spot_img
HomeມູມໄອທີລາວHIP Fingerprint Intercom ເຄື່ອ​ງສະ​ແກນ​ລາຍ​ນິ້ວ​ມື​ພ້ອມ Intercom ສະ​ດວກ​ແລະ​ປອດ​ໄພ

HIP Fingerprint Intercom ເຄື່ອ​ງສະ​ແກນ​ລາຍ​ນິ້ວ​ມື​ພ້ອມ Intercom ສະ​ດວກ​ແລະ​ປອດ​ໄພ

Published on

ເລື່ອງ​ຂອງ​ລະບົບ​ປິ່ນປົວ​ຄວາມ​ປອດ​ໄພ​ເປັນ​ເລື່ອງ​ສຳຄັນ​ຫລາຍ ຂ່າວ​ລັກ​​ເຄື່ອງ​ກໍເກີດ​ຂຶ້ນ​ທຸກ​ມື້ ຍິ່ງ​ຕ້ອງ​ຄຳ​ນຶງ​ເຖິງ​ລະບົບ​ຄວາມ​ປອດ​ໄພ​ໃຫ້​ຫລາຍ​ຂຶ້ນ ຊຶ່ງ​ທຸກ​ມື້​ນີ້ ເທກ​ໂນ​ໂລ​ຍີ​ຂອງລະບົບ​ຮັກສາ​ຄວາມ​ປອດ​ໄພພັດທະນາຂຶ້ນ​ຫລາຍ ເຮັດໃຫ້​ສະ​ດວກ​ຂຶ້ນ ຕິດ​ຕັ້ງ​ແລະ​ໃຊ້​ງານ​ໄດ້​ງ່າຍ ບໍ່​ຕ້ອງ​ພົກ​ພາ​ກະ​ແຈ ບໍ່ຕ້ອງ​ກັງ​ວົນ​ເລື່ອງ​ກະ​ແຈ​ຫາຍ ເຮົາ​ລອງ​ມາ​ເບິ່ງ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ອຸປະກອນ​ປົດ​ລັອກ​ປະ​ຕູ  CMI821 CI HIP Fingerprint Intercom ຈະ​ຊ່ວຍ​ໃຫ້​ການ​ເຂົ້າ​ອອກ​ມີ​ຄວາມ​ປອດ​ໄພ​ແລະ​ສະ​ດວກ​ຫລາຍ​ຂຶ້ນ

Hip-1-600x386

ອຸປະກອນ​ລັອກ​ປະ​ຕູ​ໄຟ​ຟ້າ ສັ່ງ​ງານ​ດ້ວຍ​ລາຍ​ນິ້ວ​ມື ບັດ ​ຫລື​ ການ​ໃສ່​ລະ​ຫັດ ສາມາດ​ປ້ອງ​ກັນ​ບຸກ​ຄົນ​ທີ່​ບໍ່​ຫວັງດີ​ເຂົ້າ​ມາ​ໃນ​ພື້ນ​ທີ່​ຂອງ​ເຮົາ​ໄດ້ ໂດຍ​ທີ່​ບໍ່​ຕ້ອງ​ອາໄສ​ພະ​ນັກ​ງານ​ຮັກສາ​ຄວາມ​ປອດ​ໄພ ອີກ​ທັງ​ສາມາດ​ເບິ່ງເຫັນ​ໜ້າ​ບຸກ​ຄົນ​ທີ່​ເຂົ້າ​ມາ​ກົດ​ກິ່ງ​ໄດ້​ອີກ​ດ້ວຍ

ອຸປະກອນ​ດັ່ງ​ກ່າວ​ເໝາະ​ກັບ​ທັງ​ອົງ​ກອນ ບໍລິສັດ ໂຮງແຮມ ຫລື​ ໃນ​ເຮືອນ​ທີ່​ຢູ່​ອາໄສ​ຂອງ​ເຈົ້າ ທີ່​ອາດ​ບໍ່​ມີພະນັກ​ງານ​ຮັກສາ​ຄວາມ​ປອດ​ໄພ ຫລື ​ຄົນ​ເຝົ້າ​ເປີດ-ປິດ​ປະ​ຕູ ການ​ຈະ​ຕ້ອງ​ຄອຍຖ້າ​ຍ່າງ​ມາ​ເປີດ-ປິດ​ປະ​ຕູ​ຄືຊິ​ບໍ່​ສະ​ດວກ​ ຫລື​ ຫາກ​​ບໍ່​ລັອກ​ປະ​ຕູ ແລ້ວ​ປ່ອຍ​ໃຫ້​ຄົນ​ເຂົ້າ​ມາ​ໄດ້​ໂດຍ​ສະ​ດວກ ກໍ​ຈະ​ຍິ່ງ​ບໍ່​ປອດ​ໄພ

HIP Fingerprint Intercom ຄື ເຄື່ອງ​ສະ​ແກນ​ລາຍ​ນິ້ວ​ມືທີ່​ລວມ​ເອົາ 3 ລະບົບ​ໄວ້​ນຳກັນ ອັນ​ໄດ້​ແກ່ ລະບົບ​ສະ​ແກນ​ລາຍ​ນິ້ວ​ມື ລະບົບອິນ​ເຕີຄອມ ແລະ ​ລະບົບຄວບ​ຄຸມ​ປະ​ຕູ ຄື CMI821 CI ຈາກ​ທາງ HIP ຊຶ່ງ​ປະກອບ​ດ້ວຍ​ອຸປະກອນ​ຫລັກ 3 ຢ່າງ ໄດ້​ແກ່

  1. ໜ້າ​ຈໍ Monitor Intercom ທີ່​ຈະ​ຖືກ​ຕິດ​ຕັ້ງ​ຢູ່​ພາຍ​ໃນ
  2. ເຄື່ອງ HIP Fingerprint Intercomທີ່​ຈະ​ຖືກ​ຕິດ​ຕັ້ງ​ຢູ່​ພາຍນອກ
  3. ຊຸດ​ອຸປະກອນ​ໄຟ​ຟ້າ ທີ່​ຈະ​ຖືກ​ຕິດ​ຕັ້ງ​ຢູ່​ທີ່​ປະ​ຕູ

Hip-2-600x400

HIP Fingerprint Intercom ປະກອບ​ດ້ວຍ​ອຸປະກອນ 2 ຢ່າງ​ສຳລັບ​ຕິດ​ດ້ານ​ໜ້າ​ປະ​ຕູ (ຊ້າຍ) ແລະ​ໃນ​ອາ​ຄານ (ຂວາ)

Spec ຂອງ​ເຄື່ອງ CMI821 CI HIP Fingerprint Intercom

  • ຮອງ​ຮັບ 3,000 ລາຍ​ນິ້ວ​ມື 100,000 ບັນ​ທຶກ
  • ຮອງ​ຮັບ​ລາຍ​ນິ້ວ​ມື/ບັດ​/ລະ​ຫັດ ຫລື ​ແບບ​ປະສົມ
  • ສາມາດ​ຕໍ່ intercom ໄດ້​ຫລາຍ​ເຖິງ 3 ເຄື່ອງ
  • ຮອງ​ຮັບ camera 1.3 MPixel
  • ຮອງ​ຮັບ​ການ​ເຊື່ອມ​ຕໍ່ TCP/IP, USB, RS232/RS485
  • ຄວາມ​ໄວ 1 ວິ​ນາ​ທີ

ໜ້າ​ຕາ​ອຸປະກອນ CMI821 CI HIP Fingerprint Intercom

​ຈໍ Monitor Intercom ທີ່​ຈະ​ຕິດ​ຕັ້ງ​ໄວ້​ພາຍ​ໃນ​ອາ​ຄານ​ສຳລັບ​ໃຫ້​ຄົົນທີ່​ຢູ່​ດ້ານ​ໃນ ເບິ່ງ​ໄດ້​ວ່າ ມີ​ໃຜ​ມາ​ທີ່​ດ້ານ​ນອກ​ອາ​ຄານ ອອກ​ແບບ​ໃຫ້​ໃຊ້​ງານ​ງ່າຍ​ຫລາຍ ປະກອບ​ໄປ​ດ້ວຍ​ປຸ່ມ​ການເຮັດວຽກ​ຕ່າງໆ ໄດ້​ແກ່

ດ້ານ​ໜ້າ ປຸ່ມ​ປິດ​ສຽງ​ກິ່ງ, ເປີດ​ສຽງ​ກິ່ງ, ປຸ່ມ​ຄວບ​ຄຸມ​ຈໍ Monitor, ປຸ່ມ​ປົດ​ລັອກ​ປະ​ຕູ ແລະ ປຸ່ມ​ຮັບ​ໂທລະ​ສັບ

ດ້ານ​ຂ້າງ ຟັງຊັ່ນ​ໃນ​ການ​ປັບ​ໜ້າ​ຈໍ​ຕ່າງໆ  ແລະ​ ປຸ່ມ​ເລື່ອນ​ລະ​ດັບ​ສຽງ​ກິ່ງ ​ແລະ​ ໄມ​ດ້ານ​ຂ້າງ

Hip-4

ເຄື່ອງ CMI821 CI HIP Fingerprint Intercom ປະກອບ​ໄປ​ດ້ວຍ ຈໍ​ສີ 2.8 ນິ້ວ, 16 ປຸ່ມ​ກົດ​ສຳ​ຜັດ, ກ້ອງ 1.3M ຫົວ​ອ່ານ Crystal, RFID Card, Door Bell

ການ​ປົດ​ລັອກ​ປະ​ຕູ​ສຳລັບ Member ຫລື​ບຸກ​ຄົນ​ພາຍ​ໃນ

ການ​ປົດ​ລັອກ​ປະ​ຕູ້​ໃນ​ກໍລະນີ​ທີ່​ຜູ້​ເຂົ້າ​ພົບ​ມີ​ຂໍ້​ມູນ​ຢູ່ໃນ​ເຄື່ອງ​ຢູ່​ແລ້ວ ກໍ​ຈະ​ສາມາດ​ປົດ​ລັອກ​ປະ​ຕູ​ໄດ້​ຕາມ​ຊ່ອງ​ທາງ​ທີ່​ໄດ້​ບັນ​ທຶກ​ໄວ້ ໄດ້​ແກ່ ການ​ກົດ​ໃສ່​ລະ​ຫັດ​ຜ່ານ​ເທິງ​ແປ້ນ​ພິມ​ທີ່​ຕົວ​ເຄື່ອງ, ກາ​ນສະ​ແກນ​ລາຍ​ນິ້ວ​ມື, ຫລື​ ການ​ໃຊ້​ບັດ​​​ເພື່ອ​ໃຫ້​ປະ​ຕູ້​ປົດ​ລັອກ ຊຶ່ງ​ເມື່ອ​ທົດ​ສອບສະ​ແກນ​ເບິ່ງ​ແລ້ວ​ກໍ​ສາມາດ​ປົດ​ລັອກ​ໄດ້​ຢ່າງ​ວ່ອງໄວ ແລະ​ເມື່ອລອງ​ທົດສອບ​ນິ້ວ​ທີ່​ບໍ່​ໄດ້​ທຳການ​ບັນ​ທຶກ​ຂໍ້​ມູນ ເຄື່ອງ​ກໍ​ຈະ​ຟ້ອງ​ທັນ​ທີ​ວ່າ​ບໍ່​ມີ​ຂໍ້​ມູນ ບໍ່​ສາມາດ​ເປີດ​ປະ​ຕູ​ໄດ້

ການ​ປົດ​ລັອກ​ປະ​ຕູ​ໃນ​ກໍລະນີ​ທີ່​ຜູ້​ເຂົ້າ​ເປັນ Visitor ຫລື​ບຸກ​ຄົນ​ພາຍນອກ

ຫາກ​ຜູ້​ເຂົ້າ​ພົບ​ບໍ່​ມີ​ຂໍ້​ມູນ​ບັນ​ທຶກ​ຢູ່ໃນ​ເຄື່ອງ ຜູ້​ທີ່​ມາ​ພົບ​ກໍ​ສາມາດ​ກົດ​ປຸ່ມ​ຮູບ​ກິ່ງ​ດ້ານ​ໜ້າ​ເພື່ອ​ເອີ້ນຄົນ​ດ້ານ​ໃນ​ມາ​ປົດ​ລັອກ​ປະ​ຕູ ເມື່ອ​ສຽງ​ກິ່ງ​ດັ່ງ​ຂຶ້ນ ຈໍ​ດ້ານ​ໃນ​ຈະ​ສະແດງ​ພາບ​ຜູ້​ເຂົ້າ​ພົບ​ຈາກ​ກ້ອງ​ທີ່​ຖ່າຍ​ຢູ່​ດ້ານ​ນອກ ຜູ້​ຄວບຄຸມ​ສາມາດ​ກົດ​ເວົ້າ​​ກັບ​ຜູ້​ເຂົ້າ​ພົບ​ໄດ້​ໂດຍ​ກົດ​ທີ່​ປຸ່ມ​ຮູບ​ໂທລະສັບ ຫາກ​ຈະໃຫ້​ຜູ້​ເຂົ້າ​ພົບ​ເຂົ້າ​ມາ​ກໍ​ພຽງ​ແຕ່ກົດ​ທີ່​ປຸ່ມ​ປົດ​ລັອກ​ປະ​ຕູ

Hip-1-600x386

ຈໍ Monitor Intercom ຂອງ​ເຄື່ອງ​ທີ່​ຢູ່​ດ້ານ​ໃນ​ຈະ​ສະແດງ​ພາບ​ຂອງ​ຜູ້​ທີ່​ຢູ່​ນອກ​ປະ​ຕູ ແລະ ສາມາດ​ກົດ​ສັ່ງ​ປົດ​ລັອກ​ປະ​ຕູ​ຈາກ​ແຜງ​ຄວບ​ຄຸມ​ເທິງ Monitor Intercom ໄດ້

ໂດຍ​ລວມ​ແລ້ວ​ການ​ໃຊ້​ງານ​ອຸປະກອນ​ດັ່ງ​ກ່າວ​ມີ​ຂໍ້​ດີ​ດັ່ງ​ນີ້

ຈາກ​ການ​ທີ່​ໄດ້​ທົດລອງ​​ແລ້ວ ພົບ​ວ່າ​ອຸປະກອນ​ດັ່ງ​ກ່າວ​ນີ້ ມີ​ຂໍ້​ດີ​ທີ່​ສາມາດ​ສະຫລຸບ​ໄດ້​ເປັນ​ຂໍ້​ດັ່ງ​ນີ້

  1. HIP Fingerprint Intercom ບໍ່​ຊັບ​ຊ້ອນ ມີ​ໜ້າ​ຈໍ​ເມ​ນູ​ພາສາ​ທີ່​ສາມາດ​ອ່ານ ​ແລະ​ ໃຊ້​ງານ​ໄດ້​ສະ​ດວກ ວິທີ​ການ​ໃສ່​ຂໍ້​ມູນ​ຂອງ​ຜູ້​ເຂົ້າ​ໃຊ້​ງານ​ກໍ​ບໍ່​ຫຍຸ້ງຍາກ ຕອບ​ຮັບ​ການ​ເຂົ້າ​ໃຊ້​ງານ​ໄດ້​ຢ່າງ​ວ່ອງໄວ
  2. ມີ​ຄວາມ​ປອດ​ໄພ​ສູງ ເພາະ​ຫາກ​ບໍ່​ມີ​ຂໍ້​ມູນ​ຢູ່ ກໍ​ຈະ​ບໍ່​ສາມາດ​ປົດ​ລັອກ​ປະ​ຕູ​ໄດ້ ຈຸດ​ເດັ່ນ​ສຳຄັນ​ຄື​ມີ​ການ​ເຊື່ອມ​ຕໍ່​ກັບ ຈໍ Monitor Intercom ທີ່​ເຮັດໃຫ້​ສາມາດ​ຄວບ​ຄຸມ​ການ​ປົດ​ລັອກ​ປະ​ຕູ ແລະ​ຍັງ​ເບິ່ງ​ໄດ້​ຈາກ​ກ້ອງ​ວ່າ​ໃຜ​ມາ​ກົດ​ກິ່ງ​ທີ່​ດ້ານ​ນອກ​ອາ​ຄານ ຫລື​ ນອກ​ຫ້ອງ ອຸປະກອນ​ນີ້​ຈຶ່ງ​ເໝາະ​ຢ່າງ​ຍິ່ງ​ສຳລັບ​ການ​ໃຊ້​ງານ​ທີ່​ເຮືອນ ​ຫລື​ ໂຮງແຮມ
  3. ຫາກ​ເປັນ​ສຳ​ນັກ​ງານ​ ຫລື ​ບໍລິສັດ ນອກ​ຈາກ​ປະໂຫຍດ​ທີ່​ກ່າວ​ໄປ​ແລ້ວ ກໍ​ຍັງ​ສາມາດ​ໃຊ້​ເຄື່ອງ​ນີ້​ສຳລັບ​ບັນ​ທຶກ​ຂໍ້​ມູນ​ການ​ເຂົ້າ​ເຮັດວຽກ​ຂອງພະ​ນັກ​ງານ​ໄດ້​ໄປ​ໃນ ຕົວ​ອີກດ້ວຍ ຫລື​ ໃຊ້​ສຳລັບ​ປົດ​ລັອກ​ປະ​ຕູ​ຫ້ອງ​ສຳ​ຄັນ​ທີ່​ສະເພາະ​ພະ​ນັກ​ງານ​ບາງ​ຕຳແໜ່ງ​ສາມາດ​ເຂົ້າໄປ ໄດ້​ອີກ​ດ້ວຍ ເອີ້ນ​ໄດ້​ວ່າ ຄຸ້ມ​ຄ່າ ໃນ​ລາ​ຄາ​ບໍ່​ແພງ​ເລີຍ

ຂໍ້ມູນ ແລະ ພາບຈາກ http://www.it24hrs.com/2015/hip-fingerprint-intercom-hip/

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...