Homeຂ່າວທ້ອງຖິ່ນເນື້ອທີ່ນາຂອງປະຊາຊົນ 2 ເມືອງຂອງແຂວງຄຳມ່ວນ ຖືກນ້ຳຖ້ວມ!

ເນື້ອທີ່ນາຂອງປະຊາຊົນ 2 ເມືອງຂອງແຂວງຄຳມ່ວນ ຖືກນ້ຳຖ້ວມ!

Published on

07

ຂປລ. ທ່ານ ພູທອນ ໄຊຍະວົງ ຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງເຊບັ້ງໄຟ ​ເປີດ​ເຜີຍ​ໃນວັນທີ4 ກັນຍານີ້ວ່າ: ເມືອງຂອງ​ຕົນ ແມ່ນເມືອງໜຶ່ງ ທີ່ໄດ້ຮັບ ຜົນກະທົບ ຈາກໄພນ້ຳຖ້ວມ ໂດຍສະເພາະ ເນື້ອທີ່ນາ ຂອງປະຊາຊົນ ເຊິ່ງ​ເມື່ອ ເດືອນ ກໍລະກົດ ຜ່ານມາ ​ເນື້ອ​ທີ່​ນາກ​ວ່າ 1 ພັນ​ເຮັກຕາ​ ຂອງຊາວນາ​ ກວ່າ 900 ຄອບຄົວ ຖືກ​ນ້ຳຖ້ວມ ​ແລະ ເສຍຫາຍ ​ໂຕ​ຈິງກວ່າ 300 ເຮັກຕາ ແລະ ​ເມື່ອທ້າຍເດືອນ ສິງຫາ ຮອດຕົ້ນເດືອນ ກັນຍານີ້ ຝົນ​ໄດ້ຕົກ ຕິດຕໍ່ກັນ ຫລາຍມື້ ເຮັດໃຫ້ ລະດັບ ນ້ຳເຊບັ້ງໄຟ ເພີ່ມຂຶ້ນ ແລະ ໄຫລເຂົ້າຖ້ວມ ເນື້ອທີ່ນາ ຂອງປະຊາຊົນ 27 ບ້ານ​ກວ່າ 900 ເຮັກຕາ.

ສ່ວນທ່ານ ຄຳມອນ ພົມພິທັກ ຫົວໜ້າ ຫ້ອງການ ກະສິກຳ-ປ່າໄມ້ ເມືອງໜອງບົກ ກ່າວ ວ່າ: ເນືື້ອທີ່ນາປີ​ ເມືອງ​ຕົນ ກໍຖືກ ນໍ້າຖ້ວມກວ່າ 1.800 ເຮັກຕາ ສົ່ງ​ຜົນ​ໃຫ້ ​ປະຊາຊົນ ​ກວ່າ 1.860 ຄອບຄົວ​ຢູ່ 34 ບ້ານ ປະສົບ​ບັນຫາ​ ຫລັງເນືື້ອທີ່ ເສຍຫາຍ ກວ່າ 1.390 ເຮັກຕາ ​ໂດຍ​ກວມ​ເອົາ 31 ບ້ານ, ສ່ວນພືດ ຂອງ​ປະຊາຊົນ 4 ບ້ານ ​ຄືບ້ານດອນຂຽວ, ບຶງສານທ່າ, ບຶງສານເທິງ ແລະ ບ້ານດອນປາແດກ ຖືກຖ້ວມ ເສຍຫາຍ 100 ເຮັກຕາ, ຄາດ​ຄະ​ເນ ​ຜົນ​ເສຍ​ຫາຍ​ ເບື້ອງ​ຕົ້ນ ກວ່າ 17 ຕື້ກີບ. ສຳລັບ​ການ​ປັກ​ດຳ​ເຂົ້ານາປີ ​ແມ່ນ​ສຳ​ເລັດ​ ໃນ​ເນື້ອ​ທີ່ ກວ່າ 14 ພັນ​ເຮັກຕາ ​ຈາກ​ການ​ຕັ້ງ​ເປົ້້າ ຜະລິດ ​ໃຫ້​ໄດ້ ​ໃນເນື້ອທີ່ 15.670 ເຮັກຕາ, ຂະນະ​ທີ່ ​ການປູກພືດ​ ໃນລະດູຝົນ ບັນລຸ 500 ເຮັກຕາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...