spot_img
Homeຂ່າວເຫດການປະທານປະເທດ ມອບສານແຕ່ງຕັ້ງທູດລາວ ໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ມອບສານແຕ່ງຕັ້ງທູດລາວ ໄປປະຈຳຢູ່ຕ່າງປະເທດ

Published on

 

ຂປລ. ໃນວັນທີ 10 ກັນຍາ 2015 ນີ້, ທີ່ທຳນຽບປະທານປະເທດ, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານນາງ ພາວັນ ນວນທະສິງ ໄປດໍາລົງຕໍາແໜງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ອິນໂດເນເຊຍແລະ ທ່ານ ບຸນແພງ ຊາຍກັນຍາໃຫ້ດຳລົງຕຳແໜງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດ ສະວີເດັນ.

ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ທ່ານທູດທັງ 2 ທ່ານ ທີ່ໄດ້ຖືກແຕ່ງຕັ້ງໃຫ້ໄປປະຕິບັດໜ້າທີ່ການທູດ ປະຈຳຢູ່ປະເທດດັ່ງກ່າວ, ພ້ອມທັງໃຫ້ທິດຊີ້ນຳຢ່າງເລິກເຊິ່ງ ແລະ ໜັກແໜ້ນ ໂດຍສະເພາະ ການປະທິບັດໜ້າທີ່ການທູດໃຫ້ເກີດປະໂຫຍດສູງສຸດ ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ທັງເປັນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ປະເທດໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ບັນດາທ່ານທູດ ທີ່​ຖືກ​ແຕ່ງ​ຕັ້ງຄົນໃໝ່ ຕ່າງກໍໄດ້ຖືໂອກາດນີ້ ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນມາຍັງການນຳ ພັກ-ລັດຖະບານ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແຕ່ງຕັ້ງໃຫ້ເປັນເອກອັກຄະລັດຖະທູດ ປະຈຳປະເທດດັ່ງກ່າວ. ພ້ອມທັງສະແດງຄວາມຢືນຢັນວ່າຈະສຸມທຸກຄວາມພະຍາຍາມ ເພື່ອປະຕິບັດໜ້າທີ່ ທີ່ຖືກມອບໝາຍໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ ມາສູ່ປະເທດຊາດ.

DSC_2712 10.09.15.4

DSC_2712 10.09.15.5

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...