spot_img
Homeມູມໄອທີລາວຟັງຊັ່ນໃໝ່ເທິງ iPhone 6S ທີ່ບໍ່ແມ່ນຂອງໃໝ່ ສຳລັບ Android

ຟັງຊັ່ນໃໝ່ເທິງ iPhone 6S ທີ່ບໍ່ແມ່ນຂອງໃໝ່ ສຳລັບ Android

Published on

images_14423449925

ສຳລັບ  iPhone 6S ແລະ  iPhone 6S Plus ທີ່​ເປີດ​ຕົວ​ຢ່າງ​ຍິ່ງ​ໃຫຍ່​ໄປ​ເມື່ອ​ວັນທີ່ 9 ກັນຍາ 2015 ທີ່​ຜ່ານມາ ສ້າງ​ຄວາມ​ຕື່ນ​ຕາ​ຕື່ນ​ໃຈ​ໃຫ້​ກັບ ສາວົກ iPhone ຢ່າງ​ຫລວງຫລາຍ​ເລີຍ​ ໂດຍ​ສະເພາະ​ຟັງຊັ່ນໃໝ່​ແກະ​ກ່ອງ​ຢ່າງ Force Touch, 3D Touch, ກ້ອງ​ຖ່າຍ​ຮູບ​ອັບ​ເກດ​ໃໝ່ ລວມ​ໄປ​ເຖິງ​ສີ​ສັນ​ໃໝ່​ຢ່າງ ສີ​ຊົມ​ພູ Rose Gold ຊຶ່ງ​ໃນ​ຂະນະ​ທີ່ ສາວົກ iPhone ກຳ​ລັງ​ຕື່ນຕາຢູ່ນັ້ນ ຝັ່ງ​ຂອງ ຜູ້​ໃຊ້ Android ຕ່າງ​ເສີຍໆ ກັບ​ຟັງຊັ່ນ​ເຫລົ່າ​ນີ້ ເນື່ອງ​ຈາກ​ຟັງຊັ່ນ​ບາງຢ່າງ ມີ​ໃຫ້​ໃຊ້​ເທິງ ມື​ຖື Android ມາ​ດົນ​ແລ້ວ​ນັ້ນ​ເອງ ມາ​ເບິ່ງ​ກັນ​ດີກວ່າ​ວ່າ ຂອງ​ໃໝ່​ເທິງ iPhone 6S ມີ​ຫຍັງ​ທີ່​ເປັນ​ຂອງ​ເກົ່າ​ເທິງ Android

ຮອງ​ຮັບ​ການ​ຖ່າຍ​ຄລິບ​ວີ​ດີ​ໂອ​ຄວາມ​ລະອຽດ 4K

images_14423373671

ທັງ iPhone 6S ແລະ iPhone 6S Plus ນອກ​ຈາກ​ຈະ​ມາ​ພ້ອມ​ກັບ ກ້ອງ​ດ້ານ​ຫລັງ ຄວາມ​ລະອຽດ 12 ລ້ານ​ພິກ​ເຊລ​ແລ້ວ ຍັງ​ເປັນ​ເທື່ອ​ທຳອິດ​ທີ່​ສາມາດ​ຮອງ​ຮັບ​ການ​ຖ່າຍ​ຄລິບ​ວີ​ດີ​ໂອ ຄວາມ​ລະອຽດ​ລະ​ດັບ 4K ອີກ​ດ້ວຍ ສ່ວນ ມື​ຖື Android ຕ້ອງ​ບອກວ່າ ສາມາດ​ຖ່າຍ​ຄລິິບ​ວີ​ດີ​ໂອ ຄວາມ​ລະອຽດ​ລະ​ດັບ 4K ໄດ້​ມາ​ດົນ​ພໍ​ສົມຄວນ​ແລ້ວ ຊຶ່ງ​ຟັງຊັ່ນ​ນີ້ ມີ​ໃຫ້​ເລືອກ​ກັນ​ກວ່າ 30 ລຸ້ນ​ເລີຍ

ໄຟ​ແຟັດ​ທີ່​ກ້ອງ​ດ້ານ​ໜ້າ

images_14423371762

ນອກ​ຈາກ​ຈະ​ປັບປຸງ​ກ້ອງ​ດ້ານ​ຫລັງ​ແລ້ວ ໃນ​ສ່ວນ​ຂອງ​ກ້ອງ​ດ້ານ​ໜ້າ ໄດ້​ປັບ​ຄວາມ​ລະອຽດ​ຈາກ​ເກົ່າ 1.2 ລ້ານ​ພິກ​ເຊລ ເປັນ 5 ລ້ານ​ພິກ​ເຊລ ອີກ​ທັງ​ຍັງ​ມາ​ພ້ອມ​ກັບ ໄຟ​ແຟັດ​ທີ່​ກ້ອງ​ດ້ານ​ໜ້າ ທີ່​ທາງ ແອບ​ເປີນ ເອີ້ນວ່າ Retina Flash ຊຶ່ງ​ຈະ​ໃຊ້​ການ​ກະພິບ​ຂອງ​ໜ້າ​ຈໍ​ເປັນ​ແຟັດ ເພື່ອ​ຊ່ວຍ​ເພີ່ມ​ແສງ​ສະຫວ່າງ​ຂະນະ​ຖ່າຍ​ຮູບ​ນັ້ນ​ເອງ

ແຕ່​ເທິງ ມື​ຖື Android ບາງ​ລຸ້ນ ກໍ​ມາ​ພ້ອມ​ກັບ​ໄຟ​ແຟັດ​ທີ່​ກ້ອງ​ດ້ານ​ໜ້າ​ແລ້ວ​ເຊັ່ນ​ກັນ ຢ່າງ​ເຊັ່ນ Samsung Galaxy J7 ເປັນ​ຕົ້ນ

ບໍ​ດີ້​ແບບ ອະ​ລູ​ມິ​ນຽ່ມ​ອັນ​ລອຍ ເກດ 7000

images_14423371933

ຫລັງ​ຈາກ​ທີ່​ເກີດ​ກະ​ແສ Bendgate ເທິງ iPhone 6 ເມື່ອ​ປີ​ທີ່​ຜ່ານມາ ເຮັດໃຫ້​ໃນ​ປີ​ນີ້ ແອບ​ເປີນ ຕັດ​ສິນ​ໃຈ​ປ່ຽນ​ວັດ​ຖຸ​ທີ່​ໃຊ້​ຜະລິດ​ຕົວ​ເຄື່ອງ iPhone 6S ແລະ iPhone 6S Plus ໃໝ່ ເປັນ​ບໍ​ດີ້​ແບບ ອະ​ລູ​ມິ​ນຽ່ມ​ອັນ​ລອຍ ເກດ 7000 ຊຶ່ງ​ໃຊ້​ກັນ​ຫລາຍ​ໃນ​ອຸດສາຫະກຳ​ເຄື່ອງ​ບິນ

ແຕ່​ສຳລັບ ມື​ຖື Android ລຸ້ນ​ທຳອິດ​ທີ່​ປ່ຽນ​ມາ​ໃຊ້ ວັດ​ຖຸຕົວ​ເຄື່ອງ​ແບບ ອະ​ລູ​ມິ​ນຽ່ມ​ອັນ​ລອຍ ເກດ 7000 ນັ້ນ​ກໍ​ຄື Samsung Galaxy S6 edge+ ຊຶ່ງ​ເປີດ​ຕົວ​ໄປ​ເມື່ອ​ບໍ່ດົນມານີ້

ຫນ່ວຍ​ຄວາມ​ຈຳ RAM ຂະໜາດ 2 GB

images_14423372104

ປົກກະຕິ​ແລ້ວ ສະ​ເປັກ​ຂອງ iPhone ແຕ່​ລະ​ລຸ້ນ ທາງ​ແອບ​ເປີນ​ມັກ​ຈະ​ບໍ່​ຄ່ອຍ​ກ່າວເຖິງ ຫນ່ວຍ​ຄວາມ​ຈຳ RAM ປານໃດ ເນື່ອງ​ຈາກ​ບໍ່​ຄ່ອຍ​ເນັ້ນ​ຂາ​ຍສະ​ເປັກ​ຄື​ກັບ ມື​ຖື​ລຸ້ນ​ອື່ນໆ ແຕ່​ຈາກ​ຂໍ້​ມູນ​ເທິງ Xcode ທີ່​ນັກ​ພັດທະນາ iOS ລາຍ​ໜຶ່ງ ໄດ້​ຄົ້ນ​ພົບ​ຫລ້າ​ສຸດ ເຜີຍ​ວ່າ ທັງ iPhone 6S ແລະ iPhone 6S Plus ມາ​ພ້ອມ​ກັບ​ຫນ່ວຍ​ຄວາມ​ຈຳ RAM ຂະໜາດ 2 GB ແລ້ວ ທີ່​ເອີ້ນ​ໄດ້​ວ່າ ໜ້າ​ຈະ​ສ້າງ​ຄວາມ​ດີ​ໃຈ​ໃຫ້​ກັບ ສາວົກ iPhone ບໍ່​ນ້ອຍ

ສ່ວນ​ຝັ່ງ Android ລຸ້ນ​ປະຈຸບັນ ມາ​ພ້ອມ​ກັບ​ຫນ່ວຍ​ຄວາມ​ຈຳ RAM ເຖິງ 4 GB ຈຶ່ງ​ຖື​ວ່າ ບໍ່ແມ່ນ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ​ປານໃດ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...