Homeມູມໄອທີລາວສ້າງ Ringtone ໃຫ້ກັບiPhone ແບບງ່າຍໆ

ສ້າງ Ringtone ໃຫ້ກັບiPhone ແບບງ່າຍໆ

Published on

iphone-ringtone-maker-600x400

ມື້​ນີ້​ຈະ​ມາ​ແນະ​ນຳ​ການ​ເຮັດ​ສຽງ Ringtone ສຳ​ລັບ iPhone ດ້ວຍ​ວິ​ທີ​ງ່າຍໆ ເພາະ​ຫຼາຍ​ຄົນ​ອາດ​ຈະ​ບໍ່​ຮູ້​ວ່າ iPhone ເຮັດ​ສຽງ​ເອີ້ນ​ເຂົ້າ​ແນວ​ໃດ ສຳ​ລັບ​ວີ​ດີ​ທີ່​ຈະ​ມາ​ບອກ​ໃນ​ຕອນ​ນີ້ ບໍ່​ຈຳ​ເປັນ​ຕ້ອງ​ຕິດ​ຕັ້ງ​ໂປ​ຮ​ແກ​ຮມ​ໃດ​ເພີ່ມ​ເຕີມ ເພາະ​ຄົນ​ໃຊ້ iPhone ກໍ​ຕ້ອງ​ມີ iTunes ຕິດ​ຕັ້ງ​ລົງ​ເຄື່ອງ​ໄວ້​ຢູ່​ແລ້ວ ບາດ​ນີ້​ມາ​ເຂົ້າ​ສູ່​ການ​ລົງ​ມື​ເລີຍ​ດີກ​ວ່າ​.

xset-iphone-ringtone.jpg.pagespeed.ic_.nEX2csXcCZ

 

4 ຂັ້ນ​ຕອນ​ງ່າຍໆ ເຮັດ​ສຽງ​ໂທ​ເຂົ້າ​ລົງ iPhone ດ້ວຍ iTunes (ເວີ​ຊັນ 12)

ເປີດ iTunes ຂື້ນ​ມາ​ແລ້ວ​ເບິ່ງ​ວ່າ​ດ້ານ​ຊ້າຍ​ເທິງ Tones ແລ້ວ​ຫຼື​ຍັງ (iTunes ເວິ​ຊັນ​ເກົ່າ​ຈະ​ເປັນ Ringtone) ຖ້າ​ຍັງ​ບໍ່​ມີ​ໃຫ້​ເຂົ້າ​ໄປ​ເປີດ​ກ່ອນ​ເລີຍ​.
Screen-Shot-2015-07-13-at-3.19.56-PM-1024x200

ຈາກ​ນັ້ນ​ໃຫ້​ເລືອກ​ເພງ​ທີ່​ເຮົາ​ຕ້ອງ​ການ​ມາ​ໃຊ້​ສ້າງ Ringtone ແລ້ວ​ຄິກ​ຂວາ​ໃສ່​ເພງ​ແລ້ວ​ເລືອກ Get info
Screen-Shot-2015-07-13-at-3.22.49-PM

ໄປ​ທີ່​ແທັບ Options ຈະ​ເຫັນ​ມີ​ຕົວ​ເລືອກ​ດ້ານ​ລຸ່ມ ບ່ອນ Start Time ແລະ Stop Time ໃຫ້​ເຮົາ​ກຳ​ນົດ​ເວລາ​ເລີ່ມ​ແລະ​ເວລາ​ຈົບ​ຂອງ​ສຽງ​ເອີ້ນ​ເຂົ້າ ໂດຍ​ໃສ່​ເລກ​ເວລາ​ລົງ​ໄປ ໂດຍ​ຕ້ອງ​ມີ​ໄລ​ຍະ​ເວລາ​ບໍ່​ເກີນ 40 ວິ​ນາ​ທີ ຫຼັງ​ຈາກ​ຕັ້ງ​ຮຽບ​ຮ້ອຍ​ແລ້ວ​ໃຫ້​ຄິກ OK
Screen-Shot-2015-07-13-at-3.27.39-PM

ຈາກ​ນັ້ນ​ໃຫ້​ກົດ​ຄິກ​ຂວາ​ທີ່​ເພງ​ເກົ່າ ເລືອກ Create AAC Version ແລ້ວ​ກົດ​ຕົງ​ລົງ ໂປ​ຮ​ແກ​ຮມ​ຈະ​ສ້າງ​ຟາຍ​ເພງ​ຂື້ນ​ມາ​ອີກ 1 ເພງ​ທີ່​ມີ​ຄວາມ​ຍາວ 40 ວິ​ນາ​ທີ​. ຈາກ​ຕົວ​ເດີມ​ແມ່ນ 3:56

Screen-Shot-2015-07-13-at-3.30.07-PM

 

ຫຼັງ​ຈາກ​ນັ້ນ​ເອົາ​ຕົວ​ທີ່​ເປັນ 40 ວິ​ນາ​ທີ​ນັ້ນ​ໄປ​ໄວ້​ບ່ອນ Ringtone ຫຼັງ​ຈາກ​ນັ້ນ​ກໍ Sync ເຂົ້າ iPhone ເຮົາ​ເລີຍ​. ​ເທົ່າ​ນີ້​ກໍ​ເປັນ​ອັນ​ຈົບ​ແລ້ວ​.

ຂໍຂອບໃຈ MobileTalkTV

logo

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...