spot_img
Home​ຂ່າວບັນເທິງຕົກໃຈກອງຖ່າຍຮູບເງົາ "ທອມ ຄຣູຊ"ເຮືອບິນຕົກເຮັດໃຫ້ທີມງານເສຍຊີວິດ2ຄົນ

ຕົກໃຈກອງຖ່າຍຮູບເງົາ “ທອມ ຄຣູຊ”ເຮືອບິນຕົກເຮັດໃຫ້ທີມງານເສຍຊີວິດ2ຄົນ

Published on

news201509130716813

ເກີດ​ເລື່ອງ​ໜ້າ​ເສົ້າ​ໃນ​ກອງ​ຖ່າຍ “Mena” ຮູບເງົາ​ເລື່ອງ​ໃໝ່​ທີ່ ທອມ ຄຣູຊ ດາ​ລາ​ລະ​ດັບ​ໂລກ​ຮ່ວມ​ສະແດງ ຫລັງ​ຈາກ​ທີ່ ຮໍ​ລີ​ວູ​ດ​ສື່​ບັນ​ເທີງ​ຊື່​ດັງ​ລາຍ​ງານ​ວ່າ ​ເກີດ​ອຸບັດເຫດ​ທີ່​ເຮືອບິນ​ຊຶ່ງ​ໃຊ້​ໃນ​ການ​ຖ່າຍ​ທຳ​ເກີດ​ຕົກ ແລະ​ເຮັດໃຫ້​ມີ​ຄົນ​ເສຍຊີວິດ ແຕ່ ຄຣູຊ ບໍ່​ໄດ້ຮັບ​ບາດ​ເຈັບ​ຫຍັງ​ເພາະ​ບໍ່​ໄດ້​ຢູ່ໃນ​ເຄື່ອງ​ຕອນ​ທີ່​ເກີດ​ເຫດ

ເຫດການ​ນີ້​ເກີດ​ຂຶ້ນ​ໃນ​ປະເທດ​ໂຄ​ລອມ​ເບຍ ເມື່ອ​ວັນ​ທີ 11 ກັນຍາ ທີ່​ຜ່ານມາ ໂດຍ​ເຮືອ​ບິນ​ເປັນ​ຂອງ​ບໍລິສັດ Aerostar ຊຶ່ງ​ມັນ​ຂຶ້ນ​ບິນ​ຈາກ​ເມືອງ​ນ້ອຍ​ໆ ໃກ້​ກັບ​ເມືອງ​ເມ​ເດ​ຍິນ ທັງ​ທີ່​ໃນ​ຕອນ​ນັ້ນ​ສະພາບ​ອາ​ກາດ​ບໍ່ດີ​ສຸດໆ

“ທອມ ຄູຊ ສະບາຍ​ດີ ເຮືອ​ບິນ​ທີ່​ໃຊ້​ໃນ​ການ​ຖ່າຍ​ທຳ​ມັນ​ຕົກລົງ​ມາ ແລະ​ໜ້າ​ເສົ້າ​ທີ່​ມີ​ຄົນ​ເສຍຊີວິດ ມັນ​ເກີດ​ຂຶ້ນ​ຫລັງ​ຈາກ​ທີ່ ທອມ ຖ່າຍ​ທຳ​ສາກ​ຂອງ​ລາວ​ສຳເລັດ​​ໄປ​ຮຽບຮ້ອຍ​ແລ້ວ ຕອນ​ນັ້ນ​ລາວບໍ່​ໄດ້​ຢູ່ໃນ​ເຮືອ​ບິນ” ແຫລ່ງ​ຂ່າວ​ລະບຸ
ທັງ​ນີ້ ຫນ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ບິນ​ໄດ້​ລະ​ບຸ​ຊື່​ຂອງ​ທັງ 3 ຄົົນທີ່​ຢູ່​ເທິງ​ເຮືອບິນ​ຕອນ​ທີ່​ເກີດ​ເຫດ​ປະກອບ​ດ້ວຍ ອະ​ລັນ ເດ​ວິດ ພູລ​ວິນ ຊຶ່ງ​ເປັນ​ຄົນ​ຂັບ​ກັບ​ນັກ​ສະແດງ, ຈິມ​ມີ ລີ ກາຣ​ແລນ ອີກ​ໜຶ່ງ​ຄົນ​ຂັບ ແລະ ກາຣ​ລອດ ເ​ບີດ ທີ່​ເປັນ​ຄົນ​ພື້ນ​ເມືອງ ແຕ່​ບໍ່​ມີ​ການ​ລະ​ບຸ​ວ່າ​ໃຜ​ທີ່​ເປັນ​ຄົນ​ເສຍຊີວິດ

Tom-Cruise-02222

 

Tom-Cruise-03333

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...