spot_img
Homeຂ່າວຕ່າງປະເທດມຽນມາລະບຸ ຍັງມີເຂົ້າສຳຮອງພຽງພໍ ເຖິງແມ່ນປະສົບກັບໄພນ້ຳຖ້ວມຢ່າງໜັກ

ມຽນມາລະບຸ ຍັງມີເຂົ້າສຳຮອງພຽງພໍ ເຖິງແມ່ນປະສົບກັບໄພນ້ຳຖ້ວມຢ່າງໜັກ

Published on

MYANMAR-LIFESTYLE-ECONOMY-RICE

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ກັນຍາຜ່ານມານີ້ວ່າ ກະຊວງການຄ້າມຽນມາ ລະບຸຍັງມີເຂົ້າສຳຮອງຫລາຍກ່ວາ 500,000 ໂຕນ ສຳລັບບໍລິໂພກພາຍໃນອີກ 3 ເດືອນຂ້າງໜ້ານີ້ ເຖິງແມ່ນພື້ນທີ່ນາຫລາຍແຫ່ງຂອງປະເທດ ຈະຖືກທຳລາຍຈາກຜົນກະທົບຂອງນ້ຳຖ້ວມຄັ້ງໃຫຍ່ ແຕ່ສຳລັບເຂດອິຣະວະດີ ຊຶ່ງເປັນແຫລ່ງປູກເຂົ້າຫລັກຂອງປະເທດ ແມ່ນບໍ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມຮຸນແຮງຄືເຂດອື່ນໆ ຊຶ່ງລະດູເກັບກ່ຽວຈະມາເຖິງໃນເດືອນຕຸລານີ້.

ທັງນີ້ ເຫດການນ້ຳຖ້ວມຄັ້ງຮູນແຮງຢູ່ມຽນມາ ແມ່ນເນື່ອງຈາກຝົນຕົກໜັກນັບຕັ້ງແຕ່ເດືອນມິຖຸນາຜ່ານມາ ສົ່ງຜົນກະທົບຕໍ່ເຂດ ແລະ ລັດ 12 ແຫ່ງ ຈາກທັງໝົດ 14 ແຫ່ງໃນທົ່ວປະເທດ ໂດຍໄດ້ສ້າງຄວາມເສຍຫາຍຕໍ່ເຮືອນຊານ, ພື້ນທີ່ປູກຝັງ, ສັດລ້ຽງ, ທາງລົດໄຟ ແລະ ເສັ້ນທາງຄົມມະນາຄົມອື່ນໆ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...