spot_img
Homeຂ່າວພາຍ​ໃນກະສິກອນປູກພືດປອດສານພິດ ຕ້ອງການພາກລັດສົ່ງເສີມໃຫ້ຫລາຍຂຶ້ນ!

ກະສິກອນປູກພືດປອດສານພິດ ຕ້ອງການພາກລັດສົ່ງເສີມໃຫ້ຫລາຍຂຶ້ນ!

Published on

169038_190292624331700_4235059_n

ກະສິກອນປູກພືດປອດສານພິດໃນນະຄອນຫລວງວຽງຈັນ, ຕ້ອງການໃຫ້ພາກລັດຍື່ນມືເຂົ້າມາຊ່ວຍຊຸກຍູ້ ແລະ ສົ່ງເສີມດ້ານການຜະລິດ ແລະ ຈໍາໜ່າຍຂອງພວກເຂົາໃຫ້ຫລາຍກວ່າເກົ່າ, ພາຍຫລັງເຫັນວ່າພືດປະເພດນີ້ແມ່ນພວມເປັນທີ່ຕ້ອງການຂອງຜູ້ບໍລິໂພກຫລາຍ.

ນາຍບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຕົວແທນກຸ່ມປູກພືດຜັກປອດສານພິດໄດ້ໃຫ້ຮູ້ວ່າ: ອີງໃສ່ຄວາມຕ້ອງການຂອງຜູ້ບໍລິໂພກຜັກປອດສານພິດຈະນັບມື້ເພີ່ມຂຶ້ນ, ທາງກຸ່ມພວກເຮົາມີແຜນການປັບປຸງຍົກລະດັບເຕັກນິກການຜະລິດໃຫ້ສູງຂຶ້ນເພື່ອເພີ່ມສະມັດຕະພາບໃຫ້ຫລາຍ ແລະ ດີກວ່າເກົ່າ, ຂະຫຍາຍເນື້ອທີ່ການຜະລິດໃຫ້ເພີ່ມຂຶ້ນອີກຫລາຍສີບເຮັກຕາ ແລະ ຂະຫຍາຍສະມາຊິກໃຫ້ຫລາຍຂຶ້ນເພື່ອໃຫ້ໄດ້ມາດຕະຖານຂອງການປະກາດເປັນບ້ານກະສິກໍາອີນຊີ, ພັດທະນາການຫຸ້ມຫໍຜົນຜະລິດໃຫ້ມີຄຸນນະພາບ, ມາດຕະຖານ ແລະ ຮັບປະກັນຄວາມປອດໄພຕໍ່ຜູ້ບໍລິໂພກ ແລະ ໃຫ້ກາຍເປັນສີນຄ້າໂອດອບທີ່ມີຊື່ສຽງ. ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພາກລັດເຂົ້າມາຊ່ວຍເຫລືອຕື່ມອີກແຮງໜຶ່ງເປັນຕົ້ນ: ການຈັດສັນໃຫ້ມີຕະຫລາດຄົງທີ່ເພື່ອຈໍາໜ່າຍສີນຄ້າຖາວອນ, ສະໜອງແຫລ່ງທຶນທີ່ມີອັດຕາດອກເບ້ຍຕໍ່າເພື່ອຊຸກຍູ້ການຜະລິດ ແລະ ການປັບປຸງເສັ້ນທາງຄົມມະນາຄົມໃຫ້ສະດວກໃນການສັນຈອນຂົນສົ່ງສີນຄ້າອອກສູ່ທ້ອງຕະຫລາດ.

ທ່ານຫົວໜ້າກຸ່ມດັ່ງກ່າວໃຫ້ຮູ້ວ່າ: ປັດຈຸບັນ, ກຸ່ມພວກເຮົາມີສະມາຊິກທັງໝົດ 38 ຄອບຄົວ, ມີເນື້ອທີ່ປູກພືດຜັກປອດສານພິດປະມານ 25 ເຮັກຕາ, ໃນນັ້ນມີເຮືອນຮົ່ມສໍາລັບປູກຜັກ 130 ຫລັງ, ຜັກທີ່ປູກມີ: ຜັກກາດຊອມ, ຫອມປ້ອມ, ສະຫລັດ, ກະລໍ່າປີ ແລະ ອື່ນໆ, ໂດຍມີຕະຫລາດຈໍາໜ່າຍຄື: ສວນສາທາລະນະທາດຫລວງ, ສວນສາທາລະນະເຈົ້າຟ້າງຸ່ມ ແລະ ສູນການຄ້າລາວ-ໄອເຕັກ, ສາມາດສ້າງລາຍຮັບໃຫ້ສະມາຊິກອາທິດລະປະມານ 4 – 5 ລ້ານກີບຕໍ່ຄອບຄົວ, ປັດຈຸບັນສະມາຊິກກຸ່ມພວກເຮົາມີຊີວິດການເປັນຢູ່ດີຂຶ້ນຫລາຍເທົ່າຖ້າທຽບໃສ່ເມື່ອກ່ອນ, ຈາກຄອບຄົວທຸກຍາກຂາດເຂີນກາຍເປັນຄອບຄົວມີຢູ່ມີກິນອຸດົມສົມບູນຂຶ້ນ, ແຕ່ຖ້າເບື້ອງລັດຫັນມາສົ່ງເສີມຫລາຍຂຶ້ນຍິ່ງຈະເຮັດໃຫ້ການປູກພຶດດັ່ງກ່າວຂະຫຍາຍຕົວຍິ່ງຂຶ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການ ສປຊ ຊຶ່ງກາຍເປັນຮາກຖານໃຫ້ແກ່ ສປປ ລາວ ກ້າວໄປສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ

ພິທີສະເຫຼີມສະຫຼອງ ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ (ສປຊ) ຈັດຂຶ້ນໃນວັນທີ 20 ພະຈິກ 2025 ພາຍໃຕ້ຄຳຂວັນ:...

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...