Homeຂ່າວພາຍ​ໃນດາວເຮືອງຢືນຢັນ! ບໍ່ມີສ່ວນກ່ຽວຂ້ອງກັບຄະດີກັນຊາ 1,5 ໂຕນ ທີ່ຕໍາຫລວດກໍາປູເຈຍຍຶດໄດ້!

ດາວເຮືອງຢືນຢັນ! ບໍ່ມີສ່ວນກ່ຽວຂ້ອງກັບຄະດີກັນຊາ 1,5 ໂຕນ ທີ່ຕໍາຫລວດກໍາປູເຈຍຍຶດໄດ້!

Published on

daohuang

ໃນທ້າຍອາທິດຜ່ານມານີ້, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ທ່ານ ນາງ ເລືອງ ລິດດັງ ປະທານບໍລິສັດ ດາວເຮືອງ ແລະ ທ່ານ ສີສຸພົນ ສີຫາລາດ ອໍານວຍການບໍລິສັດດາວເຮືອງ ໄດ້ຖະແຫລງຕໍ່ສື່ມວນຊົນໃນກໍລະນີບໍລິສັດຂອງຕົນບໍ່ມີສ່ວນກ່ຽວຂ້ອງໃດໆໃນຄະດີກັນຊາໜັກ 1,5 ໂຕນ ທີ່ຕໍາຫລວດກໍາປູເຈຍຍຶດໄດ້ໃນປະເທດເມື່ອວັນທີ 25 ສິງຫາ 2015 ນີ້.

ພາຍຫລັງມີສໍານັກຂ່າວບາງກອກໂພສ (Bangkok Post) ສະບັບວັນທີ 25 ສິງຫາ 2015 ພາກຂ່າວອາຊີ (News Asia)ໄດ້ລົງພີມຂ່າວໃນຫົວຂໍ້: ກໍາປູເຈຍຍືດກັນຊາ 1,5 ໂຕນ, ຂຽນໂດຍສານັກຂ່າວສານຝລັ່ງ(AFP) ແລະ ເວັບໄຊມູດີຣີພອດ (Moodle report.com), ເຊິ່ງມີເນື້ອໃນວ່າ: ຕໍາຫລວດກໍາປູເຈຍຍຶດກັນຊາໜັກເກືອບ 1,5 ໂຕນ, ມີມູນຄ່າກວ່າ 7 ລ້ານໂດລາສະຫະລັດ, ບັນຈຸໄວ້ໃນຫໍ່ກາເຟດາວທີ່ລັກລອບເຂົ້າມາຈາກລາວ, ໂດຍອີງໃສ່ທ່ານອໍານວຍການ ສໍານັກງານປາບປາມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບກໍາປູເຈຍໄດ້ຖະແຫລງຂ່າວພ້ອມຂອງກາງ ແລະ ຜູ້ຕ້ອງຫາວ່າ: ຍຶດກັນຊາໄດ້ 1.487 ກິໂລລະຫວ່າງກວດຄົ້ນຢູ່ນະຄອນຫລວງພະນົມເປັນໃນວັນທີ 21 ສິງຫາ 2015, ພ້ອມຈັບຄົນກໍາປູເຈຍໄດ້ 3 ຄົນ, ເຊິ່ງກັນຊາທັງໝົດຖືກບັນຈຸໄວ້ໃນຫໍ່ກາເຟດາວທີ່ລັກລອບນໍາເຂົ້າມາຈາກລາວ ແລະ ກຽມສົ່ງໄປປະເທດທີສາມ, ເຊິ່ງສາມາດຈໍາໜ່າຍໄດ້ໃນລາຄາບໍ່ຕໍ່າກວ່າ 7 ລ້ານໂດລາສະຫະລັດ, ນອກຈາກນີ້ຍັງຍຶດນໍ້າມັນກັນຊາອີກ 1,5 ກິໂລ, ມີມູນຄ່າປະມານ 75 ພັນໂດລາສະຫະ ລັດ. ຜູ້ອໍານວຍການປາບປາມຢາເສບຕິດກໍາປູເຈຍຍັງລະບຸວ່າ: ຫົວໜ້າເຄືອຂ່າຍຢາເສບຕິດຄັ້ງນີ້ເປັນຄົນຕ່າງປະເທດແຕ່ບໍ່ລະບຸວ່າປະເທດໃດ ?. ຕໍາຫລວດກໍາປູເຈຍເປີດເຜີຍວ່າ: ໄລຍະ 7 ເດືອນຂອງປີນີ້ສາມາດຍຶດຢາເສບຕິດໄດ້ປະ ມານ 90 ກິໂລ, ຫລາຍກວ່າເຄິ່ງແມ່ນຢາບ້າ ແລະ ເຮໂຣອິນທີ່ລັກລອບນໍາເຂົ້າມາຈາກລາວແລະ ສາມາດຈັບກຸ່ມຜູ້ຕ້ອງສົງໄສໄດ້ຫລາຍກວ່າ 2.200 ຄົນ ແລະ ຕໍ່ກັບຂ່າວດັ່ງກ່າວທ່ານອໍານວຍການບໍລິສັດດາວເຮືອງ ສີສຸພົນ ສີຫາລາດ ກ່າວວ່າ: ກຸ່ມບໍລິສັດພວກເຮົາຂໍສະແດງຄວາມເສຍໃຈທີ່ມີເຫດການແບບນີ້ເກີດຂຶ້ນ ແລະ ຢືນຢັນວ່າພວກເຮົາບໍ່ມີສ່ວນກ່ຽວຂ້ອງໃດໆທັງສີ້ນ, ເຊິ່ງຕະຫລອດໄລຍະຜ່ານມາກຸ່ມບໍລິສັດດາວເຮືອງແມ່ນດໍາເນີນທຸລະກິດທີ່ສຸຈະລິດ, ຊອບທໍາ, ຖືກຕ້ອງຕາມລະບຽບກົດໝາຍແຫ່ງ ສປປ ລາວ. ສ່ວນກໍລະນີໜັງສືພິມບາງກອກໂພສ ສະບັບວັນທີ 16 ກໍລະກົດ 2015 ຂຽນໂດຍ ມາຕິນ ມູດີ ໃນຫົວຂໍ້: ການສະເໜີຂໍສ້າງຮ້ານຄ້າປອດພາສີໃໝ່ (Big new laos duty free mall proposed). ວ່າ: ກຸ່ມບໍລິສັດດາວເຮືອງໄດ້ລົງທຶນໃສ່ການກໍ່ສ້າງຮ້ານຄ້າປອດພາສີຢູ່ດ່ານຂົວມິດຕະພາບ1, ນະຄອນຫລວງວຽງຈັນໃນວົງເງິນ 10 ຕື້ບາດ (ສະກຸນເງິນໄທ) ຫລື ປະມານ 295 ລ້ານໂດລາສະຫະລັດນັ້ນກໍບໍ່ເປັນຄວາມຈິງ, ເນື່ອງຈາກວ່າພວກເຮົາບໍ່ໄດ້ມີໂຄງການດັ່ງກ່າວສະເໜີຕໍ່ລັດຖະບານລາວແຕ່ຢ່າງໃດ, ສະນັ້ນ ຈຶ່ງຂໍໃຫ້ສັງຄົມເຂົ້າໃຈນໍາດ້ວຍ ແລະ ຫວັງວ່າທຸກພາກສ່ວນຈະໃຫ້ການຮ່ວມມື, ສົ່ງເສີມ, ຊ່ວຍເປັນຫູເປັນຕາເພື່ອປົກປ້ອງຜົນຜະລິດທີ່ເປັນຂອງຄົນລາວໃຫ້ຢູ່ຄູ່ກັບການພັດທະນາເສດຖະກິດຂອງຊາດຕະຫລອດໄປ ແລະ ປັດຈຸບັນຄະດີດັ່ງກ່າວພວມຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...