spot_img
Homeຂ່າວພາຍ​ໃນຄຳມ່ວນ ຫາລືກຽມ ສ້າງຕັ້ງສະມາຄົມໂຮງສີເຂົ້າ ເພື່ອຮອງຮັບ ເອອີຊີ

ຄຳມ່ວນ ຫາລືກຽມ ສ້າງຕັ້ງສະມາຄົມໂຮງສີເຂົ້າ ເພື່ອຮອງຮັບ ເອອີຊີ

Published on

142

ຂປລ. ຜູ້​ປະກອບ​ການ​ ໂຮງສີ​ເຂົ້າ 5 ຕົວເມືອງ ​ແຂວງ​ຄຳ​ມ່ວນ ຄື: ເມືອງໜອງບົກ, ທ່າແຂກ, ເຊບັ້ງໄຟມະຫາໄຊ ແລະ ໄຊບົວທອງ​ ໄດ້​ປຶກສາ​ຫາລື ຮ່ວມ​ກັບ​ ພະ​ແນ​ກ ອຸດສາຫະກຳ ​ແລະ ການ​ຄ້າ​ແຂວງ ​ເພື່ອ​ສ້າງ​ຕັ້ງ ສະມາຄົມໂຮງສີເຂົ້າ ​ເມື່ອ​ບໍ່​ດົນ​ມາ​ນີ້, ​ແນ​ໃສ່ ​ສ້າງ​ຄວາມ ​​ເອື້ອອຳນວຍ ການ​ສົ່ງ​ອອກ ປະ​ເພດ​ສິນຄ້າ​ເຂົ້າ​ ພາຍຫລັງ ສປປ ລາວ ​ເຂົ້າ​ເປັນ ປະຊາຄົມເ ສດຖະກິດ ອາຊຽນ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມ ໄດ້ຮັບຟັງ ການລາຍງານ ສະພາບການ ກະກຽມດຳເນີນ ການສ້າງຕັ້ງ ສະມາຄົມ ໂຮງສີເຂົ້າ ໄລຍະຜ່ານມາ, ປັດຈຸບັນ ທົ່ວແຂວງຄຳມ່ວນ ມີສະມາຊິກ ໂຮງສີເຂົ້າ ທັງໝົດ 44 ທ່ານ, ​ມີຄະນະຂົນ ຂວາຍ 7 ທ່ານ.

ຈາກນັ້ນ ກອງປະຊຸມ ກໍໄດ້ພ້ອມກັນ ປຶກສາຫາລື ກ່ຽວກັບ ການກຳນົດ ປະເພດສະຫະກອນ, ຊື່ຈຳນວນ ສະມາຊິກ, ແຜນການ ສ້າງຕັ້ງ, ທຶນຈົດທະບຽນ, ຈຳນວນຮຸ້ນ, ຮ່າງລະບຽບ ຂອງສະຫະກອນ, ການກຳນົດຮຸ້ນ ໃນເບື້ອງຕົ້ນ, ກຳນົດ ການຖອນຮຸ້ນ ທັງນີ້້ ກໍເພື່ອກຽມ ຄວາມພ້ອມ ​ແລະ ຄວາມເຂົ້າໃຈ ​ໃນ​ການຊຸກຍູ້ ສົ່ງເສີມ ສະຫະກອນ, ຮັບປະກັນ ໃຫ້ຜູ້ຜະລິດ, ມີແຜນການ ແຜນງານ ການເຄື່ອນໄຫວ ທີ່ຖືກຕ້ອງ ແລະ ສອດຄ່ອງ.
ແຫລ່ງຂ່າວ:
ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...