Homeຂ່າວພາຍ​ໃນລາວ-ມຽນມາ ຮ່ວມກັນຈັດຕັ້ງກອງປະຊຸມກ່ຽວກັບວຽກງານຊາຍແດນ

ລາວ-ມຽນມາ ຮ່ວມກັນຈັດຕັ້ງກອງປະຊຸມກ່ຽວກັບວຽກງານຊາຍແດນ

Published on

fri20sep3

ກອງປະຊຸມຄະນະກຳມະການຊາຍແດນລາວ-ມຽນມາ ຂັ້ນແຂວງ/ເຂດ ຄັ້ງທີ IV ໄດ້ ຈັດຂຶ້ນທີ່ເມືອງ ທ່່າຂີ້ເຫຼັກ ລັດ ຊານ ສາທາລະນະລັດ ສະຫະ ພາບມຽນມາ ໃນລະຫວ່າງວັນ ທີ 15-17 ກັນຍາ 2013 ນີ້ ໂດຍການເປັນປະທານຮ່ວມ ຂອງທ່ານພັນເອກ ສີພັນ ພຸດ ທະວົງ, ຫົວໜ້າກົມຊາຍແດນ ແລະ    ແຜນທີ່ ກົມໃຫຍ່ເສນາທິການກອງທັບປະຊາຊົນ ລາວ ແລະ ທ່ານພັນເອກ ຕ໋ອງ
ໃທ້ສ່ວຍ, ຜູ້ບັນຊາການສູ້ຮົບ ທະຫານເຂດສາມຫຼ່ຽມ ກອງ ທັບສາທາລະນະລັດ ສະຫະ ພາບມຽນມາ ພ້ອມດ້ວຍຄະ ນະທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມທັງສອງຝ່າຍ ໄດ້ທົບທວນຄືນກ່ຽວກັບການ ຈັດຕັ້ງປະຕິບັດວຽກງານຊາຍ ແດນໃນໄລຍະຜ່ານມາ ເປັນ ຕົ້ນແມ່ນການປະຕິບັດບັນດາ ຂໍ້ຕົກລົງຂອງບົດບັນທຶກກອງ ປະ ຊຸມຄະນະກຳມະການຊາຍ ແດນລາວ-ມຽນມາຂັ້ນແຂວງ/
ເຂດຄັ້ງທີ III ຜ່ານມາ ທັງສອງ ຝ່າຍໄດ້ພ້ອມກັນແກ້ໄຂບັນ ຫາຕ່າງໆທີ່ເກີດຂຶ້ື້ນເຮັດໃຫ້ ຊາຍແດນຂອງສອງປະເທດມີ ຄວາມສະຫງົບ ກາຍເປັນຊາຍ ແດນແຫ່ງສັນຕິພາບ ມິດຕະ ພາບ ແລະ ການຮ່ວມມືຢ່າງ ແທ້ຈິງ. ພ້ອມກັນນັ້ນທັງສອງ ຝ່າຍກໍ່ໄດ້ປຶກສາຫາລືບັນຫາ ຕ່າງໆທີ່ຈະປະຕິບັດຮ່ວມກັນ ໃນຕໍ່ໜ້າເຊັ່ນ ການລາດຕະ ເວນຕາມຊາຍແດນຂອງສອງ ປະເທດ, ການຈັດວາງກຳລັງ, ການແລກປ່ຽນຂໍ້ມູນຂ່າວ ສານເຊິ່ງກັນ ແລະ ກັນເພື່ອ ສະກັດກັ້ນ ແລະ ທຳລາຍແຫຼ່ງ ຜະລິດຢາເສບຕິດ, ການຄ້າ
ຂາຍຢາເສບຕິດ, ການກໍ່ອາ ຊະຍາກຳ, ການຄ້າອາວຸດ, ການເຂົ້າເມືອງຜິດກົດໝາຍ ແລະ ບັນຫາອື່ນໆ. ເພື່ອແນ ໃສ່ຮັບປະກັນຄວາມສະຫງົບ ໃນການທຳມາຫາກິນ, ການ ຄ້າຂາຍ ແລະ ການເດີນເຮືອ ຂອງປະຊາຊົນທັງສອງປະ ເທດ. ພ້ອມກັນນັ້ນທັງສອງ ຝ່າຍກໍໄດ້ເຫັນດີກຳນົດເວລາ ເພື່ອຈັດກອງ ປະຊຸມຄັ້ງຕໍ່ໄປ ເຊິ່ງຝ່າຍລາວຈະເປັນເຈົ້າ ພາບ ສຳລັບວັນເວລານັ້ນ ແມ່ນອີງໃສ່ຕາມເງື່ອນໄຂ ຄວາມພ້ອມທັງສອງຝ່າຍ.
ພ້ອມກັນນີ້ກອງປະຊຸມທັງ ສອງຝ່າຍໄດ້ຮ່ວມກັນລົງ ນາມ ແລະ ຮັບຮອງເອົາບົດ ບັນທຶກຂອງກອງປະຊຸມຄັ້ງນີ້ ດ້ວຍຜົນສຳເລັດອັນຈັບງາມ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...