Homeຂ່າວພາຍ​ໃນອັງກິດຊະນະ 8 ນັດລຽນຕິດໃນບານເຕະ ຢູໂຣ ຮອບຄັດເລືອກ

ອັງກິດຊະນະ 8 ນັດລຽນຕິດໃນບານເຕະ ຢູໂຣ ຮອບຄັດເລືອກ

Published on

ແຮຣີ່ ເຄນ ຍິງກ່ອນ ແລະ ເວນຣູນີ່ ຍິງຈຸດໂທດອັດທ້າຍຍັງເປັນປະຕູທຳລາຍສະຖິຕິຂອງ ເຊີ ບ໊ອບບີ້ ຊາຕັນ ຂອງອັງກິດ ເປີດບ້ານພົບສະວິດເຊີແລນ ໄປໄດ້ 2-0 ປະຕູ
ໃນນາທີທີ່ 67 ອັງກິດໄດ້ປະຕູຂື້ນນຳຈາກ ລຸກ ຊໍ ເປີດບານຈາກດ້ານຊ້າຍມາເຖິງ ແຮຣີ່ ເຄນ ທີ່ດ້ານຂວາຍິງດ້ວຍຊ້າຍເຂົ້າປະຕູໄປ 1-0ປະຕູ

ນາທີທີ່ 84 ເຈົ້າບ້ານມາໄດ້ຈຸດໂທດເພີ່ມເມື່ອ ຣາຮີມ ສະເຕີລິງ ຖືກ ກຣານິດ ຊາກາ ຂັດຂາລົ້ມລົງໃນເຂດໂທດກ່ອນທີ່ ເວນ ຣູນີ່ ຈະສັງຫານເຂົ້າໄປເປປັນ 2-0ປະຕູ

ຈົບເກມ 90 ນາທີ ອັງກິດເອົາຊະນະສະວິດເຊີແລນໄປໄດ້ 2-0 ປະຕູເກັບໄຊຊະນະໄດ້ 8 ນັດຕິດຕໍ່ກັນໃນບານເຕະຢູໂຣ 2016 ຮອບຄັດເລືອກກຸ່ມ E

12814

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...