Homeຂ່າວພາຍ​ໃນສະພາບນ້ຳຖ້ວມຢູ່ບັນດາເມືອງຕ່າງໆຂອງແຂວງຈຳປາສັກ

ສະພາບນ້ຳຖ້ວມຢູ່ບັນດາເມືອງຕ່າງໆຂອງແຂວງຈຳປາສັກ

Published on

tue24sep1 (1)

ສະຫາຍບຸນຈັນ  ຈັນທະ ວົງ ເຈົ້າເມືອງເມືອງຈຳປາສັກ ໄດ້ໃຫ້ຮູ້ວ່າ ນັບແຕ່ວັນທີ 17 ກໍລະກົດມາເຖິງປັດຈຸບັນ ລະ ດັບນ້ຳໃນເຂດເມືອງຈຳປາ ສັກ, ແຂວງຈຳປາສັກ ໄດ້ເພີ່ມ ຂຶ້ນເລື້ອຍໆ ເນື້ອທີ່ນາຖືກນ້ຳ ຖ້ວມ 137 ເຮັກຕາ, 51 ບ້ານ ໃນ 4 ກຸ່ມ ແລະ 6.557  ຄອບ ຄົວ, ເສັ້ນທາງການສັນຈອນ ພົບຄວາມຫຍຸ້ງຍາກ ໂດຍສະ ເພາະແມ່ນເສັ້ນທາງບ້ານ ດອນຕະລາດຫາບ້ານຫນອງ ຜຳ, ດອນຕະລາດຫາສຸຂຸມາ, ດອນຕະລາດຫາຫນອງແຕ້
ແລະ ເສັ້ນທາງຫລັກ 12 ເມືອງໂພນທອງ. ສະຫາຍວົງ ພະຈັນ ພອນຕິດ ຫົວຫນ້າຂະ ແຫນງກົມອຸຕຸນິຍົມ ແລະ ອຸ ຖົກກະສາດ ແຂວງຈຳປາສັກ  ໄດ້ແຈ້ງພໍ່ແມ່ປະຊາຊົນໂດຍ ສະເພາະແມ່ນຢູ່ໃກ້ຕາຝ່ັງກໍ່ຄື ແຄມແມ່ນ້ຳຂອງ ແລະ ແຄມ ຫ້ວຍຮ່ອງ ຈ່ົງພ້ອມກັນກຽມ ພ້ອມຕໍ່ກັບໄພນ້ຳຖ້ວມ ເພາະ ໃນເວລາ 7 ໂມງເຊົ້າວັນທີ 20 ກັນຍາຜ່ານມານີ້ລະດັບນ້ຳ ຂອງໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວຄື 7,77 ແມັດ ຫມາຍຄວາມວ່າກາຍເຂດລະ ວັງໄພແມ່ນ 77 ຊັບຕີແມັດ.
ຂ່າວໃຫ້ຮູ້ອີກວ່າ: ເມືອງບາ ຈຽງຈະເລີນສຸກ ກໍ່ໄດ້ຮັບຜົນ ກະທົບຈາກສະພາບຝົນຕົກ ຫລາຍວັນຕິດຕໍ່ກັນ ເຮັດໃຫ້ ປະຊາຊົນບ້ານອຸດົມສຸກມີຜູ້ ເສຍຊີວິດ 2 ຄົນຍ້ອນດິນ ເຈື່ອນທັບ. ສະຫາຍສີຜາ ດວງມາລາ ຮອງເຈົ້າເມືອງ ເມືອງບາຈຽງຈະເລີນສຸກໄດ້ ໃຫ້ຮູ້ວ່າ: ຍ້ອນຝົນຕົກຕິດຕໍ່ ກັນຫລາຍວັນເຮັດໃຫ້ເນື້ອທີ່ ການຜະລິດຂອງປະຊາຊົນ ຖືກໄພນ້ຳຖ້ວມເຊ່ັນ: ເນື້ອທີ່ ນາ 200 ເຮັກຕາ ກວມ 188 ຄອບຄົວທີ່ໄດ້ຮັບຜົນກະທົບ, ເສັ້ນທາງທີ່ໄດ້ຮັບຄວາມເສຍ ຫາຍມີ 6 ເສັ້ນຄື: ທາງບ້ານ ຕີ້ວ, ບ້ານຫນອງກັ້ງ, ບ້ານປາ ຫລາຍ, ບ້ານຫນອງບົກໃຫຍ່, ບ້ານສອງຄອນ ແລະ ບ້ານທ່ົງ ທິງ, ມີສັດປີກໄດ້ຮັບຄວາມ ເສຍຫາຍ 300 ກ່ວາໂຕ, ງົວ ຕາຍ 3 ໂຕ, ແບ້ 3 ໂຕ, ຫນອງປາຖືກຖ້ວມ 13  ໜອງ ປັດຈຸບັນອຳນາດການປົກ ຄອງໄດ້ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງບັນຫາທີ່ຈະ ເກີດຂຶ້ນ ແລະ ພວມປະເມີນ ຝົນເສຍຫາຍ.
ສຳລັບເມືອງປາກເຊມີ 3 ບ້ານຕື່ມອີກຄື: ບ້ານໂພນສະ ອາດ, ບ້ານແກ ແລະ ບ້ານ ຫ້ວຍປູນ, ໃນນັ້ນບ້ານໂພນ ສະອາດຖືກນ້ຳຖ້ວມແລ້ວ 20 ຄອບຄົວ, ບ້ານແກ 60 ຄອບ ຄົວ ແລະ ບ້ານຫ້ວຍປູນ 35 ຄອບຄົວ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...