Homeຂ່າວພາຍ​ໃນສປປ‬ ເກົາຫຼີ ແຊ້ມເກົ່າ ຜ່ານເຂົ້າຮອບສຸດທ້າຍ ບານເຕະ ຢູ-16 ຊີງແຊ້ມອາຊີ2015

ສປປ‬ ເກົາຫຼີ ແຊ້ມເກົ່າ ຜ່ານເຂົ້າຮອບສຸດທ້າຍ ບານເຕະ ຢູ-16 ຊີງແຊ້ມອາຊີ2015

Published on

ສຳລັບການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸ ບໍ່ເກີນ 16 ປີ ຫຼື ຢູ-16 ຊີງແຊ້ມອາຊີ 2016 ຮອບຄັດເລືອກ ກຸ່ມ H ທີ່ປະເທດສິງກະໂປ ເປັນເຈົ້າພາບລະຫວ່າງວັນທີ 2-6 ກັນຍາ 2015.

ຜົນປາກົດວ່າ ສປປ ເກົາຫຼີ ສ້າງຜົນງານໄດ້ຢ່າງໂດດເດັ່ນສົມກັບເປັນແຊ້ມເກົ່າ ເມື່ອປີ 2014 ຫຼັງຈາກເກັບໄຊຊະນະ 3 ນັດລວດ ມີ 9 ຄະແນນເຕັມ ຜ່ານເຂົ້າຮອບສຸດທ້າຍ ເປັນຊາດທີ 2 ຕໍ່ຈາກອິນເດຍ ທີ່ໄດ້ສິດເຂົ້າຮອບສຸດທ້າຍໃນຖານະເຈົ້າພາບ.

ສຳລັບຜົນງານຂອງ ຢູ-16 ສປປ ເກົາຫຼີ ໃນຮອບຄັດເລືອກ ກຸ່ມ H ນັດທຳອິດ ຖະຫຼົ່ມ ກຳປູເຈຍ ເຖິງ 7-0 ປະຕູ, ນັດ ທີ 2 ຊະນະ ສິງກະໂປ ເຈົ້າພາບຂາດຮອຍ
3-0 ແລະ ນັດສຸດທ້າຍ ຊະນະ ໄທ 2-0 ປະຕູ, ສົ່ງຜົນໃຫ້ ສປປ ເກົາຫຼີ ເປັນ ອັນດັບ 1 ຂອງກຸ່ມ ມີ 9 ຄະ ແນນ, ອັນດັບ 2 ໄທ ມີ 6 ຄະ ແນນ, ອັນດັບ 3 ສິງກະໂປ ມີ 3 ຄະແນນ ແລະ ກຳປູເຈຍ ຢູ່ອັນດັບສຸດທ້າຍ ບໍ່ມີຈັກຄະແນນ.

ສ່ວນການແຂ່ງຂັນຮອບສຸດທ້າຍ ທີ່ປະເທດອິນເດຍ ເປັນເຈົ້າພາບລະຫວ່າງວັນທີ 15 ກັນຍາ ຫາ 2 ຕຸລາ 2016 ຈະມີ 16 ທີມເຂົ້າຮ່ວມ ຄື: ທີມອັນ ດັບ 1 ຂອງແຕ່ລະກຸ່ມ ແລະ ທີມອັນດັບ 2 ອີກ 5 ທີມທີ່ ມີຄະແນນທີ່ດີທີ່ສຸດໃນຮອບຄັດເລືອກ.

11953234_1666313576915149_4314681298954303460_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...