spot_img
HomeມູມໄອທີລາວAdblock Browser ແອັບບຣາວເຊີລ໌ ບໍ່ມີໂຄສະນາກວນໃຈ

Adblock Browser ແອັບບຣາວເຊີລ໌ ບໍ່ມີໂຄສະນາກວນໃຈ

Published on

Adblock_Browser_6

ດາວ​ໂຫລດ Adblock Browser ແອັບ ເວັບ​ບ​ຣາວ​ເຊີລ໌ ສຳລັບ​ນັກ​ທ່ອງ​ເວັບ ທີ່​ເບື່ອ​ໂຄສະນາ​ທັງ Android ແລະ iOS 
ເມື່ອ​ວັນທີ່ 8 ກັນຍາ ຜູ້​ພັດທະນາ​ໂປຣ​ແກ​ຣມ​ລັອກ​ໂຄສະ​ນາ​ຢ່າງ Adblock Plus ເປີດ​ຕົວ​ແອັບ ເວັບ​ບຣາວ​ເຊີລ໌  Adblock Browser ໃຫ້​ກັບ​ຜູ້​ໃຊ້​ງານ iOS ຢ່າງ​ເປັນ​ທາງ​ການ​ອີກ​ເທື່ອ ຫລັງ​ປ່ອຍ​ໃຫ້​ຜູ້​ໃຊ້​ງານ​ເທິງ​ອຸປະກອນ Android ທົດສອບ​ການ​ໃຊ້​ງານ​ມາ​ແລ້ວ​ກ່ອນ​ໜ້າ​ນີ້ ໂດຍ​​ຜູ້​ພັດທະນາ​ຍັງ​ຄົງ​ໃຫ້ເຫັນຈຸດ​ເດັ່ນ​ເລື່ອງ​ຂອງ​ຄວາມ​ໄວ ແລະ​ກາ​ນ​ລັອກ​ໂຄສະ​ນາ​ກວນ​ໃຈ​ຕ່າງໆ ເພື່ອ​ຕອບສະຫນອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ງານ​ຢ່າງ​ເຕັມ​ປະ​ສິດ​ທິ​ພາບ
Adblock Browser ແອັບ ເວັບ​ບ​ຣາວ​ເຊີລ໌​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ທ່ອງ​ເວັບ​ໄຊຕ໌​ຕ່າງ ໆ ທົ່ວ​ໂລກ​ໄດ້​ຢ່າງ​ວ່ອງໄວ ແລະ​ປອດ​ໄພ​ຈາກ Malware ທີ່​ເຊື່ອງ​ຢູ່ ແຖມ​ບໍ່​ມີ​ໂຄສະ​ນາ​ກວນ​ໃຈ​ໃຫ້​ເບື່ອ​ອີກ​ດ້ວຍ ເຖິງວ່າ​ເຈົ້າ​ຈະ​ເປີດ Youtube ກໍ​ຕາມ ບໍ່​ພຽງ​ເທົ່າ​ນີ້ ແອັບ  Adblock Browser ຍັງ​ສາມາດ​ຫລຸດການ​ເຮັດວຽກ ຫລື​ໂຫລດ​ຂໍ້​ມູນ​ຈາກ​ການ​ໃຊ້​ອິນ​ເຕີ​ເນັດ​ຫລຸດລົງ​ເຖິງ 50% ອີກ​ດ້ວຍ ແລະ​ຊ່ວຍ​ປະ​ຫຍັດ​ແບດ​ເຕີ​ລີ່​ໄດ້​ອີກ 20%  ເອີ້ນໄດ້​ວ່າ​ຄອບ​ຄຸມ​ທຸກ​ຟັງ​ຊັ່ນ​ເລີຍ​ແທ້ ໆ ສຳລັບ​ນັກ​ທ່ອງ​ເວັບ ທັງ​ຫລາຍ​ທີ່​ໃຊ້​ງານ​ເທິງ​ອຸປະກອນ​ດັ່ງ​ກ່າວ​ບໍ່​ຄວນ​ພາດ

Adblock_Browser_1-horz Adblock_Browser_3-horz_1 Adblock_Browser_5

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...