Homeຂ່າວພາຍ​ໃນບຸບເຟ 10.000 ກີບ ທາງເລືອກຂອງຄົນລາຍຮັບໜ້ອຍ

ບຸບເຟ 10.000 ກີບ ທາງເລືອກຂອງຄົນລາຍຮັບໜ້ອຍ

Published on

12002254_1628148217435105_2533417069777888400_n
ຕອນທ່ຽງອາທິດກ່ອນໄດ້ໄປກິນອາຫານ ຢູ່ຮ້ານບຸບເຟຫວານເຢັນ ບ້ານສວນສະຫວັນເມືອງ ປາກເຊ (ຂ້າງສາງມະຫາໄຊ) ເພາະໄດ້ຍິນວ່າເປັນບຸບເຟລາຄາຖືກ “ ພຽງ 10.000 ກີບກໍ່ອີ່ມໄດ້ ” ນອກນັ້ນ ຍັງມີຂອງຫວານ ແຖມລ້ານຳອີກ ເຊິ່ງໃນສະພາບລາຍຮັບມັນບໍ່ຄ່ອຍ ເຫັນດີກັບລາຍຈ່າຍຄືຊູ່ມື້ນີ້ ບຸບເຟແບບທີ່ວ່າຈຶ່ງ ເປັນຄຳຕອບໄດ້ເປັນຢ່າງດີ.

12009737_1628148594101734_4186070867488354637_n

ເອື້ອຍ ໝ້ອງ ແສງທອງ ເຈົ້າຂອງຮ້ານບຸບເຟຫວານເຢັນ ເລົ່າສູ່ຟັງພໍຫຍໍ້ໆວ່າ: ໄດ້ເລີ່ມ ເຮັດ ບຸບເຟນີ້ມາແຕ່ເດືອນ 2 ( ເດືອນກຸມພາ 2015 ) ໂດຍໄປເຫັນຈາກ ປະເທດໃກ້ຄຽງເຮົາ. ທຳອິດ ມີເຂົ້າປຸ້ນ ແລະ ໝີ່, ຕໍ່ມາອີກ 2 ເດືອນ ຈຶ່ງເຮັດເຂົ້າລາດໜ້າຕື່ມ ມີອາຫານລາດໜ້າ 5 ເຍື່ອງ ໃນລາຄາ 10.000 ກີບແລະ ແຖມນຳ້ຫວານນຳອີກ ທັງສອງລາຍການ. ເອື້ອຍໝ້ອງບອກວ່າທີ່ສາມາດ ເຮັດໃນລາ ຄາຖືກໄດ້ຍ້ອນອາໄສຂາຍນຳ້ດື່ມ, ນຳ້ປັ່ນໝາກໄມ້, ຕຳສົ້ມ, ອາຫານຕາມສັ່ງ… ສະນັ້ນ, ຖ້າຫາກແຂກ ເອົານຳ້ດື່ມມາກິນນຳທາງຮ້ານກໍ່ຈະບໍ່ມີກຳໄລ. ສຳລັບລູກຄ້າສ່ວນຫຼາຍແມ່ນພະນັກງານ, ນັກຮຽນ ນັກສຶກສາເຊິ່ງບຸບເຟ ຈະເປີດແຕ່ 9.30 – 13.00 ໂມງ. ນອກນັ້ນ ທາງຮ້ານຍັງມີບໍລິການຕໍ່ສຳລັບຜູ້ທີ່ ມັກໃນກິລາເປຕັງ ທີ່ສາມາດຫຼິ້ນກີລາ ແລະ ດື່ມກິນໄປນຳ. ສ່ວນຜູ້ທີ່ບໍ່ມັກຫຼິ້ນກິລາ ແຕ່ມານັ່ງດື່ມ ທາງຮ້ານຍັງມີແຖມເບຍໃຫ້ລ້າ 1 ແກ້ວ ຖ້າຊື້ເບຍ 4 ແກ້ວ.

12036668_1628148600768400_7029822161555262373_n
ບຸບເຟລາຄາຖືກ ອາຫານສະອາດ ບັນຍາກາດດີ ນັບວ່າເປັນອີກທາງເລືອກໜຶ່ງ ຂອງພະນັກງານ ນັກຮຽນນັກສຶກສາ ແລະ ແຂກທົ່ວໄປ ທີ່ຕ້ອງການປະຢັດ ແຕ່ໄດ້ກິນອີ່ມ. ເອົາເປັນວ່າ ທຸລະກິດຂວັນໃຈ ຄົນລາຍຮັບໜ້ອຍແບບນີ້ທີ່ບໍ່ຄ່ອຍມີ ຈຶ່ງຄວນສົ່ງເສີມຊ່ວຍກັນ ( ກິນພໍດີ ) ເພື່ອໃຫ້ທຸລະກິດ ຂອງເພິ່ນ ຢູ່ໄດ້ ແລະ ຂະຫຍາຍຕົວຕໍ່ໄປ. ທ່ານຜູ້ອ່ານທ່ານໄດ້ ມີໂອກາດໄດ້ມາປາກເຊ ຢ່າລືມແວ່ສຳຜັດໃຫ້ໄດ້ ແລະຢ່າລືມຊື້ນ້ຳເພິ່ນດື່ມແດ່ເດີ ເພາະກຳໄລຢູ່ກັບເຄື່ອງດື່ມຕ່າງໆ.

ໂດຍ: ຫຼານພໍ່ເຖົ້າ
ລາຍງານຈາກ: ໜັງສືພິມຈຳປາໃໝ່ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...