນເພື່ອຊອກຫາຊີວິດທີ່ດີກ່ວາ
ຜູ້ອົບພະຍົບ ຍ່າງເລາະຕາມຊາຍແດນເພື່ອຊອກຫາຊີວິດທີ່ດີກ່ວາ
ຄອບຄົວຜູ້ອົບພະຍົບ ຖືກທະຫານຮຸງກາລີ ຢືນຂວາງໄວ້ເພື່ອບໍ່ໃຫ້ເດີນທາງເຂົ້າປະເທດ
ຄອບຄົວຜູ້ອົບພະຍົບ ຖືກທະຫານຮົງກາລີ ຢືນຂວາງໄວ້ເພື່ອບໍ່ໃຫ້ເດີນທາງເຂົ້າປະເທດ
ຊາຍຜູ້ອົບພະຍົບ ອູ້ມລູກສາວຢືນຢູ່ຝັ່ງປະເທດແຊັກບີ ແນມຜ່ານຮົ້ວລວດໜາມທີ່ຂັ້ນຊາຍແດນກັບຮຸງກາລີໄວ້
ຊາຍຜູ້ອົບພະຍົບ ອູ້ມລູກສາວຢືນຢູ່ຝັ່ງປະເທດແຊັກບີ ແນມຜ່ານຮົ້ວລວດໜາມທີ່ຂັ້ນຊາຍແດນກັບຮົງກາລີໄວ້
ເດັກນ້ອຍຜູ້ອົບພະຍົບ ລາກເຕັ້ນຊຶ່ງໃຊ້ເປັນບ່ອນຢູ່ອາໃສກາງຖະໜົນເມືອງເຮີກອດ ຊາຍແດນແຊັກບີ - ຮຸງກາລີ
ເດັກນ້ອຍຜູ້ອົບພະຍົບ ລາກເຕັ້ນຊຶ່ງໃຊ້ເປັນບ່ອນຢູ່ອາໃສກາງຖະໜົນເມືອງເຮີກອດ ຊາຍແດນແຊັກບີ – ຮົງກາລີ
ຕຳຫລວດຮຸງກາລີ ຄວບຄຸມຕົວຜູ້ອົບພະຍົບທີ່ຈະເດີນທາງເຂົ້າສູ່ເອີຣົບຕາເວັນຕົກ
ຕຳຫລວດຮົງກາລີ ຄວບຄຸມຕົວຜູ້ອົບພະຍົບທີ່ຈະເດີນທາງເຂົ້າສູ່ເອີຣົບຕາເວັນຕົກ
ຜູ້ອົບພະຍົບພະຍາຍາມປະທ້ວງຢູ່ຮົ້ວຂັ້ນຊາຍແດນແຊັກບີ - ຮຸງກາລີ ເພື່ອຂໍສິດໃນການລີ້ໄພ ແລະ ຊີວິດໃໝ່ແດ່ພວກເຂົາ
ຜູ້ອົບພະຍົບພະຍາຍາມປະທ້ວງຢູ່ຮົ້ວຂັ້ນຊາຍແດນແຊັກບີ – ຮົງກາລີ ເພື່ອຂໍສິດໃນການລີ້ໄພ ແລະ ຊີວິດໃໝ່ແດ່ພວກເຂົາ
ເຖິງແມ່ນຈະຢູ່ໃນສະພາວະຂັດສົນ ແຕ່ເດັກນ້ອຍຜູ້ອົບພະຍົບ ກໍຍັງມີຮອຍຍິ້ມ ແລະ ຄວາມຫວັງໃນຊີວິດໃໝ່ສະເໝີ
ເຖິງແມ່ນຈະຢູ່ໃນສະພາວະຂັດສົນ ແຕ່ເດັກນ້ອຍຜູ້ອົບພະຍົບ ກໍຍັງມີຮອຍຍິ້ມ ແລະ ຄວາມຫວັງໃນຊີວິດໃໝ່ສະເໝີ

 

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...