spot_img
Homeລົດຍົນ-ຍານພາຫະນະປ່ຽນລົດຖີບທຳມະດາໃຫ້ເປັນ Smartbike ດ້ວຍ SmartHalo

ປ່ຽນລົດຖີບທຳມະດາໃຫ້ເປັນ Smartbike ດ້ວຍ SmartHalo

Published on

665806b1506a83f46367741adab298ce_original

ມັນ​ຈະ​ດີກວ່າ​ບໍ​ຖ້າ​ຫາກວ່າ​ເຮົາ​ມີ​ສິ່ງ​ປະດິດ​ທີ່​ຈະ​ຊ່ວຍ​ໃຫ້​ການ​ຂີ່​ລົດຖີບ​ຂອງ​ເຮົາ​ສະ​ດວກ​ແລະ​ປອດ​ໄພ​ຫລາຍ​ຍິ່ງ​ຂຶ້ນ

d84e3755a379036a15f3bcef87276f41_original

 

SmartHalo ໜຶ່ງ​ໃນ Gadget ​ຕອບ​ບັນຫາ​ບ່າວສາວ ລຸ້ນ​ໃໝ່​ສະໄໝ​ໃໝ່​ທີ່​​ມັກ​ການ​ຂີ່​​ລົດຖີບ​? ໂດຍ​ SmartHalo ມາ​ພ້ອມ​ກັບ​ລະບົບ​ນຳ​ທາງ GPS ທີ່​ຈະ​ຄົ້ນ​ຫາ​ເສັ້ນ​ທາງ​ທີ່​ປອດ​ໄພ​ທີ່ສຸດ​ເພື່ອ​ພາ​ເຮົາ​ໄປ​ຍັງ​ເປົ້າ​ໝາຍ​ທີ່​ເຮົາ​ຕັ້ງ​ໄວ້ ທັງ​ຍັງມີ​ຟັງຊັ່ນສຸດຄັກ​ຢ່າງ​ການ​ມີແສງຮຸ່ງ​ເພື່ອ​ບອກ​ທິດ​ທາງ​ວ່າທາງ​ຂ້າງ​ໜ້າ​ເຈົ້າ​ຈະ​ຕ້ອງ​ລ້ຽວ​ຊ້າຍ​ຫລື​ລ້ຽວ​ຂວາ ອີກ​ດ້ວຍ

8d17d22ee7af3929e2d6c5faf2fbcbe7_original

 

ນອກ​ຈາກ​ນີ້​ຖ້າ​ຫາກ​ເຮົາ​ຈຳ​ເປັນ​ຕ້ອງ​ຂີ່​ລົດຖີບ​​ໃນ​ຕອນ​ກາງ​ຄືນ SmartHalo ກໍ​ມີ​ໄຟ​ນຳ​ທາງ​ທີ່​ແຈ້ງ​ເຖິງ 200 lumens ເລີຍ​ ບໍ່​ພຽງ​ເທົ່າ​ນັ້ນ​ເຮົາ​ຍັງ​ບໍ່​ຕ້ອງ​ຫ່ວງ​ໃນ​ເລື່ອງ​ການ​ຖືກ​ລັກ​ ​​ເນື່ອງ​ຈາກ SmartHalo ມີ​ລະບົບ​ຕິດ​ຕາມ​ລົດຖີບ​​ທີ່​ບໍ່​ວ່າ​ມັນ​ຈະ​ຢູ່​ໃສ​ເທິງ​ໂລກ​ເຮົາ​ກໍ​ສາມາດ​ຫາ​ໄດ້​ຢ່າງ​ງ່າຍ​ດາຍ ແຖມ​ຍັງມີ​ຟັງຊັ່ນ​ເອົາ​ໃຈ​ຜູ້​ທີ່​​ມັກ​ໃນ​ການ​ອອກ​ກຳ​ລັງ​ກາຍ​ດ້ວຍ​ລະບົບ​ເສີມ​ທີ່​ຈະ​ຊ່ວຍ​ຄຳ​ນວນ​ການ​ເຜົາ​ຜານ​ໄຂມັນໄດ້​ໄລ​ຍະ​ທາງ​ທີ່​ເຈົ້າ​ຖີບ ແລະ​ຄວາມ​ໄວ​ສະເລ່ຍ​ໃນ​ການ​ຖີບ ຜ່ານ​ການ​ເຊື່ອມ​ຕໍ່​ເຂົ້າ​ກັບ​ແອັບ​ພິ​ເຄ​ຊັ່ນ​ມືຖືຜ່ານ Bluetooth ໄດ້​ອີກ​ດ້ວຍ

b97e96a17ca97b153c7180ea6cc70763_original

 

ດ້ວຍ​ອັອບຊັ່ນ​ທີ່​ມີ​ຄົບ​​ຂະໜາດ​ນີ້​ເອີ້ນໄດ້​ວ່າ​ເປັນ Gadget ໃນ​ຝັນ​ສຳລັບ​ໃຜທີ່​​ມັກ​ການ​​ຂີ່ລົດຖີບ​​ ຊຶ່ງ​ຖ້າ​ຫາກ​ໃຜ​ສົນ​ໃຈ​ກໍ​ສາມາດ​ສັ່ງ​ຊື້​ໄດ້​ຈາກ​ເວັບ  smarthalo ໃນ​ລາ​ຄາ $149 ເທົ່າ​ນັ້ນ

25fd5700561607f01007421d9f30190f_original

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...