Homeຂ່າວຕ່າງປະເທດສະຫະພາບເອີຣົບ ຮຽກຮ້ອງຊາດສະມາຊິກ ເພີ່ມຄວາມຮັບຜິດຊອບ ຮັບຜູ້ອົບພະຍົບໃຫ້ເທົ່າທຽມກັນ!

ສະຫະພາບເອີຣົບ ຮຽກຮ້ອງຊາດສະມາຊິກ ເພີ່ມຄວາມຮັບຜິດຊອບ ຮັບຜູ້ອົບພະຍົບໃຫ້ເທົ່າທຽມກັນ!

Published on

644702-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ກັນຍານີ້ວ່າ ວິກິດການຜູ້ອົບພະຍົບລີ້ໄພຈາກຊີຣີຫລັ່ງໄຫລເຂົ້າສູ່ເອີຣົບ ກຳລັງເປັນບັນຫາລະດັບພາກພື້ນ ໃນຂະນະທີ່ບັນດາຊາດສະມາຊິກສະຫະພາບເອີຣົບ ກຳລັງເລັ່ງຫາລືກັນເພື່ອແກ້ໄຂບັນຫາດັ່ງກ່າວຢ່າງຕໍ່ເນື່ອງ ນັບຕັ້ງແຕ່ເມື່ອອາທິດທີ່ຜ່ານມາ, ຫລ້າສຸດປະທານຄະນະກຳມະການສະຫະພາບເອີຣົບ ເພື່ອວາງແຜນຊ່ວຍເຫລືອຜູ້ອົບພະຍົບຈຳນວນດັ່ງກ່າວນີ້ ໄດ້ຮຽກຮ້ອງໃຫ້ບັນດາຊາດສະມາຊິກ ຊ່ວຍກັນແບ່ງເບົາພາລະ ຮັບດູແລຜູ້ອົບພະຍົບເພີ່ມຂຶ້ນໃນອັດຕາສ່ວນທີ່ເທົ່າທຽມກັນ ພ້ອມທັງຮຽກຮ້ອງໃຫ້ປະເທດອື່ນໆໃນທົ່ວໂລກ ສາມາດສະເໜີຄວາມຊ່ວຍເຫລືອຮ່ວມກັນໄດ້ ເພື່ອແກ້ໄຂວິກິດການດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...