spot_img
Homeຂ່າວທ້ອງຖິ່ນອ້າຍນ້ອງທະຫານ 300 ກວ່າຄົນ ເຂົ້າຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ ຢູ່ແຂວງຫລວງພະບາງ

ອ້າຍນ້ອງທະຫານ 300 ກວ່າຄົນ ເຂົ້າຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ ຢູ່ແຂວງຫລວງພະບາງ

Published on

bdb1f0c3ba1662f615d1c26681347153

ວັນ​ທີ 9-10 ກັນຍາ 2015 ທີ່​ຜ່ານ​ມາ ກອງ ກ 2 ໄດ້​ນຳ​ເອົາກຳລັງ​ອ້າຍ​ນ້ອງ​ທະຫານ​ຈຳນວນ 300 ກວ່າ​ຄົນ ເຂົ້າ​ໄປ​ຊ່ວຍເຫຼືອ​ພໍ່​ແມ່ນ​ປະຊາຊົນ​ຜູ້​ປະສົບ​ອຸທົກ​ກະ​ໄພ​ທາງ​ທຳ​ມະ​ຊາດ ດິນຖະ​ລົ້ມ-ນ້ຳ​ປ່າ​ໄຫຼເຂົ້າ​ຖ້ວມເຮືອນ​ຊານ​ປະຊາຊົນ​ຢູ່​ບ້ານນາຝາຍ ແລະ ບ້ານສີ​ບຸນ​ເຮືອງ ເມືອງ​ນານ ແຂວງ​ຫຼວງ​ພະ​ບາງ ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ລວມ​ຂອງທ່ານ ພັນ​ໂທ ຄຳ​ແສງ ພັນ​ອິນ​ດາ ຮອງ​ຫ້ອງ​ເສນາ​ທິ​ການ ທ່ານ​ ພັນໂທ ພວງ​ພອນ ແກ້ວ​ລາ​ຄຳ ຫົວໜ້າ​ພະ​ແນກ​ສູ້​ຮົບ ກອງ ກ 2.

ທ່ານ ສີ​ວອນ ວົງ​ຄຳ​ຈັນ ເຈົ້າເມືອງ​ນານ ​ໄດ້​ລາຍ​ງານ​ການ​ປະເມີນ​ຜົນ​ກະທົບ ​ກຽມ​ຊ່ວຍເຫຼືອ​ປະຊາ​ຊົນ​ຜູ້​ປະສົບ​ອຸ​ທົກ​ກະ​ໄພ​ທາງທຳ​ມະ​ຊາດ ດິນ​ຖະ​ລົ້ມ-ນ້ຳ​ປ່າໄຫຼ ​ໃນ​ເທື່ອ​ນີ້​ວ່າ ເຫດການ​ດັ່ງກ່າວ​ໄດ້​ເກີດໃນ​ເວລາ 2:00 ໂມງຂອງ​ວັນ​ທີ 8 ກັນຍາ 2015 ທີ່​ຫົວ​ຫ້ວຍ​ຄອງ​ທີ່ຢູ່​ເທິງ​ຕາດ​ຫ່ຽນ ທີ່​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ແຫ່ງ​ໜຶ່ງຂອງ​ເມືອງ​ນານ ມາ​ເຖິງ​ປັດຈຸບັນ ທາງ​ຄະນະ​ກອງ​ບັນຊາ​ການ​ເມືອງ ​ກໍ່​ຄື​ບັນດາ​ພະແນກການ​ທີ່​ກ່ຽວຂ້ອງ ​ໄດ້​ສົມທົບ​ກັບ​ອຳນາດ​ການປົກຄອງ​ທ້ອງຖິ່ນ ໄດ້​ລະດົມ​ເອົາພະນັກງານ​ທະຫານ-ຕ່ຳ​ຫຼວດ ນັກຮຽນ-ນັກ​ສຶກ​ສາ ພໍ່​ແມ່ນ​ປະຊາ​ຊົນ ພ້ອມ​ບ້ານ​ອ້ອມ​ຂ້າງ ເຂົ້າໄປ​ໃຫ້ການ​ຊ່ວຍເຫຼືອ​ຕໍ່​ຜູ້​ປະສົບເຄາະ​ຮ້າຍ​ໃນ​ເທື່ອ​ນີ້​ຢ່າງ​ຮີບ​ ດ່ວນ ຕໍ່​ເຫດການ​ດັ່ງກ່າວ ​ເຮັດ​ໃຫ້​ຊັບສິນ​ເຮືອນ​ຊານ ບ່ອນ​ທຳ​ການ​ຜະລິດ​ຂອງ​ປະຊາຊົນ ແລະ ຊົນ​ລະປະທານ ຖະໜົນ​ຫົນທາງ​ຫຼາຍບ່ອນ​ໄດ້​ຖືກ​ເປ່​ເພ ປັດຈຸບັນ ສາມາດ​ປະ​ເມີນ​ຜົນ​ການ​ເສຍ​ຫາຍໃນ​ເບື້ອງ​ຕົ້ນ ໃນ​ນັ້ນ ເຮືອນ​ຖືກນ້ຳ​ພັດ​ໄປ​ໝົດ 9 ຫຼັງ ເປ່​ເພ​ໜັກ 32 ຫຼັງ ໃນ​ນີ້ ບ້ານ​ນາ​ຝາຍ 24 ຫຼັງ ແລະ ບ້ານ​ສີ​ບຸນ​ເຮືອງ 8 ຫຼັງ ມີ​ຄົນ​ເສຍ​ຊີວິດ 4 ຄົນ ຍິງ 2 ຄົນ ສັດລ້ຽງ​ຄວາຍ 17 ໂຕ ໝູ 30 ໂຕ ຊົນລະປະທານ​ເປ່​ເພ 2 ແຫ່ງ ແລະ ບ່ອນ​ທຳ​ການ​ຜະລິດ​ຂອງປະຊາຊົນ​ເປັນ ນາ ສວນ ແລະ ອື່ນໆ ແລະ ຍັງ​ບໍ່​ສາມາດ​ປະເມີນ​ຜົນ​ເສຍ​ຫາຍ​ໄດ້​ເທື່ອ ການຊ່ວຍເຫຼືອ​ພໍ່​ແມ່ນ​ປະຊາຊົນ​ຜູ້​ປະສົບ​ອຸ​ທົກ​ກະ​ໄພ​ທາງ​ທຳ​ມະ​ຊາດຄັ້ງ​ ນີ້ ກອງ ກ 2 ພ້ອມ​ແລ້ວ​ທີ່​ຈະໃຫ້ການ​ຊ່ວຍເຫຼືອ ແລະ ຈະ​ສືບຕໍ່ກອບ​ກູ້​ເກັບ​ມ້ຽນ ອະນາໄມສະຖານ​ທີ ທີ່​ເປ່​ເພ​ເສຍ​ຫາຍ ຈົນກວ່າ​ຈະ​ສຳເລັດ ແລະ ເຂົ້າ​ສູ່​ສະພາບ​ປົກກະຕິ​ໄດ້​ໂດຍ​ພື້ນຖານ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...