Home​ຂ່າວບັນເທິງຄຣິສ ບລາວ''ດີໃຈຫລາຍສານຕັດສິນໃຫ້ສິດລ້ຽງດູລູກ

ຄຣິສ ບລາວ”ດີໃຈຫລາຍສານຕັດສິນໃຫ້ສິດລ້ຽງດູລູກ

Published on

558000006156304

ຫລັງ​ຈາກ​ເຝົ້າ​ຖ້າ​ມາ​ດົນ​ຈົນ​ເກືອບ​ຈະ​ຂຶ້ນ​ຄອນ​ເສີດ​ບໍ່ໄດ້ ລ່າ​ສຸດ ຄຣິສ ບລາວ ນັກ​ຮ້ອງ​ໜຸ່ມ​ຄົນ​ດັງ​ກໍ່​ໄດ້ຮັບ​ຂ່າວ​ດີ ເມື່ອ​ລ່າ​ສຸດ ສື່​ບັນ​ເທີງ​ຍອດ​ຮິ​ດລາຍ​ງານ​ວ່າ ສານ​ຕັດ​ສິນ​ໃຫ້​ ບລາວ ​ໄດ້​ສິດ​ລ້ຽງດູ ຣໍ​ຍັນ​ຕີ ລູກ​ສາວ​ແສນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ

ຢ່າງໃດ​ກໍ່​ຕາມ ບລາວ ​ກໍ່​ເຮັດໃຫ້​ຫລາຍ​ຄົນ​ປະ​ທັບ​ໃຈ ເມື່ອ​ສະແດງ​ຄວາມ​ຮັບ​ຜິດຊອບ​ລ້ຽງດູ​ເດັກ​ຄົນ​ນັ້ນ ຊຶ່ງ​ລາວກໍ່​ເບິ່ງ​ຈະ​ຮັກ​ສາວຄົນ​ນີ້​ຫລາຍ​ໆ ຈົນ​ເຖິງ​ຂະໜາດ​ພາ​ໄປ​ໃສ​ມາ​ໃສ​ນຳກັນ​ຢູ່​ເລື້ອຍໆ ຢ່າງ​ເຊັ່ນ ໄປ​ທ່ຽວ​ສວນ​ສະ​ໜຸກ ເປັນ​ຕົ້ນ
ເຖິງ​ແບບ​ນັ້ນ ຄວາມ​ສຳພັນ​ຂອ​ງ ບ​ລາວ ​ກັບ​ເນຍ ​ກັບ​ກົງ​ກັນ​ຂ້າມ ເພາະ​ແຕ່ກ່ອນລາວ​ເອງ​ກໍ່​ບໍ່​ໄດ້​ຮັກ​ນາງ​ຫລວງຫລາຍ​ຫຍັງ​ ແລະ​ຕ້ອງ​ການ​ສິດ​ລ້ຽງດູ​ລູກ ຊຶ່ງ​ປະ​ເດັນ​ນີ້​ເຮັດໃຫ້​ເກີດ​ສົງຄາມ​ນ້ຳ​ລາຍ​ລະຫວ່າງ​ທັງ 2 ຝ່າຍ ຈົນ​ຕ້ອງ​ມາ​ຕັດ​ສິນ​ກັນ​ໃນ​ຂັ້ນ​ສານ
ທ້າຍ​ທີ່ສຸດ ເມື່ອ​ວັນ​ທີ 11 ກັນຍາ ທີ່​ຜ່ານມາ ສານ​ກໍ່​ຕັດ​ສິນ​ໃຫ້ ​ບລາວ ​ໄດ້​ສິດ​ລ້ຽງດູ​ລູກ​ຮ່ວມ​ກັບ​ເນຍ ໂດຍ​ຈະ​ຕ້ອງ​ຜັດ​ປ່ຽນກັນ​ເບິ່ງແຍງ​ລູກທຸກ​ໆ 4 ມື້ ສ່ວນ​ຄ່າ​ລ້ຽງດູ​ເດັກ​ທີ່​ຝ່າຍ​ຍິງ​ຈະ​ໄດ້ຮັບ​ຈາ​ກ ບ​ລາວ​ນັ້ນ ຈະ​ຢູ່​ທີ່ 2,500 ໂດລາຕໍ່​ເດືອນ (ປະ​ມານ ສອງຮ້ອຍລ້ານກີບ) ຊຶ່ງ​ໜ້ອຍ​ກວ່າ​ທີ່​ນາງ​ຕ້ອງ​ການ​ຫລາຍ ເພາະ​ນາງ​ຢາກ​ໄດ້ 15,000 ໂດລາຕໍ່​ເດືອນ (ປະ​ມານໜື່ງພັນສອງຮ້ອຍລ້ານກີບ)

news20150721013074

 

Chris-Brown-2

 

137

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...