spot_img
Homeຂ່າວຕ່າງປະເທດຮຸງກາລີປະກາດພາວະສຸກເສີນ ບໍລິເວນຊາຍແດນຕິດກັບແຊັກບີ ຮັບມືຜູ້ອົບພະຍົບລັກລອບເຂົ້າປະເທດ!

ຮຸງກາລີປະກາດພາວະສຸກເສີນ ບໍລິເວນຊາຍແດນຕິດກັບແຊັກບີ ຮັບມືຜູ້ອົບພະຍົບລັກລອບເຂົ້າປະເທດ!

Published on

NjpUs24nCQKx5e1D68gzKpifCuFGYbXwevUMIsVdEv9

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນວັນອັງຄານທີ 15 ກັນຍາຜ່ານມານີ້ ລັດຖະບານຮຸງກາລີ ໄດ້ປະກາດພາວະສຸກເສີນໃນບໍລິເວນຊາຍແດນຕໍ່ກັບປະເທດແຊັກບີແລ້ວ ເພື່ອຮັບມືກັບວິກິດການຜູ້ອົບພະຍົບລັກລອບເຂົ້າປະເທດ ໂດຍໃນມື້ດຽວກັນຕຳຫລວດຮຸງກາລີ ໄດ້ດຳເນີນການຈັບກຸມຜູ້ອົບພະຍົບທີ່ອ້າງວ່າເປັນຊາວຊີຣີ ແລະ ອັບການິດສະຖານ ລັກລອບເຂົ້າຮຸງກາລີແບບຜິດກົດໝາຍຜ່ານຊາຍແດນແຊັກບີຈຳນວນ 60 ຄົນ.

ການປະກາດພາວະສຸກເສີນດັ່ງກ່າວນີ້ ເກີດຂຶ້ນພຽງໜຶ່ງວັນ ຫລັງຈາກທີ່ລັດຖະບານຮຸງກາລີ ໄດ້ສັ່ງໃຫ້ມີການສ້າງຮົ້ວລວດໜາມຂັ້ນຕະຫລອດແນວຊາຍແດນຕິດກັບແຊັກບີ ຢູ່ບໍລິເວນເມືອງຣອດເຄ ຊຶ່ງມີຄວາມຍາວທັງໝົດ 175 ກິໂລແມັດ ພ້ອມທັງໄດ້ປິດກັ້ນເສັ້ນທາງລົດໄຟ ອັນເປັນເສັ້ນທາງຫລັກທີ່ຜູ້ອົບພະຍົບໃຊ້ໃນການເດີນທາງເຂົ້າຮຸງກາລີ.

ທ່ານ ໂຊນຕັນ ໂຄວັກ ໂຄສົກລັດຖະບານຮຸງກາລີໄດ້ຖະແຫລງວ່າ ຜູ້ອົບພະຍົບຍັງມີໂອກາດເຂົ້າສູ່ຮຸງກາລີ ຫລື ປະເທດອື່ນໆໃນສະຫະພາບເອີຣົບໄດ້ ດ້ວຍວິທີການຢ່າງເປັນທາງການ ແລະ ຖືກຕ້ອງຕາມກົດໝາຍ ໂດຍຕ້ອງການໃຫ້ຜູ້ອົບພະຍົບປະຕິບັດຕາມກົດໝາຍລະຫວ່າງປະເທດ ແລະ ກົດໝາຍຂອງສະຫະພາບເອີຣົບເທົ່ານັ້ນ.

ທັງນີ້ ສະຫະພາບເອີຣົບຍັງບໍ່ສາມາດຕົກລົງກັນໄດ້ ກ່ຽວກັບແຜນການເພີ່ມໂກຕາກະຈາຍຜູ້ອົບພະຍົບ ຈາກຈຳນວນ 40,000 ຄົນ ມາເປັນ 120,000 ຄົນ ຈາກປະເທດເກຣັກ ແລະ ອີຕາລີ ໄປຍັງປະເທດສະມາຊິກອື່ນໆ ຊຶ່ງແຜນການດັ່ງກ່າວໄດ້ຖືກຄັດຄ້ານໂດຍສາທາລະນະລັດເຊັກ, ສະໂລວັກ ແລະ ຮຸງກາລີ.

ດ້ານ ທ່ານ ໂທມັສ ເດີ ເມຊີແອ ລັດຖະມົນຕີວ່າການກະຊວງພາຍໃນເຢຍລະມັນໄດ້ອອກມາຖະແຫລງວ່າ ສະຫະພາບເອີຣົບຄວນມີມາດຕະການກົດດັນປະເທດສະມາຊິກ ໃຫ້ປະຕິບັດຕາມແຜນແບ່ງໂກຕາຜູ້ອົບພະຍົບດັ່ງກ່າວ ເຊັ່ນການຫລຸດເງິນງົບປະມານໃຫ້ປະເທດເຫລົ່ານັ້ນ ດັ່ງນີ້ເປັນຕົ້ນ.

NjpUs24nCQKx5e1D68gzKpifCuFGYbU3yg1k5r4FUeO
ຜູ້ອົບພະຍົບຕັ້ງແຄ້ມຢູ່ບໍລິເວນຊາຍແດນປະເທດແຊັກບີ ຫລັງຈາກທີ່ບໍ່ສາມາດເຂົ້າປະເທດຮຸງກາລີໄດ້
NjpUs24nCQKx5e1D68gzKpifCuFGYbZehDfo81NNeSf
ຜູ້ອົບພະຍົບຍົກປ້າຍປະທ້ວງ ເຖິງຄວາມຫລົ້ມເຫລວຂອງສະຫະພາບເອີຣົບ ໃນການປະຕິບັດນະໂຍບາຍສິດທິມະນຸດຕໍ່ພວກເຂົາ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...