Homeມູມໄອທີລາວປ້ອງກັນຂໍ້ມູນລັບສຸດຍອດ ດ້ວຍ computer chip ທີ່ທຳລາຍຕົວເອງໄດ້

ປ້ອງກັນຂໍ້ມູນລັບສຸດຍອດ ດ້ວຍ computer chip ທີ່ທຳລາຍຕົວເອງໄດ້

Published on

ເຈົ້າ​ອາດຈະ​ເຄີຍ​ເຫັນ​ computer chip ​ທີ່​ທຳລາຍ​ຕົວ​ເອງ​ໄດ້​ໃນ​ໜັງ​ເລື່ອງ Mission Impossible ກັນ​ມາແດ່​ແລ້ວ ແລະ​ໃນ​ໄວນີ້​ເຮົາ​ອາດຈະ​ໄດ້​ເຫັນ​ການ​ນຳ​ computer chip ແບບ​ທຳລາຍ​ຕົວ​ເອງ​ໄດ້​ມາ​ໃຊ້​ງານແທ້​ກໍ​ເປັນ​ໄດ້

self-destructing-chip

ວິ​ສະວະກ​ອນ​ຈາກ​ສູນ​ວິ​ໄຈ Xerox PARC ກຳ​ລັງ​ພັດທະນາ​ Ship ​ທີ່​ສາມາດ​ຈະ​ທຳລາຍ​ຕົວ​ເອງ​ໄດ້​ເມື່ອ​ໄດ້ຮັບ​ການ​ສັ່ງ​ການ ແລະ ​ເມື່ອ​ທຳລາຍ​ຕົວ​ເອງ​ໄປ​ແລ້ວ​ເທື່ອ​ໜຶ່ງ  ຕົວ​ Ship ​ນີ້​ຈະ​ແຕກ​ກະ​ຈາຍ​ເປັນ​ຊິ້ນ​ນ້ອຍ​ໆ ຊຶ່ງ​ບໍ່​ສາມາດ​ສ້ອມແຊມ​ກັບ​ມາ​ໃຫ້ເປັນ​ຄືເກົ່າໄດ້​ອີກ  ເໝາະ​ສຳລັບ​ການ​ໃຊ້​ງານ​ທີ່​ເປັນ​ຄວາມ​ລັບ​ສຸດ​ຍອດ

ຕົວ​ Ship ​ທີ່​ທຳລາຍ​ຕົວ​ເອງ​ໄດ້​ນີ້​ເຮັດ​ມາ​ຈາກ Gorilla Glass ​ທີ່​ໃຊ້​ເຮັດ​ໜ້າ​ຈໍ Smartphone ຫລາຍ​ລຸ້ນ​ໃນ​ປະຈຸບັນ  ແທນ​ທີ່​ຈະ​ໃຊ້​ພາດສ໌​ຕິກ​ກັບ​ໂລ​ຫະ​ທົ່ວ​ໄປ ​ວົງ​ຈອນ​ການ​ທຳລາຍ​ຕົວ​ເອງ​ຈະ​ຖືກ​ກະ​ຕຸ້ນ​ໂດຍ Photo-diode ຊຶ່ງ​ໄດ້ຮັບ​ການ​ກະຕຸ້ນ​ເມື່ອ​ມີ​ແສງ​ເລ​ເຊີລ໌​ສາຍ​ໄປ​ທີ່​ມັນ  ເຮັດໃຫ້​ຕົວ​ Ship ​ແຕກ​ກະ​ຈາຍ​ເປັນ​ຊິ້ນ​ນ້ອຍໆ​ໄດ້ ເຮັດໃຫ້​ຍາກ​ຕໍ່​ການ​ທີ່​ຈະ​ກູ້​ຄືນ​ຂໍ້​ມູນ​ໃດໆ​ກັບ​ມາ

ໃນ​ທາງ​ປະຕິບັດ​ແລ້ວ  ການ​ສັ່ງ​ໃຫ້​ computer chip ​ທຳລາຍ​ຕົວ​ເອງ  ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ສະເພາະ​ເລ​ເຊີລ໌​ ແຕ່​ອາດ​ໃຊ້​ຄື້ນ​ວິທະ​ຍຸ​ແທນ​ກໍ​ໄດ້

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...