spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ບ່າວໃຫຍ່ກໍ່ເຫດຍິງແຟນຕົນເອງເສຍຊີວິດ ແລ້ວຂ້າຕົນເອງຕາຍຕາມ ຢູ່ເມືອງປາກງື່ມ!

ບ່າວໃຫຍ່ກໍ່ເຫດຍິງແຟນຕົນເອງເສຍຊີວິດ ແລ້ວຂ້າຕົນເອງຕາຍຕາມ ຢູ່ເມືອງປາກງື່ມ!

Published on

couple died

ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ​ເວລາປະມານ 17:00 ​ໂມງ​ຂອງ​ວັນ​ທີ 13 ກັນຍາ​ຜ່ານ​ມານີ້, ໄດ້ເກີດເຫດການຍິງກັນຢູ່ບ້ານທ່າເດື່ອສິງຫອມ ປາກງື່ມ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນຄື: ນາງ ຈັນ​ສະ​ໜອນ ອາຍຸ 30 ປີ ຢູ່​ບ້ານໝາກ​ນາວ​ໃຕ້ ຖືກຍິງບໍລິເວນເອິກ ແລະ ທ້າວ ທິນນະກອນ (​ໃຫຍ່)ອາຍຸ 40 ປີ ຢູ່​ບ້ານ​ດອນ​ວັງ​ໂພ ເມືອງປາກງື່ມ ຖືກຍິງບໍລິເວນຫົວເສຍຊິວິດຢູ່ໃນລົດເກງສີປອນ, ໝາຍເລກທະບຽນ ກສ 3477 ກໍາແພງນະຄອນ ແລະ ພົບເຫັນປືນສັ້ນໜຶ່ງກະບອກເຮ່ຍຢູ່ຂ້າງຜູ້ເສຍຊີວິດທັງສອງ.

ເຈົ້າ​ໜ້າ​ທີ່​ໃຫ້​ຮູ້​ວ່າ: ຜູ້ເສຍຊີວິດທັງສອງເຄີຍຢູ່ກິນນໍາກັນແບບຜົວ-ເມຍ, ແຕ່ບໍ່ທັນແຕ່ງງານ ແລະ ຜ່ານມາມັກຜິດຖຽງກັນປະຈໍາ ແລະ ໄດ້ແຍກກັນຢູ່, ເຊິ່ງໃນມື້​ເກີດ​ເຫດທ້າວ ທິນນະກອນ ​ໄດ້​ຂັບ​ລົດຈັກ​ຕິດຕາມ​ນາງ​ ຈັນ​ສະໝອນ ​ມາ​ແຕ່​ບ້ານ​ໝາ​ວນາວ​ໃຕ້ພໍ​ມາ​ຮອດ​ຈຸດ​ເກີດ​ເຫດ​ຈຶ່ງ​ໄດ້​ໃຊ້​ປຶ​ນທີ່​ກຽມ​ມາ​ຍິງ​​ນາງ ຈັນ​ສະໝອນ ຈົນ​ເສຍ​ຊີວິດ ​​ແລ້ວ​ທ້າວ ທິນນະກອນ ກໍ​ເຂົ້າ​ໄປ​ໃນ​ລົດແລ້ວ​ໃຊ້​ປືນ​​ຍິງ​ຕົວ​ເອງຕາຍຕາມ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...