Homeຂ່າວພາຍ​ໃນອິນໂດເນເຊຍ‬ ຕັ້ງເປົ້າຄອງເຈົ້າຫຼຽນຄຳ ອາຊຽນ ພາຣາເກມ ຄັ້ງທີ 8 ທ້າຍປີນີ້

ອິນໂດເນເຊຍ‬ ຕັ້ງເປົ້າຄອງເຈົ້າຫຼຽນຄຳ ອາຊຽນ ພາຣາເກມ ຄັ້ງທີ 8 ທ້າຍປີນີ້

Published on

ທ່ານ ນາງ ເຊນນີ ມາບັນ ປະທານຄະນະກຳມະການພາຣາແລມປິກເກມແຫ່ງຊາດ ອິນໂດເນເຊຍ ອອກຖະແຫຼງ ການຢ່າງເປັນທາງການ ທີ່ນະຄອນຫຼວງຈາກາຕາ ເມື່ອວັນທີ 4 ກັນຍາ ຜ່ານມາວ່າ ອິນໂດເນເຊຍ ຈະສົ່ງນັກກິລາຈຳນວນ ທັງໝົດ 190 ຄົນ ເຂົ້າຮ່ວມການແຂ່ງຂັນກິລາຄົນພິການໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ ພາຣາເກມ ຄັ້ງທີ 8 ທີ່ປະເທດສິງກະໂປ ເປັນເຈົ້າພາບລະຫວ່າງວັນທີ 3-9 ທັນວາ 2015 ໂດຍຕັ້ງເປົ້າໝາຍວ່າ ຈະຮັກສາຕໍາແໜ່ງເຈົ້າຫຼຽນຄໍາ ແລະ ຕ້ອງສ້າງສະຖິຕິໃຫ້ໄດ້ເຖິງ 103 ຫຼຽນຄໍາເປັນຢ່າງໜ້ອຍ.

ທັງນີ້, ເມື່ອ 2 ປີກ່ອນ ໃນອາຊຽນ ພາຣາເກມ ຄັ້ງທີ 7 ທີ່ນະຄອນຫຼວງເນປິດໍ ປະເທດມຽນມາ ອິນໂດເນເຊຍ ຄວ້າໄປໄດ້ທັງໝົດ 99 ຫຼຽນ ຄໍາ, 69 ຫຼຽນເງິນ ແລະ 49 ຫຼຽນທອງ ຢູ່ອັນດັບ 1 ໃນຕາ ຕະລາງສະຫຼຸບຫຼຽນລາງວັນ.

ສຳລັບ ກິລາ ອາຊຽນ ພາຣາເກມ ຄັ້ງທີ 8 ໃນທ້າຍປີ 2015 ທີ່ປະເທດສິງກະໂປ ມີການແຂ່ງຂັນກັນທັງໝົດ 15 ປະ ເພດກິລາ ຂະນະທີ່ ອິນໂດເນເຊຍ ສົ່ງນັກກິລາເຂົ້າຊີງໄຊ 12 ປະເພດ ຄື: ແລ່ນ-ລານ, ດອກ ປີກໄກ່, ປິ່ງປ່ອງ, ຍົກນ້ຳໜັກ, ໝາກເສິກ, ຍິງທະນູ, ເຕະບານ 7 ຄົນ, ໂບລິງ, ໂກລບອລ, ລອຍນ້ຳ, ຍິງປືນ ແລະ ວີລແຊ ເທັນນິສ ໃນນັ້ນ ມີເປົ້າໝາຍ ຫຼຽນຄຳຢູ່ 5 ປະເພດກິລາ ຄື: ແລ່ນ-ລານ, ດອກປີກໄກ່, ປິ່ງ ປ່ອງ, ລອຍນ້ຳ ແລະ ໝາກ ເສິກ.

11951860_1666314320248408_3367562979270932583_n
11941231_1666314400248400_4618756902138118115_n

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...